ອົງການອາຫານ ສປຊ ກ່າວວ່າ ເຢເມນ ກຳລັງ ປະເຊີນກັບ ໄພພິບັດ ທາງດ້ານ ມະນຸດສະທຳ

ຜູ້ຄົນພວມຍ່າງຢູ່ຕາມຊາກຫັກພັງຂອງເຮືອນຊານ ທີ່ຖືກທຳລາຍໂດຍການໂຈມຕີທາງອາກາດ ພາຍໃຕ້ການນຳພາ ຂອງຊາອຸດີ ອາຣາເບຍ (29​ ມັງກອນ 2016)

ລາຍ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເຕືອນ​ວ່າ ​ເຢ​ເມນ​ກຳ
ລັງ​ປະ​ເຊີນ​ໜ້າ​ ກັບຄວາມ​ອຶດ​ຢາກ​ຂະໜາດໃຫຍ່​ແບບ​ຊຳ​ເຮື້ອ ​
ໂດຍ​ເອີ້ນວ່າ ​ເປັນ​ວິ​ກິດ​ການ​ທີ່ຖືກ​ຫລົງ​ລືມ.

​ເຢ​ເມນ​ ຊຶ່ງ​ເປັນ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ພາກ​ຕາ​ເວັນ​ອອກ​
ກາງອາດ​ພວມ​ຈະ ກ້າວ​ເຂົ້າສູ່​ໄພ​ອຶດ​ຫິວ ໃນ​ຂະນະ​ທີ່​ປະ​ເທດ
​ດັ່ງກ່າວ ​ພວມ​ປະ​ເຊີນ​ໜ້າ​ ກັບ​ການຖິ້ມລະ​ເບີດ ​ແລະ​ການ​ປິດ
​ລ້ອມ​ໂດຍ​ກຸ່ມ​ແນວ​ໂຮມ​ພາຍ​ໃຕ້​ການ​ນຳພາ​ຂອງ​ຊາ​ອຸ​ດີ​ອາຣາ​
ເບຍ.

ຫລາຍ​ກວ່າ​ເຄິ່ງນຶ່ງ ​ຂອງ​ປະຊາຊົນຊາວ​ເຢ​ເມນ​ ຊຶ່ງ​ມີ​ປະມານ
14 ລ້ານ 4 ​ແສນ​ຄົນ ​ແມ່ນ​ບໍ່​ມີ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ອາຫານ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ
ການ​ອາຫານ ​ແລະ​ກະ​ເສດ​ສະຫະ​ປະຊາ​ຊາດ.

ຈຳນວ​ນຜູ້​ຄົນ​ທີ່​ບໍ່​ມີ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ອາຫານ​ໄດ້​ເພີ້ມຂຶ້ນ 12 ​ເປີ​ເຊັນ​ນັບ​ແຕ່​ເດືອນ​
ມິຖຸນາ​ເປັນຕົ້ນມາ ອີງ​ຕາມ​ພະ​ແນ​ກການ​ດັ່ງກ່າວ​ຂອງ​ສະຫະ​ປະຊາ​ຊາດ.

ການ​ຂາດ​ແຄນ​ທາງ​ດ້ານ​ເຊື້ອ​ໄຟ ​ແລະ​ການ​ຈຳກັດ ​ໃນ​ການ​ນຳ​ເຂົ້າ ​ໄດ້​ເຮັດ​ໃຫ້ ​ອາຫານ​
ການ​ກິນ​ທີ່​ມີ​ຄວາມ​ຈຳ​ເປັນ​ຫລຸດ​ນ້ອຍ​ລົງ ​ແລະ​ເປັນ​ເຫດ​ໃຫ້​ລາຄາ​ອາຫານ ແລະ​ເຊື້ອ​ໄຟ
​ສູງ​ຂຶ້ນ ນັບ​ແຕ່​ບັນຫາ​ຂັດ​ແຍ້​ງ​ໄດ້​ທະວີ​ຄວາມ​ຮ້າຍ​ແຮງ​ຂຶ້ນນັບແຕ່​ເດືອນ​ມີນາ​ເປັນຕົ້ນມາ.

ບັນດາ​ອົງການ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ທາງ​ດ້ານ​ມະນຸດສະທຳໄດ້​ເຕືອນ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ
80 ​ເປີ​ເຊັນ​ຂອງ​ປະຊາຊົນ​ຊາວ​ເຢ​ເມນ ​ແມ່ນ​ມີ​ຄວາມ​ຕ້ອງການ​ທາງ ດ້ານ​ອາຫານ ນ້ຳ​ສະ
ອາດ ​ຢາ​ປົວ​ພະຍາດ​ ແລະ​ເຊື້ອ​ໄຟ​ເປັນ​ທີ່​ສຸດ. ​ອົງການສະຫະປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃນ​
ອັນ​ທີ່​ຊາວ​ເຢ​ເມນ​ກຳລັງ​ປະ​ເຊີນ​ໜ້າ​ຢູ່​ນັ້ນວ່າ ​ໄພພິບັດ​ທາງ​ດ້ານ​ມະນຸດສະທຳ.