ຄົບຮອບ 60 ປີ ຂອງອົງການອົບພະຍົບ ຂອງສະຫະປະຊາຊາດ

ກອງປະຊຸມບັນດາຊາວອົບພະຍົບ

ເມື່ອວັນທີ 10 ສິງຫາຜ່ານມານີ້ ລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ໄດ້ນໍາສະເໜີລາຍງານ ກ່ຽວກັບກອງປະຊຸມຫຼວງຄົບຮອບ 60 ຂອງອົງການອົບພະຍົບ ຂອງສະຫະປະຊາຊາດ ຊຶ່ງບັນດາຜູ້ຕ່າງໜ້າຂອງປະຊາຄົມລາວ ກໍໄດ້ໂອ້ລົມກັບ VOA ເຖິງຈຸດປະສົງ ແລະຄວາມຮູ້ສຶກໃນການມາຮ່ວມກອງປະຊຸມຄັ້ງນີ້ ທີ່ຈັດຂຶ້ນຢູ່ມະຫາວິທະ ຍາໄລ Georgetown, ນະຄອນຫຼວງ Washington DC, ຊຶ່ງວັນນະສອນມີລາຍລະອຽດ ມາສະເໜີທ່ານ.

ໃນລະຫວ່າງ​ວັນ​ທີ 3-4 ​ເດືອນ​ສິງຫາຜ່ານ​ມາ​ນີ້ ທາງ​ອົງກາ​ນ UNHCR ກໍ​ຄືສໍານັກງານ
ຂ້າຫລວງໃຫຍ່ຝ່າຍ​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ ໄດ້​ຈັດ​ກອງ​ປະຊຸມ​ຫຼວງ​ຂຶ້ນ ທີ່​ໃຫ້​
ຊື່ວ່າ Refugee Congress ຢູ່​ນະ​ຄອນ​ຫຼວງ Washington DC ຊຶ່ງ​ໄດ້​ເຊື້ອ​ເຊີນ​ຕົວແທນ
ຂອງ​ຊາວ​ອົບ​ພະຍົບ​ໃນ​ແຕ່ລະ​ປະຊາ​ຄົມ​ຂອງ​ທຸກໆ​ລັດ ​ມາ​ຮວມຕົວ​ກັນ​ເພື່ອ​ແລກປ່ຽນ
​ຄວາມ​ຄິດຄວາມ​ເຫັນ ​ຮຽນ​ຮູ້​ແລະ​ວາງ​ແຜນ​ປະຕິບັດ​ໂຄງການ​ຕ່າງໆ​ໃນ​ເຂດ​ເທດສະບານ
​ແລະ​ທ້ອງ​ຖິ່ນ​ໃຜລາວ.

ສົມປະສົງແລະ May Zong Vue

ໃນ​ນັ້ນ​ ກໍ​ໄດ້​ມີ​ຜູ້ຕາງ​ໜ່າຈາກ​ປະຊາ​ຄົມ​ລາວ 3 ທ່ານດ້ວຍ
​ກັນ ອັນ​ມີ ສົມ​ປະສົງ ​ແກ້ວ​ຫາ​ວົງ ຈາກ ລັດ Washington,
Mai Zong Vue ຈາກລັດ Wisconsin ​ແລະ Kang
Connie Thao ຈາກ​ລັດ
Kansas ທີ່ກ່າວເຖິງຈຸດປະສົງ
ໃນການມາຮ່ວມຂອງນາງວ່າ:

"ຂ້ອຍ​ຕ້ອງການ​ຢາກ​ຈະ​ເຫັນວ່າ ຖ້າພວກ​ເຮົາ​ສາມາດເຜີຍ​ແຜ່ໃຫ້​ປະຊາ​ຄົມ​ທົ່ວ​ໄປ​ຮູ້​ກ່ຽວ​ກັບ​ເລື່ອງ​ຊາວ​ອົບ​ພະຍົບນີ້​ໄດ້ ວ່າຊາວ​ອົບ​ພະຍົບ​ແມ່ນໃຜ​ແລະ​ມາ​ຈາກໃສ​ ຄື​ຢາກ​ໃຫ້​ມີ​ການ​ດໍາ​ເນີນໂຄງການ​ສືບ​ຕໍ່​ໄປ,​ ຢາກ​ໃຫ້​ມີ​ການສະໜັບສະ​ໜູນ​ແລະເງິນ ຊ່ອຍ​ເຫຼືອ​ໂຄງການ​ແລະ​ການ​ສືບຂອງ​ການສຶກສາ​ໃຫ້​ຊາວ​ອົບ​ພະຍົບ​ຕໍ່​ໄປ."

