ການຖືກຮອງຮັບໂດຍກຳມະບານ ມີບົດບາດອັນໃຫຍ່ຫຼວງ ໃນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ

Your browser doesn’t support HTML5

ການຖືກຮອງຮັບໂດຍກຳມະບານ ມີບົດບາດອັນໃຫຍ່ຫຼວງ ໃນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ

ຢູ່ທົ່ວປະເທດ ມີຜູ້ປ່ອນບັດ ປະມານ 14 ລ້ານຄົນ ທີ່ເປັນສະມາຊິກ ຂອງສະຫະພັນໃດນຶ່ງ - ອົງການຈັດຕັ້ງຂອງແຮງງານທັງຫຼາຍ ໄດ້ຖືກຕັ້ງຂຶ້ນ ເພື່ອປົກປ້ອງສິດຂອງພວກເຂົາເຈົ້າ. ແຕ່ເຖິງຢ່າງນັ້ນກໍຕາມ ບັນດາສະມາຊິກ ຂອງສະຫະພັນກວມເອົາສ່ວນເລັກນ້ອຍຂອງເຂດ​ເລືອກ​ຕັ້ງອາເມຣິກັນ, ບັນດາ ຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ ແມ່ນ​ມີ​ຄວາມ​ກະ​ຕື​ລື​ລົ້ນພະ​ຍາ​ຍາມຫາທາງຂໍການຮັບຮອງຈາກພວກເຂົາເຈົ້າ.

ຢູ່ທີ່ການໂຮມຊຸມນຸມສຳລັບຮອງປະທານາທິບໍດີ ຄາມາລາ ແຮຣິສ...ຄວາມຕື່ນ ເຕັ້ນພາຍໃນພວກກຳມະບານແຮງງານ ຕໍ່ແຜນການຂອງທ່ານນາງ ທີ່ຈະຍຸຕິ ການເກັບພາສີ ກ່ຽວກັບ ເງິນທິບ ຫຼືເງິນນ້ຳໃຈໃຫ້ຄ່າບໍລິການແກ່ພວກແຮງງານ.

ທ່ານນາງ ຄານີ ຄາສໂທຣລ ຜູ້ຕາງໜ້າກຳມະບານແຮງງານຂອງກາຊີໂນ ກ່າວວ່າ “ຂ້ອຍຮູ້ວ່າ ຮອງປະທານາທິບໍດີ ຄາມາລາ ແຮຣິສ ມີແຜນການ-ແຜນການທີ່ແຈ່ມແຈ້ງ-ເພື່ອຍຸຕິການເກັບພາສີກ່ຽວກັບເງິນທິບທົ່ວປະເທດ ສຳລັບພວກເເຮົາ ຄືພວກແຮງງານບໍລິການຢູ່ທີ່ແຫ່ງນີ້ ໃນລັດເນວາດາ. ອັນນັ້ນແມ່ນຖືກຕ້ອງ. ແລະວ່າ ທ່ານ ດໍໂນລ ທຣຳ ທຳທ່າວ່າ ລາວເປັນຜູ້ ໃຫ້ເງິນທິບດີແກ່ຜູ້ອອກແຮງງານນັ້ນ ເປັນການຕົວະທີ່ອັນຕະລາຍ.”

ອະດີດປະທານາທິບໍດີ ແລະເປັນຜູ້ສະໝັກລົງແຂ່ງຂັນຂອງພັກຣີພັບບລີກັນ ທ່ານ ດໍໂນລ ທຣຳ ຍັງໄດ້ມາຢ້ຽມຢາມເມືອງດັ່ງກ່າວນີ້ ທີ່ກາງຕໍ່ອຸດສາຫະກຳ ດ້ານການບໍລິການ ເພື່ອສົ່ງເສີມແຜນການຂອງທ່ານ ໃນການບໍ່ເອົາພາສີຕໍ່ເງິນທິບ ສຳລັບພວກຢາຍໄພ້, ພວກເສີບອາຫານ ແລະພວກພະນັກງານ ໂຮງແຮມ.

