ອົງການ ສປຊ ກ່າວວ່າ ອົບພະຍົບ ທີ່ເດີນທາງ ໄປເຖິງກຣີສ ຫລຸດລົງ ຍ້ອນອາກາດ ບໍ່ດີ

ພວກອົບພະຍົບ ຢືນລຽນແຖວ ລຸນຫລັງໄດ້ຂ້າມຊາຍແດນ ຈາກ Croatia ເຂົ້າໄປໃນ Hungary ໃກ້ກັບບ້ານ Zakany. (26 ກັນຍາ 2015)

ອົງການ​ຂ້າ​ຫລວງໃຫຍ່ ໃນດ້ານອົບ​ພະຍົບ ສະຫະ​ປະຊາ​ຊາດ
ລາຍ​ງານ​ວ່າໃນອາທິດນີ້ “ມີການ​ສັງ​ເກດ​ເຫັນ​ວ່າ ໄດ້​ຫລຸດລົງ”
ຈຳນວນ​ອົບ​ພະຍົບທີ່ເດີນທາງໄປເຖິງ​ກຣິສ ​ເນື່ອງ​ຈາກສະພາບ
​ດິນ​ຟ້າ​ອາກາດ​ບໍ່​ດີ ຢູ່​ທະ​ເລເມດີແຕເຣນຽນ.

ອົງການ​ຂ້າ​ຫລວງໃຫຍ່ດ້ານອົບ​ພະຍົບສະຫະ​ປະຊາ​ຊາດ ຫຼື
UNHCR ກ່າວ​ວ່າ ມີອົບ​ພະຍົບພຽງ​ແຕ່ 1,500 ຄົນ ໄດ້ເດີນ
ທາງໄປເຖິງກຣີສໃນວັນພະຫັດວານນີ້ ປຽບທຽບໃສ່ສະເລ່ຍ
ແລ້ວ 5,000 ທີ່ເດີນທາງໄປໃນ​ແຕ່​ລະ​ວັນ ຜ່ານ​ທາງທະ​ເລ Meditteranean.

​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຫລຸດຜ່ອນ​ລົງນີ້​ບໍ່ເປັນ​ທີ່ຄາດ​ວ່າຈະ​ເປັນທີ່ຍືນຍົງ. ​ໂຄ ສົກອົງການ
​ອົບ​ພະຍົບສະຫະ​ປະຊາ​ຊາດ ທ່ານ Adrian Edward ກ່າວ​ວ່່າ"ສະພາບ​ອາກາດ​ດີ​ຂື້ນ
​ໃດໆ​ນັ້ນ ຈະ​ນຳ​ເອົາ​ຄື້ນຟອງ​ອົບ​ພະຍົບ​ມາ​ອີກ."

ອົງການອົບພະຍົບສະຫະປະຊາຊາດ​ກ່າວ​ວ່າ ຕົນ​ຄາດ​ວ່າ ຜູ້​ລີ້​ໄພແລະ​ອົບ​ພະຍົບ
700,000 ຄົນ ​ຈະ​ໄປເຖິງ​ຢູ​ໂຣບ ຜ່່າ​ນທາງ​ທະ​ເລ Mediterranenean ໃນປີ​ນີ້ ​ແລະ
​ຄາດ​ອີກ​ວ່າ ປະມານ​ຈຳນວນ​ດຽວ​ກັນ​ ຈະ​ໄປ​ເຖິງ​ໃນ​ປີ 2016.

ຈຳນວນ​ດັ່ງກ່າວ ​ເພີ້​ມຂື້ນເປັນ​ສອງ​ເທົ່າ ຂອງຈຳນວນທີ່ຄາດຄະເນໄວ້ໃນເບື້ອງ​ຕົ້ນ ໂດຍ
ທາງ​ອົງການ. ອົງການ UNHCR ຍັງ​ໄດ້​ຮ້ອງຂໍການບໍລິຈາກ 128 ລ້ານ​ໂດ​ລາ ເພື່ອ​ຮັບມື
​ກັບວິ​ກິດ​ການ ຊື່​ງຫລາຍ​ກວ່າ​ເປົ້າ​ໝາຍທີ່ໄດ້ວາງໄວ້ 30 ລ້ານ 5 ​ແສນໂດລາ ທີ່​ຕົນ​ຮ້ອງ
ຂໍໄປໃນ​ເດືອນ​ແລ້ວ​ນີ້.

ອົງການ​ອົບພະຍົບສະຫະປະຊາຊາດ ກ່າວ​ວ່າ ຫລາຍ​ກວ່າ 520,000 ຄົນ ຄື​ຫລາຍ​ກວ່າ​
ເຄິງ​ນຶ່ງ​ ແມ່ນມາຈາກຊີ​ເຣຍ ​ໄດ້​ໄປເຖິງ​ຢູ​ໂຣບໃນປີ​ນີ້ ​ໃນ​ຂະນະ​ທີ່​ເກືອບ 3,000 ຄົນ​ໄດ້​
ເສຍ​ຊີວິດ​ ໃນ​ຂະນະ​ທີ່​ພະຍາຍາມເດີນທາງ. ​

Your browser doesn’t support HTML5

Europe Migrants