ໃນວັນພະຫັດວານນີ້ ສາຍການບິນ United Airlines ຂອງສະຫະລັດຕົກລົງແກ້ໄຂ
ບັນຫາກັນໄດ້ ໂດຍບໍ່ຕ້ອງຂຶ້ນສານ ກັບທ່ານໝໍທີ່ຖືກລາກອອກຈາກເຮືອບິນຍ້ອນ
ລາວບໍ່ຍອມສະລະຕັ່ງຂອງລາວໃຫ້ຄົນອື່ນ ຕາມການຮ້ອງຂໍຂອງສາຍການບິນ.
ສາຍການບິນດັ່ງກ່າວກັບທະນາຍຄວາມຂອງ Dr. David Dao ໄດ້ຕົກລົງກັນວ່າ
ຈະບໍ່ເປີດເຜີຍໃຫ້ໃຜຮູ້ ກ່ຽວກັບຈໍານວນເງິນທົດແທນຄ່າເສຍຫາຍທີ່ Dr. Dao ຈະ
ໄດ້ຮັບນັ້ນ.
ສາຍການບິນ United ໄດ້ອອກຖະແຫລງການແບບຫຍໍ້ໆ ໂດຍເວົ້າວ່າ ຕົນໄດ້ທໍາ
"ການແກ້ໄຂບັນຫາທີ່ເກີດຈາກເຫດທີ່ເປັນໂຊກຮ້າຍນັ້ນ ແບບມີການໄກ່ເກ່ຍປະນີ
ປະນອມກັນ."
ສາຍການບິນດັ່ງກ່າວໄດ້ເວົ້າໃນວັນພະຫັດວານນີ້ວ່າ ນັບແຕ່ນີ້ເປັນຕົ້ນໄປ ຈະບໍ່ມີ
ຄົນໂດຍ ສານຜູ້ໃດຖືກບັງຄັບໃຫ້ຍອມເອົາຕັ່ງຂອງຕົນເອງໃນຍົນໃຫ້ຄົນອື່ນ ເວັ້ນ
ເສຍແຕ່ວ່າ ໃນກໍລະນີເພື່ອຮັກສາຄວາມປອດໄພຂອງເຮືອບິນ ແລະປ້ອງກັນຄວາມ
ສະຫງົບ.
ຖ້າຫາກຜູ້ໃດທີ່ຍອມສະລະຕັ່ງຂອງຕົນເອງໃຫ້ຄົນອື່ນ ໃນກໍລະນີທີ່ສາຍການບິນມີ
ຄົນຈອງເກີນກໍານົດ ກໍຈະໄດ້ຮັບຄ່າທົດແທນຫລາຍເຖິງ $10,000.
ທ່ານ Oscar Munoz ຫົວໜ້າສາຍການບິນ United ກ່າວວ່າ "ຜູ້ໂດຍສານທຸກຄົນ
ມີສິດໄດ້ຮັບການບໍລິການໃນລະດັບສູງສຸດ ແລະຮູ້ສຶກມີກຽດແລະໄດ້ຮັບການນັບຖື
ຢ່າງສູງສົ່ງ,ໃນສອງອາທິດກ່ອນໜ້ານີ້ ພວກເຮົາບໍ່ປະຕິບັດໄດ້ຕາມມາດຕະຖານດັ່ງ
ກ່າວ ແລະພວກເຮົາກໍຂໍສະແດງຄວາມຂໍໂທດ ຂໍອະໄພມາຍັງບັນດາທ່ານຫລາຍໆ."