ບັນດານັກເສດຖະສາດຂອງອົງການສະຫະປະຊາຊາດກ່າວວ່າ ເຖິງແມ່ນວ່າຂົງເຂດເອເຊຍຍັງສືບຕໍ່ມີການຂະຫຍາຍໂຕຢ່າງແຂງແຮງກໍຕາມ ແຕ່ກໍຍັງມີຄວາມຢ້ານກົວກັນຢູ່ ກ່ຽວກັບໄພເງິນເຟີ້ທີ່ຈະຖີບຂຶ້ນຕໍ່ໄປເລື້ອຍໆ ຜ່ານລາຄາເຂົ້າປາອາຫານແລະເຊື້ອໄຟນັ້ນ.
ລາຍງານຜົນການສໍາຫລວດປະຈໍາປີ ທີ່ນໍາອອກເຜີຍແຜ່ໃນວັນພະຫັດ ທີ 5 ພຶດສະພາ ອາທິດແລ້ວນີ້ ໂດຍຄະນະກໍາມາທິການເສດຖະກິດແລະສັງຄົມແຫ່ງເອເຊຍແລະປາຊີຟິກ ຫລືອົງການ ESCAP ຂອງ ສະຫະປະຊາຊາດ ຫລື UNESCAP ນັ້ນ ທໍານາຍວ່າ ບັນດາເສດຖະກິດທີ່ກໍາລັງພັດທະນາທີ່ໃຫຍ່ໆໃນທົ່ວຂົງເຂດເອເຊຍ ຈະມີການຂະ ຫຍາຍໂຕໃນອັດຕາສູງກ່ວາ 7% ແລະວ່າ ເສດຖະກິດທີ່ກໍາລັງຮຸ່ງເຮືອງຂອງອິນເດຍແລະອິນໂດເນເຊຍ ແມ່ນຈະນໍາໜ້າໝູ່ໃນຂົງເຂດ ເອເຊຍນັ້ນ ໂດຍຈະໄດ້ຮັບການຊຸກຍູ້ ຈາກການອຸບປະໂພກບໍລິໂພກແລະການລົງທຶນທີ່ແຂງແຮງຂອງພວກເຂົາເຈົ້າ.
ສໍາລັບເສດຖະກິດຂອງຈີນນັ້ນ ອົງການ UNESCAP ຄາດຄະເນວ່າ ຈະມີການຂະຫຍາຍໂຕໃນອັດຕາສູງກ່ວາ 9% ຍ້ອນຄວາມພະຍາຍາມຂອງລັດຖະບານທີ່ຈະຫັນປ່ຽນເສດຖະ ກິດ ໃຫ້ເປັນເສດຖະກິດທີ່ກາງຕໍ່ນໍາການອຸບປະໂພກບໍລິໂພກຂອງປະຊາຊົນພາຍໃນປະເທດຫລາຍຂຶ້ນ.
ຫົວໜ້າຄະນະນັກເສດຖະສາດຂອງ UNESCAP ທ່ານ Nagesh Kumar ກ່າວວ່າ ພວກເກັງກໍາໄລຊາວຕ່າງປະເທດທີ່ຖືກດຶງດູດໄປຍັງຂົງເຂດດັ່ງກ່າວ ຍ້ອນອັດຕາການຂະຫຍາຍໂຕສູງຂອງເອເຊຍນັ້ນ ແມ່ນມີສ່ວນເຮັດໃຫ້ເງິນເຟີ້ຖີບຂຶ້ນ. ເງິນທຶນຈາກຕ່າງປະເທດທີ່ຫລັ່ງໄຫລເຂົ້າໄປເປັນຈໍານວນຫລວງຫລາຍ ໄດ້ພາໃຫ້ມີການລົງທຶນຫລາຍເກິນໄປຢູ່ໃນຫລາຍໆດ້ານ ເຊ່ນໃນດ້ານຊັບສິນທີ່ດິນແລະເຮືອນຊານ ທີ່ອາດສາມາດສ້າງສະພາບການຟອງສະບູ ທີ່ອາດຈະແຕກໄດ້ນັ້ນ. ທ່ານ Nagesh ກ່າວວ່າ ຄວາມຢ້ານກົວຫລາຍທີ່ສຸດກໍແມ່ນ ການກັບຄືນໄປສູ່ວິກິດການລາຄາອາຫານແລະເຊື້ອໄຟ ຄ້າຍຄືກັນກັບອັນທີ່ໄດ້ເກີດຂຶ້ນເມື່ອປີ 2008 ນັ້ນ. ລາຍງານຂອງ UNESCAP ເວົ້າວ່າ ລາຄາອາຫານໄດ້ຖີບຂຶ້ນ ຫລາຍເຖິງ 35% ຢູ່ໃນທົ່ວຫລາຍໆປະເທດໃນເຂດເອເຊຍ. ທ່ານຄູມາຣ໌ເວົ້າວ່າ
“ຄວາມເສຍຫາຍທີ່ສໍາຄັນ...ກໍຄືການທ້າທາຍທີ່ສໍາຄັນທີ່ຂົງເຂດນີ້ກໍາລັງປະເຊີນຢູ່ ແມ່ນກໍາລັງເກີດຈາກຄວາມກົດດັນດ້ານເງິນເຟີ້ ທີ່ສ່ວນໃຫຍ່ແລ້ວ ແມ່ນຖືກຂັບດັນຍ້ອນການຖີບຂຶ້ນຢ່າງໃຫຍ່ແລະໄວ ຂອງລາຄາອາຫານແລະນໍ້າມັນ ນັບແຕ່ເດືອນສິງຫາ ປີ 2010 ເປັນຕົ້ນມາ. ພວກເຮົາພົບວ່າ ຖ້າຫາກລາຄານໍ້າມັນຍັງສືບຕໍ່ຖີບຂຶ້ນ ມັນກໍອາດສາມາດສົ່ງຜົນກະທົບຕໍ່ສະພາບການຂະຫຍາຍໂຕໃນອານາຄົດໄດ້ຮອດ 1% ຢູ່ໃນຂົງເຂດ.”
