ສປຊ ຮ້ອງຂໍທຶນ ມູນ​ຄ່າ 111 ລ້ານ​ດອນ​ລາ​ ເພື່ອລ້ຽງດູ ພົນລະເມືອງ ເກົາຫຼີເໜືອ

ຊາວເກົາຫຼີເໜືອ ແຈກຢາຍ ເປົາແປ້ງທີ່ນຳເຂົ້າມາຢູ່ແຄມຝັ່ງ ແມ່ນ້ຳ Yalu ໃກ້ໆກັບເມືອງ Sinuiju ຂອງເກົາຫຼີເໜືອ ກົງກັນຂ້າມກັບ ຊາຍແດນຈີນ ເມືອງ Dandong, ວັນທີ 27 ມັງກອນ 2014.

ອົງການ​ສະຫະ​ປະຊາ​ຊາດ ຫຼື UN ​ໄດ້​ຮ້ອງຂໍທຶນມູນ​ຄ່າ 111
ລ້ານ​ດອນ​ລາ​ ເພື່ອ​ຊ່ອຍ​ເຫຼືອພົນລະ​ເມືອງ​ ຂອງເກົາຫຼີ​ເໜືອ
ເປັນຈຳນວນ ຫຼວງຫຼາຍ ທີ່​ກຳລັງ​ປະ​ເຊີນ​ກັບ​ວິ​ກິດ​ການ​ຂາດ
​ແຄນອາຫານ​ການ​ກິນ.

ຜູ້​ປະສານ​ງານ ​ດ້ານ​ມະນຸດສະທຳ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຮັບຜິດຊອບກ່ຽວກັບເກົາຫຼີ​ເໜືອ ທ່ານ Ghulam Isaczai ກ່າວ​ຕໍ່
ຜູ້​ສື່​ຂ່າວ​ວີ​ໂອ​ເອ Margaret Besheer ວ່າ ທຶນ​ດັ່ງກ່າວ ຈະ​ຊ່ອຍ
5 ອົງການ​ຊ່ອຍ​ເຫຼືອ ຂອງ UN ທີ່​ກຳລັງ​ເຮັດ​ວຽກຢູ່ໃນເກົາຫຼີເໜືອ
ສືບ​ຕໍ່​ສະໜອງ​ອາຫານການ​ກິນ ນ້ຳສະອາດ ​ແລະ ​ປັດໄຈ ທີ່
ຈຳເປັນ​ຕ່າງໆ ​ໃນ​ປີ 2015.

ທ່ານ​ Isaczai ​ເວົ້າ​ໃນ​ວັນ​ພຸດ​ວານ​ນີ້ວ່າ “ພວກ​ເຮົາ ​ຮ້ອງ​ຂໍການ​ຊ່ອຍ​ເຫຼືອ ​ແລະ ການ​
ສະໜັບ​ສະ​ໜຸນເພີ້ມຕື່ມ ​ເພື່ອ​ໃຫ້ການປະຕິບັດ​ພາ​ລະ​ກິດ​ຂອງ UN ​ດຳເນີນ​ຕໍ່​ໄປ.
​ແລະ ຖ້າ​ຫາກ​ພວກ​ເຮົາ ບໍ່​ສະໜອງ​ການ​ສະໜັບສະໜຸນ​ແລ້ວ ສິ່ງ​ທີ່​ພວກ​ເຮົາ​ໄດ້​
ເຮັດ​ມາ ​ໃນ​ໄລຍະ​ຫຼາຍໆ​ປີຜ່ານມານັ້ນ ກໍຈະ​ຕ່າວປີ້ນ​ຄືນ.”

UN ກ່າວ​ວ່າ 70 ​ເປີ​ເຊັນ ​ຂອງ​ພົນລະ​ເມືອງ​ເກົາຫຼີ​ເໜືອ​ ຫຼື 18 ລ້ານ​ຄົນນັ້ນ ​ແມ່ນ​ບໍ່​ມີ​ຄວາມ​ໝັ້ນຄົງ​ດ້ານ​ອາຫານ​ການ​ກິນ ​ແລະ ຂາດ​ແຄນ​ຄວາມ​ຫລາກຫຼາຍ ໃນ​ດ້ານ​ໂພຊະ​ນາ​ການ.

​ແຕ່​ທ່ານ​ Isaczai ກ່າວ​ວ່າ ຈຳນວນ​ຂອງ​ຄົນ​ເຫຼົ່ານັ້ນ ​ເກືອບ 2 ລ້ານ​ຄົນ​ ສ່ວນ​ໃຫຍ່ແລ້ວ ແມ່ນພວກເດັກ​ນ້ອຍ ​ແມ່ຍິງ​ທີ່​ຕັ້ງຄັນ ​ແລະ ​ແມ່​ຍິງທີ່​ກຳ​ລັງ​ລ້ຽງ​ລູກ​ດ້ວຍ​ນົມ ແລະ ຜູ້​ເຖົ້າຜູ້​ແກ່ ​ແມ່ນ​ຕ້ອງການ​ການ​ຊ່ວຍ​ເຫຼືອດ້ານ​ອາຫານ​ການ​ກິນຫຼາຍທີ່​ສຸດ ​ແລະ ພວກ​ແມ່ຍິງ ​ແລະ ​ເດັກ​ນ້ອຍອີກຈຳນວນ 350,000 ຄົນ ​ແມ່ນ​ຕ້ອງການ​ ການສັກ​ຢາ​ວັກ ຊີນ ​ແລະ ຄວາມຊ່ອຍ
ເຫລືອ​ທາງດ້ານ​ການ​ແພດຕ່າງໆ.

Your browser doesn’t support HTML5

UN North Korea Food Crisis