ຍານາງ ດີດີ ລີມາ ຜູ້ທີ່ສະໜັບສະໜູນທ່ານທຣຳ ກ່າວວ່າ:

“ນັ້ນຈະເຮັດ​ໃຫ້ພວກຄົນງານທັງຫຼາຍດີ​ອົກ​ດີ​ໃຈ, ພວກຄົນງານໝົດທຸກຄົນ, ໂດຍສະເພາະພວກທີ່ບໍ່ມີເງິນເດືອນ ແລະຜູ້ທີ່ເຮັດວຽກເພື່ອເງິນທິບ. ອັນຈະ ເປັນສິ່ງທີ່ມັກຫຼາຍໂດຍພວກເຂົ້າເຈົ້າ.”

ທ່ານທຣຳ ຍັງໄດ້ຮັບການສະໜັບສະໜູນຈາກກົມຕຳຫຼວດຂອງນະຄອນ ລາສ ເວກັສ.

ທ່ານ ສະຕີບວ໌ ແກຣມມາສ ປະທານສະມາຄົມປົກປ້ອງຕຳຫຼວດຂອງນະຄອນ ລາສ ເວກັສ ກ່າວວ່າ “ພົນລະເມືອງຂອງພວກເຮົາໂດຍສ່ວນໃຫຍ່ເຊື່ອໝັ້ນ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ. ແລະສະນັ້ນ ຖ້າເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ກ່າວວ່າ ‘ເຮ້, ພວກເຮົາເຊື່ອວ່າ ຄົນຜູ້ນີ້ ​ມີປະໂຫຍດທີ່ດີສຸດແກ່ພວກເຮົາ, ນັ້ນແຫລະ ພວກເຂົາຈະເບິ່ງແຍງເຈົ້າໃຫ້ປອດໄພ, ນັ້ນແຫລະທີ່ພວກ ເຂົາຈະພະຍາຍາມ ແລະເຮັດໃຫ້ເສດຖະກິດດີຂຶ້ນ’ ຕໍ່ຈາກນັ້ນ ປະຊາຊົນກໍເຊື່ອໝັ້ນຕໍ່ສິ່ງທີ່ພວກເຮົາເວົ້າ.”

ທ່ານແກຣມມາສ ໄດ້ກ່າວເຖິງການສະໜັບສະໜູນຂອງທ່ານທຣຳ ສຳລັບເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ຢູ່ທີ່ການໂຮມຊຸມນຸມຫຼາຍແຫ່ງ.

ທ່ານແກຣມມາສ ກ່າວຕື່ມວ່າ “ຄົນຄືທ່ານ ດໍໂນລ ທຣຳ ແລະ ການໂຄສະນາຫາສຽງຂອງທ່ານ ແມ່ນຢືນຢູ່ຂ້າງພວກເຮົາສະເໝີໄປ ແລະໄດ້ກ່າວວ່າ, ‘ບໍ່, ຂ້ອຍຈະບໍ່ເອນໄປຕາມກະແສລົມຂອງການເມືອງ.”

ການຮັບຮອງຂອງກຳມະບານແຮງງານຫຼາຍກວ່າສິບພັນຄົນທີ່ມີວຽກເຮັດໃນລັດເນວາດານີ້ ເປັນທີ່ຕ້ອງການຫຼາຍໂດຍບັນດາຜູ້ສະໝັກລົງແຂ່ງຂັນເປັນ ປະທານາທິບໍດີ ທີ່ຢາກຈະໄດ້ພວກເຂົາເຈົ້າ.

ທ່ານນາງແຮຣິສ ໄດ້ຮັບການຮອງຮັບຈາກກຳມະບານແຮງງານຫຼາກຫຼາຍອາຊີບ ຫຼື Teamsters ຂອງທ້ອງຖິ່ນ ແຕ່ອົງການຈັດຕັ້ງລະດັບຊາດຂອງພວກຂັບລົດ ບັນທຸກ ແລະພວກແຮງງານຢູ່ສາງເກັບເຄື່ອງ ໄດ້ປະຕິເສດທີ່ຈະຮອງຮັບທັງ ສອງຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ.