ລາຍງານຜົນການສໍາຫລວດຂອງ UNESCAP ເຕືອນວ່າ ລາຄານໍ້າ ມັນແລະອາຫານທີ່ແພງຂຶ້ນນັ້ນ ອາດສາມາດເຮັດໃຫ້ປະຊາຊົນຕື່ມອີກ 42 ລ້ານຄົນໃນທົ່ວຂົງເຂດເອເຊຍແລະປາຊີຟິກ ຈົມຢູ່ໃນຄວາມທຸກຈົນ ນອກເໜືອໄປຈາກ 19 ລ້ານຄົນ ທີ່ໄດ້ຮັບຜົນກະທົບໃນປີ 2010 ນັ້ນ.
ໃນທົ່ວຂົງເຂດທີ່ວ່ານີ້ ມີປະຊາຊົນຫລາຍກ່ວາ 950 ລ້ານຄົນ ທີ່ດໍາລົງ ຊີວິດຢູ່ ດ້ວຍລາຍໄດ້ທີ່ຕໍ່າກ່ວາ $1.25 ຕໍ່ມື້ ຫລືປະມານ 1 ໝື່ນກີບ ຖ້າຄິດໄລ່ໃນອັດຕາ ນຶ່ງດອລລ່າຕໍ່ແປດພັນກີບ. ລາຍງານສະບັບນີ້ກ່າວອີກວ່າ ການເສີມຂະຫຍາຍການອຸບປະໂພກບໍລິໂພກຫລືການຊົມໃຊ້ສິນຄ້າຂອງປະຊາຊົນ ຜ່ານການຂຶ້ນເງິນເດືອນຫລືຄ່າຈ້າງໃຫ້ເຂົາເຈົ້າ ແລະການສ້າງໂອກາດດ້ານການມີວຽກເຮັດງານທໍາໃຫ້ດີຂຶ້ນ ພ້ອມທັງເສີມຂະຫຍາຍໂຄງການສັງຄົມສົງເຄາະຫລືປົກປ້ອງສັງຄົມ ແມ່ນຈໍາເປັນເພື່ອຍົກລະດັບການຂະຫຍາຍໂຕຂອງເສດຖະກິດ.
ລາຍງານຍັງໄດ້ຕີລາຄາເສດຖະກິດຂອງຍີ່ປຸ່ນນໍາ ລຸນຫລັງໄພແຜ່ນດິນໄຫວແລະຟອງຍັກຊຸນາມິ ເມື່ືອວັນທີ 11 ເດືອນມີນານັ້ນ.
ພວກນັກເສດຖະສາດຂອງ UNESCAP ກ່າວວ່າ ເຖິງແມ່ນເສດຖະ ກິດຂອງຍີ່ປຸ່ນຍັງປະເຊີນກັບຄວາມບໍ່ແນ່ນອນຢ່າງໃຫຍ່ຫລວງຢູ່ກໍຈິງ ແຕ່ຄວາມເສຍຫາຍດ້ານເສດຖະກິດຈາກໄພແຜ່ນດິນໄຫວນັ້ນ ແມ່ນຈະມີຂຶ້ນໃນໄລຍະສັ້ນ ໂດຍໄດ້ຮັບການຊຸກຍູ້ໃຫ້ຟື້ນໂຕຄືນໄວໂດຍການໃຊ້ຈ່າຍເງິນ ໃນຄວາມພະຍາຍາມເພື່ອບູລະນະສ້າງສາຄືນໃໝ່ໃນພາຍ ຫລັງນັ້ນ.
ນອກນີ້ ພວກນັກເສດຖະສາດຂອງອົງການສະຫະປະຊາຊາດຍັງໄດ້ຮຽກຮ້ອງໄປຍັງບັນດາເສດຖະກິດໃຫຍ່ໆຂອງໂລກ ໃຫ້ຊ່ວຍເຫລືອສະຖານນະການໃນເອເຊຍ ໂດຍການເອົາບາດກ້າວຢ່າງເດັດຂາດເພື່ອດຶງລາຄາອາຫານແລະນໍ້າມັນທີ່ປ່ຽນແປງໄວນັ້ນ ໃຫ້ຕໍ່າລົງ. ບັນດານັກເສດຖະສາດແນະນໍາໃຫ້ຄວບຄຸມພວກຕະຫລາດສິນຄ້າວັດຖຸດິບຕ່າງໆ ເພື່ອຫລຸດຜ່ອນການເກັງກໍາໄລ ແລະເພື່ອ “ທໍາໂທດ” ພວກອຸດສາຫະກໍາທັງຫລາຍ ທີ່ຫັນປ່ຽນເອົາອາຫານໄປເປັນເຊື້ອໄຟຊີວະພາບນັ້ນ.