ການຕິດເຊື້ອ HIV ໃນໝູ່ຊາວໜຸ່ມ ຄາດວ່າ ຈະເພີ່ມຂຶ້ນ 60 ເປີເຊັນ ໃນປີ 2030

ໄວລຸ້ນກຳລັງຫຼິ້ນເກມ "ຄວາມຮູ້ ກ່ຽວກັບ ເຊື້ອ HIV" ໃນງານແຫ່ງໜຶ່ງ ທີ່ຈັດຂຶ້ນເພື່ອສົ່ງເສີມສຸຂະພາບທາງເພດ ແລະ ການຈະເລີນພັນໃນບັນດາຊາວໜຸ່ມ. ສະໜັບສະໜູນໂດຍ ສູນກາງເພື່ອການສຶກສາ ກ່ຽວກັບ ສຸຂະພາບ ຈີນ ແລະ ອົງການ UNICEF ຈີນ.

ໂດຍປາສະຈາກການ​ຂະຫຍາຍທຶນຊ່ວຍເຫຼືອ, ອົງການກອງທຶນເດັກຂອງສະຫະປະຊາ ຊາດຫຼື UNICEF ໄດ້ຄາດຄະ​ເນ​ວ່າການຂະຫຍາຍ ຕົວຂອງຈຳນວນໄວລຸ້ນທີ່ຕິດເຊື້ອ HIV ຈະ​ເພີ້ມຂຶ້ນ 60 ເປີເຊັນພາຍໃນປີ 2030.

ອີງຕາມລາຍງານສະບັບໃໝ່ຂອງອົງການ UNICEF, ບັນດາຜູ້ຂຽນໄດ້ກະປະມານວ່າ ຕົວເລກອາດຈະ​ເພີ້ມຂຶ້ນຈາກ 250,000 ຄົນໃນປີ 2015 ​ເປັນ 400,000 ຄົນ ພາຍໃນໄລຍະບໍ່ເຖິງ 15 ປີຂ້າງໜ້າ.

ລາຍງານໄດ້ກ່າວວ່າ ເດັກນ້ອຍ 1 ລ້ານ 8 ແສນຄົນ ແລະ ໄວລຸ້ນໃນປະຈຸບັນນີ້ກຳລັງດຳ ລົງຊີວິດກັບເຊື້ອ HIV, ສ່ວນໃຫຍ່ນັ້ນແມ່ນຢູ່ໃນປະເທດລຸ່ມທະເລຊາຍ ຊາຮາຣາ ​ຂອງ ອາຟຣິກາ.

ບັນດາໝູ່ເພື່ອນນັກສິກສາດ້ານສຸດຂະພາບ ເຕົ້າໂຮມກັນໃນພິທີວັນ AIDS ໂລກ ທີ່ມະຫາວິທະຍາໄລ ອາເມຣິກັນ ໃນນະຄອນຫຼວງ ດູໄບ. 25 ມັງກອນ 2016.

ໃນວັນ AIDS ໂລກປີນີ້, ອົງການ UNICEF ແມ່ນກຳລັງຮຽກຮ້ອງໃຫ້ສືບຕໍ່ສ້າງ​ຄວາມ​ກ້າວໜ້າ​ໃນການປ້ອງກັນເຊື້ອ HIV ໃນກຸ່ມໄວລຸ້ນ.

ທ່ານນາງ Vivian Lopez ຜູ້ຊ່ຽວຊານໂຄງການ HIV ຂອງອົງການ ສະຫະປະຊາຊາດໄດ້ ກ່າວວ່າ ແມ່ຍິງໄວໜຸ່ມ ກັບ ເດັກຍິງ ແມ່ນຜູ້ທີ່ມີຄວາມສ່ຽງໂດຍສະເພາະ.

ທ່ານນາງ Lopez ໄດ້ກ່າວວ່າ “ໃນ ອາຟຣິກາ, ພວກເຮົາກວດພົບການຕິດເຊື້ອໃໝ່ 3 ​ໃນ​ທຸກໆ 4 ຄົນ​ໃດ ​ແມ່ນ​ຢູ່ໃນກຸ່ມເດັກຍິງໄວລຸ້ນ ອາຍຸແຕ່ 15 ຫາ 19 ປີ. ແລະ ວ່າມັນ ຍັງສາມາດໝາຍເຖິງພວກແມ່ ຍິງໄວລຸ້ນນັ້ນຈະຖືພາ. ແລະ ແລ້ວພວກເຮົາກໍຈະມີ ການໝູນວຽນຂອງເດັກນ້ອຍທີ່ກາຍເປັນຜູ້ຕິດເຊື້ອໃໝ່.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