ຜູ້ປ່ອນບັດບາງສ່ວນຢູ່ທີ່ນີ້ ໃນລັດເນວາດາ ເຫັນສິ່ງນັ້ນ ທີີ່ເປັນສັນຍານ ອັນສຳຄັນ.

ທ່ານ ແອດວອຣດ໌ ແຄມເມີ ຜູ້ສະໜັບສະໜູນທ່ານທຣຳ ກ່າວວ່າ “ພວກເຂົາ (Teamsters) ໄປຝ່າຍເດໂມແຄຣັດຢູ່ເລື້ອຍໆ. ສະນັ້ນ ບັດນີ້ ຖ້າພວກ ເຂົາບໍ່ໄປຝ່າຍເດໂມແຄຣັດ ນັ້ນກໍໝາຍຄວາມວ່າ ພວກເຂົາຕ້ອງອຽງໄປ ໃນທາງໃຜ? ທ່ານ ທຣຳ.”

ແຕ່ພວກກຳມະບານພໍ່ຄົວແມ່ຄົວໃນນະຄອນ ລາສ ເວກັສ ໄດ້ຮອງຮັບເອົາ ທ່ານນາງ ແຮຣິສ.

ທ່ານແທດ ປາປາຈອຣຈ໌ ຜູ້​ບໍ​ລິ​ຫານ​ດ້ານ​ການເງິນຂອງກຸ່ມດັ່ງກ່າວນັ້ນ ກ່າວວ່າ “ພວກປ່ອນບັດຊົນຊັ້ນແຮງງານ ແມ່ນສະຫຼາດ, ພວກເຂົາບໍ່ໂງ່ ແລະພວກເຂົາ ພຽງແຕ່ສົງໄສໜ້ອຍນຶ່ງ. ແຕ່ບັນຫາມາກັບປະທານາທິບໍດີ ທຣຳ ກໍແມ່ນວ່າ ລາວຂີ້ຕົວະຫຼາຍ....ເຖິງຢ່າງນັ້ນກໍຕາມ ຮອງປະທານາທິບໍດີ ແຮຣິສ - ອັນນີ້ເປັນສ່ວນນຶ່ງຂອງໂຄງການໂດຍລວມເພື່ອຮັບມືກັບຄ່າໃຊ້ຈ່າຍໃນການຄອງຊີບ.”

ແລະພວກເຂົາກຳລັງພາກັນໄປເຄາະປະຕູເຮືອນເພື່ອບອກໃຫ້ພວກປ່ອນບັດຮູ້ ຈັກວ່າ.............

“ພວກເຮົາພຽງແຕ່ຊອກຫາຄົນສຳລັບ ທ່ານນາງ ຄາມາລາ ແຮຣິສ.”

“ໂອເຄ. ພວກເຮົາທັງໝົດປ່ອນບັດໃຫ້ເພິ່ນ.”

ນາງ ຄລໍເດຍ ມອນລຽວ ເປັນສະມາຊິກຂອງກຳມະບານແຮງງານແມ່ຄົວ ກ່າວວ່າ “ບໍລິສັດໃຫຍ່ທັງຫຼາຍ ເຂົ້າມາທີ່ນີ້ ແລະຂຶ້ນລາຄາອາຫານ, ນ້ຳມັນ, ຄ່າເຊົ່າ ຂອງພວກເຮົາ ເພື່ອຫາກຳໄລ. ສະນັ້ນ ການມີຜູ້ສະໝັກທີ່ຖືກຕ້ອງສຳ ລັບຕຳແໜ່ງ, ເຈົ້າຮູ້ດີ, ບອກພວກເຂົາຂໍ້ມູນທີ່ຖືກຕ້ອງ, ສິ່ງທີ່ຂ້ອຍຮູ້ເປັນ ຄວາມຈິງ, ທີ່ວ່າ ທ່ານນາງຄາມາລາ ຈະໄປນະທີ່ນັ້ນ ເພື່ອພວກເຮົາ, ຊົນຊັ້ນກາງ, ພວກສະມາຊິກກຳມະບານ.”

