ສປຊ ເອົາບາດກ້າວ ປາບປາມ ການລວນລາມ ທາງເພດ ຢູ່ໃນຖັນແຖວ ຂອງຕົນ

ເລຂາທິການໃຫຍ່ ສປຊ ທ່ານອານໂຕນີໂອ ກິວເຕເຣສ ກ່າວຕໍ່ພວກນັກຂ່າວ ທີ່ອາດິສ ອາບາບາ ປະເທດເອທິໂອເປຍ. (28 ມັງກອນ 2018)

ອົງການສະຫະປະຊາຊາດ ພວມຈັດຕັ້ງປະຕິບັດ ການເອົາບາດກ້າວໃໝ່ເພື່ອປົກປ້ອງ ພະນັກງານຂອງຕົນຈາກການຖືກລວນລາມທາງເພດຢູ່ໃນບ່ອນເຮັດວຽກແລະນຳເອົາ ຜູ້ລ່ວງລະເມີດມາລົງໂທດ.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານອານໂຕນີີໂອ ກິວເຕເຣສ ກ່າວຕໍ່
ພວກນັກຂ່າວ ໃນວັນສຸກວານນີ້ວ່າ “ພວກເຮົາ ຈະບໍ່ປ່ອຍໃຫ້ ມີການລວນລາມທາງ
ເພດເກີດຂຶ້ນ ບໍ່ວ່າໃນເວລາໃດ ຫຼືໃນສະຖານທີ່ແຫ່ງໃດ. ຂ້າພະເຈົ້າຮູ້ດີ ກ່ຽວກັບວັດ
ທະນະທຳທີ່ຄອບງຳໂດຍພວກຜູ້ຊາຍທີ່ແຜ່ກວ້າງໃນວົງການລັດຖະບານ ພາກສ່ວນ
ເອກກະຊົນ ອົງການຈັດຕັ້ງສາກົນ ແລະແມ່ນກະທັງ ຢູ່ໃນຂົງເຂດວຽກງານ ຂອງກຸ່ມ ສັງຄົມພົນລະເຮືອນ.”

ອົງການສະຫະປະຊາຊາດ ໄດ້ປະກາດກ່ຽວກັບຂໍ້ລິເລີ້ມໃໝ່ ຫລັງຈາກມີການເຄື່ອນ
ໄຫວເພີ້ມຂຶ້ນ ຂອງຂະບວນການສາກົນ ເພື່ອນຳເອົາພວກລ່ວງລະເມີດ ມາລົງໂທດ ໃນການລ່ວງລະເມີດທາງເພດ ຢູ່ໃນບ່ອນເຮັດວຽກ.

ຂະບວນການສື່ສັງຄົມ ຮວມທັງ #MeToo ແລະ #TimesUp ຊຶ່ງເລີ້ມຂຶ້ນຢູ່ໃນອຸດ
ສາຫະກຳຮູບເງົາ ແລະເປີດເຜີຍຜູ້ກຳກັບທີ່ມີອິດທິພົນ ຜູ້ອຳນວຍການ​ ແລະດາລາ ໄດ້ແຜ່ກວ້າງອອກໄປສູ່ສັງຄົມ. ຢູ່ໃນຂັ້ນຕອນດັ່ງກ່າວ ແມ່ນໄດ້ເຮັດໃຫ້ອາຊີບວຽກ
ງານ ຂອງຜູ້ທີ່ມີອິດທິພົນ ຫຼາຍໆຄົນ ຢູ່ໃນອົງການສື່ມວນຊົນ ພວກນັກການເມືອງ ແລະພວກນັກທຸລະກິດ ສິ້ນສຸດລົງ.

ອົງການສະຫະປະຊາຊາດ ກໍບໍ່ໄດ້ມີການຍົກເວັ້ນ. ໜັງສືພິມ ເດິກາດຽນຂອງອັງກິດ ໄດ້ພິມເຜີຍແຜ່ການສືບສວນທີ່ຍືດຍາດໃນເດືອນແລ້ວນີ້​ ໂດຍກ່າວອ້າງເຖິງພະນັກ
ງານ ອົງການສະຫະປະຊາຊາດສິບກວ່າຄົນທີ່ບໍ່ໄດ້ລະບຸຊື່ ທີ່ກ່າວວ່າ ເຂົາເຈົ້າແມ່ນ
ຜູ້ເຄາະຮ້າຍ ໃນການລວນລາມທາງເພດ ຫຼືແມ່ນກະທັງການປຸກປ້ຳທາງເພດ ຢູ່ໃນ
ບ່ອນເຮັດວຽກ ໃນຮອບຫ້າປີທີ່ຜ່ານມານີ້.

ມີຫລາຍໆຄົນກ່າວວ່າ ພວກເຂົາເຈົ້າຢ້ານກົວທີ່ຈະໄປລາຍງານ ກ່ຽວກັບການລ່ວງ
ລະເມີດດັ່ງກ່າວ ຍ້ອນຢ້ານວ່າ ຈະຖືກແກ້ແຄ້ນ ແລະຖືກໄລ່ອອກຈາກວຽກ ຢູ່ທີ່ສະ
ຫະປະຊາຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