ສ່ວນ Mai Zong Veu ມີຄວາມເຫັນວ່າ:

ຕາງໜ້າຈາກປະຊາຄົມລາວ-ອະເມຣິກັນ

"ຂ້ອຍ​ຄິດ​ວ່າ ຂ້ອຍ​ຢາກ​ຈະສະ
​ເໜີ​ແນະ​ເຖິງ​ບັນຫາ​ທີ່​ຕ້ອງການ
​ແກ້ໄຂ​ເພື່ອ​ປັບປຸງໂຄງການ
ຕັ້ງ​ຖິ່ນ​ຖານ​ໃໝ່​ທັງ​ຫຼາຍ​ນີ້​ທີ່​ຈັດ​ໄວ້​ເພື່ອ​ພວກອົບ​ພະຍົບ
ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ວ່າ ​ເມື່ອ​ພວກອົບ​ພະຍົບ​ເຂົ້າ​ມາ​ຢູ່​ປະ​ເທດ​ນີ້​ແລ້ວ​ນັ້ນ​ວ່າ ທາງ​ໜ່ວຍ​ງານ​ຕ່າງ​ໆນັ້ນ ແມ່ນ​ຮີບ​ເຮັ່ງ​ໃຫ້​ພວກ​ເຂົາ​ເຈົ້າ​ອອກ​ຈາກ​ການ​ຊ່ອຍ​ເຫຼືອ​ຂອງ​ລັດຖະບານ​, ຫາ​ວຽກ​ເຮັດ​ງານ​ທໍາ​ແລະ​ເປັນ​ເອກ​ກະລາດ ເຖິງ​ຢ່າງ​ນັ້ນ​ກໍ​ດີ​ທາງ​ໂຄງການ​ນັ້ນ ​ແມ່ນ​ບໍ່​ສູ່​ຈະ​ຄໍາ​ນຶງ​ເຖິງ ການປັບ​ຕົວ​ທາງ​ດ້ານ​ສະພາບ​ຄວາມ​ຮູ້​ສຶກ, ຄວາມ​ນຶກຄິດ, ສັງຄົມ​, ສະພາບ​ແວດ​ລ້ອມ ແລະ​ຮີດຄອງ​ປະ​ເພນີ​ຕ່າງ​ໆ. ຂ້ອຍ​ຢາກ​ໃຫ້ ການວາງ​ແຜນ​ນະໂຍບາຍ​ກ່ຽວ​ກັບໂຄງການ​ຕ່າງໆ​ນັ້ນ​ໃຫ້ເອົາ​ບັນຫາ​ເຫຼົ່າ​ນີ້ເຂົ້າ​ໄປປະກອບສ່ວນ​ເປັນ​ພາກສ່ວນ​ນຶ່ງ​ເພື່ອ​ສຶກສາ​ແລະ​ໄຕ່ຕອງ​ໃນ​ໂຄງການ ຕັ້ງ​ຖິ່ນ​ຖານ​ໃໝ່, ປັບປຸງ​ການ​ດໍາລົງ​ຊີວິດ​ທີ່​ສອດຄ່ອງ​ກັບສະພາບ​ສັງຄົມ​ ​ແລະສະພາບ​ແວດ​ລ້ອມນໍາ ​ເພາະ​ມັນ​ກໍ​ເຄັ່ງຄຽດແລະ​ລໍາບາກ​ຢູ່​ແລ້ວ​ຕໍ່ພວກອົບ​ພະຍົບ ​ທີ່​ວ່າ​ ພໍ​ຫາ​ງານ​ໄດ້​ແລ້ວ​ກໍອອກ ​ແລ້ວ​ກໍ ຫາ​ງານ​ໃໝ່ ​ເພາະ​ວ່າ​ພວກ​ເຂົາ​ເຈົ້າຍັງ​ບໍ່​ໄດ້​ປັບປຸງ​ໄດ້​ທັນທີ​ ກ່ຽວ​ກັບ​ການ​ປ່ຽນ​ແປງແລະ​ສະຖານ​ນະ​ການ​ໃໝ່​ທີ່​ເຂົາ​ເຈົ້າ​ປະ​ເຊີນ​ຢູ່."

Mee Mua & Joseph Cao


ນອກຈາກ​ນັ້ນ​ແລ້ວ ​ກໍ​ຍັງ​ມີ
​ຍາ​ເອື້ອຍ Mee Mua ອະດີດ
ຜູ້​ແທນ​ສະພາ​ຕໍ່າ​ຂອງ​ລັດ
Minnesota ຊຶ່ງ​ໄດ້​ມາ​ປະຖະ
ກະຖາ ​ແລະ​ແບ່ງປັນປະສົບປະ
ການຂອງເພິ່ນ ໃນ​ການເຕີບ
ໃຫຍຂຶ້ນມາໃນຖານະ​ເປັນ​ຜູ້
​ອົບ​ພະຍົບມາ​ກ່ອນ​ແລະ​ກໍ​ໄດ້
​ມາ​ກໍາ​ຕໍາ​ແໜ່​ງສູງຕໍາແໜ່ງ​ນຶ່ງ​
ຂອງ​ລັດ​ໃນ​ສະຫະລັດ.

ຂໍ​ເຊີນ​ຮັບ​ຟັງ​ການ​ສໍາພາດ​ຈາກ​ທັງ​ສີ່​ທ່ານ​ໄດ້ ໂດຍການຄລິກບ່ອນ mp3 ຂ້າງເທິງຂວາມື​.