ບັນດາສະມາຊິກກຳມະບານ ຢູ່ທີ່ນີ້ ໃນລັດເນວາດາ ເປັນພຽງກຸ່ມດຽວຈາກຫຼາຍ ກຸ່ມຂອງລັດຕ່າງໆທີ່ອ່ຽງໄປອ່ຽງມານັ້ນ ທີ່ຈະຕັດສິນການເລືອກຕັ້ງ ປະທານາທິບໍດີ - ໃນທີ່ສຸດ ກໍອາດຈະປ່ອນບັດເພື່ອຕັດສິນຊີ້ຂາດ.

Across the country, about 14 million voters are members of unions - workers’ organizations formed to protect their rights. But even though union members make up a small part of the American electorate, presidential candidates eagerly seek their endorsement. VOA’s Congressional Correspondent Katherine Gypson reports from Nevada, where unions have a powerful voice in this year’s presidential election.

At a rally for Vice President Kamala Harris…excitement among union workers for her plan to end taxes on tips or gratuities that workers receive.

(Kanie Kastroll, Casino Workers Union Representative)

“I know that Vice President Kamala Harris has a plan — a clear plan — to end federal taxes on tips for us service workers here in Nevada. That's right, that's right. And that Donald Trump pretending he is the tipped worker savior is a dangerous lie.”

Former President and Republican candidate Donald Trump has also visited this city that relies on the service industry to promote his plan of no taxes on tips for casino dealers, waitresses and housekeepers.

(Didi Lima, Nevada Trump Voter)

“That is going to be adored by the employees, by all of the employees, particularly that don't have salaries, and (who) work on tips. That's going to be loved by them."

Trump has also earned the support of the Las Vegas Police Department.

(Steve Grammas, Las Vegas Police Protective Association)

“The majority of our citizens trust law enforcement. And so, if law enforcement says, ‘Hey, we believe this person has our best interests at heart, that they're going to keep you safe, that they're going to try and make our economy thrive,’ then people trust what we say.”

Grammas has spoken about Trump’s support for law enforcement at numerous rallies.

(Steve Grammas, Las Vegas Police Protective Association)

“A man like Donald Trump and his campaign has always stood by us and said, ‘No, I'm not going to bend to the winds of politics.’”

The endorsement of the tens of thousands of union workers employed in Nevada is eagerly sought by presidential candidates.

Harris also earned the endorsement of the local ບໍລບ union, but the national organization of freight drivers and warehouse workers declined to endorse either presidential candidate.

Some voters here in Nevada see that as an important sign.

(Edward Kammer, Nevada Trump Voter)

“They [[the Teamsters]] always, always went Democratic. So now, if they're not doing Democratic, that means they must be leaning towards who? Trump.”

But the Culinary Workers Union in Las Vegas did endorse Harris.

(Ted Pappageorge, Las Vegas Culinary Workers Union)

“Working class voters are smart, they're not dumb, and they are a little skeptical. But the problem with President Trump is that he lies, and he lies a lot. ... However, Vice President Harris — this is part of an overall program to tackle the cost of living.”

And they’re knocking on doors to let voters know…

"We're just canvassing for Kamala Harris."

"OK. We're all voting for her"))

(Claudia Monreal, Culinary Workers Union)

“Big corporations (are) coming in and price gouging us on food, gas, rent. So having the right candidate in office, you know, telling them the correct information, what I know as facts, that Kamala is going to be there for us, the middle class, the union members.”

Union members here in Nevada - one of just a handful of swing states that decide the presidential election - could end up casting the deciding vote.