ອະນາຄົດຂອງພວກຊາວໜຸ່ມທີ່ນຳເຂົ້າມາໃນສະຫະລັດໂດຍບໍ່ໄດ້ມີເອກກະສານ
ໃນຂະນະທີ່ຍັງເປັນເດັກນ້ອຍ ຈຳນວນ ເກືອບ 8 ຮ້ອຍພັນຄົນນັ້ນ ແມ່ນຍາກທີ່ຈະ
ທຳນາຍໄດ້ໃນການພິຈາລະນາ ຮ່າງກົດໝາຍ ເປັນຈຳນວນຫຼວງຫຼາຍ ໃນໄລຍະ
ທ້າຍປີຂອງລັດຖະສະພາ ທີ່ອາດຍັງຜົນໃຫ້ປິດລັດຖະບານກໍເປັນໄດ້.
ການໃຫ້ເງິນສະໜັບສະໜູນລັດຖະບານແມ່ນຈະໝົດລົງໃນວັນທີ 8 ທັນວານີ້
ນອກຈາກວ່າລັດຖະສະພາຈະໃຫ້ການອະນຸມັດຕໍ່ງົບປະມານສະບັບໃໝ່ ຫຼືບໍ່
ກໍຕໍ່ອາຍຸງົບປະມານອອກໄປ. ໃນຂະນະທີ່ການເພັ່ງເລັງໃນສັບປະດານີ້ ສ່ວນໃຫຍ່
ແລ້ວ ແມ່ນແນໃສ່ ການອະນຸມັດຕໍ່ຮ່າງກົດໝາຍການຕັດພາສີຂອງສະພາສູງ,
ແຕ່ຮ່າງກົດໝາຍງົບປະມານ ອາດຈະໄດ້ຮັບຜົນກະທົບທີ່ໃຫຍ່ກວ່າ ໃນໄລຍະສັ້ນ.
ສະພາສູງສະຫະລັດ ທີ່ຄວບຄຸມໂດຍພັກຣີພັບບລີກັນນັ້ນບໍ່ ສາມາດຮັບຜ່ານຮ່າງ
ກົດໝາຍດັ່ງກ່າວໄດ້ຕາມລຳພັງ ການລົງຄະແນນສຽງຈາກພັກເດໂມແຄຣັດ
ແມ່ນມີຄວາມຈຳເປັນ.
ເຈົ້າໜ້າທີ່ລັດຖະບານກາງຄວບຄຸມເບິ່ງ ໃນຂະນະທີ່ພວກທີ່ສະນັບສະໜຸນ ໂຄງການດັກກາ ປະທ້ວງຂ້າງນອກ ຫ້ອງການຄົນເຂົ້າເມືອງ ແລະກົດລະບຽບການພາສີ ໃນບໍ່ດົນຫຼັງຈາກທີ່ ລັດຖະມົນຕີຍຸຕິທຳ ທ່ານ ເຈັຟ ແຊສຊົນ ໄດ້ປະກາດໄປວ່າ ໂຄງການດັກກາ ຈະໄດ້ຖືກຍົກເລີກ ພາຍໃນ 6 ເດືອນ ທີ່ຊັກຊ້າ, ໃນນະຄອນຟີນິກສ, 5 ກັນຍາ 2017
ແຕ່ທັງສອງສະພາ ຈະລົງຄະແນນສຽງ ໃນຮ່າງກົດໝາຍການໃຊ້ຈ່າຍ ກ່ອນທີ່ມັນຈະມີ
ຜົນບັງຄັບໃຊ້ໄດ້.
ແລະພື້ນຖານຂອງການສົນທະນາກ່ຽວກັບການໃຊ້ຈ່າຍທີ່ເປັນບູລິມມະສິດທັງຫຼາຍນັ້ນ ກໍແມ່ນການຊອກຫາຊ່ອງທາງແກ້ໄຂຢ່າງຖາອນ ໃຫ້ແກ່ໂຄງການປົກປ້ອງພວກເດັກ
ນ້ອຍທີ່ເຂົ້າເມືອງບໍ່ມີເອກກະສານ ຫຼື ດັກການັ້ນ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໄດ້ຍົກເລີກມາດຕະການຂອງລັດຖະບານ
ທ່ານໂອບາມາ ໃນຕົ້ນປີນີ້, ໂດຍຮຽກຮ້ອງໃຫ້ລັດຖະສະພາ ຮັບຜ່ານຮ່າງກົດໝາຍເພື່ອ
ທີ່ຈະສາມາດໃຫ້ພວກທີ່ໄດ້ຮັບຜົນປະໂຫຍດຈາກໂຄງການປົກປ້ອງພວກເດັກນ້ອຍ
ທີ່ເຂົ້າເມືອງບໍ່ມີເອກກະສານ ມີຫົນທາງທີ່ຈະໄດ້ຮັບຖານະ ຢ່າງເປັນການຖາວອນ
ໃຫ້ຢູ່ໃນສະຫະລັດ ກ່ອນທີ່ໂຄງການດັ່ງກ່າວຈະໝົດອາຍຸລົງໃນເດືອນມີນາ ປີ 2018
ທີ່ຈະມາເຖິງນີ້.
ທ້າວ ເອີແນສໂຕ ແດລກາໂດ ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການດັກກາ ປະກອບເອກກະສານຕໍ່ອາຍຸ ຂອງໂຄງການໃນໂບດເມໂຕດິສ ໃນນະຄອນຊິຄາໂກ, 10 ກັນຍາ 2017. ພວກທີ່ໄດ້ຮັບຜົນປະໂຫຍດ ຈາກໂຄງການດັກກາ ໄດ້ພາກັນຮວມຕົວກັນ ເພື່ອປະກອບເອກກະສານຕໍ່ອາຍຸ.
ໃນຂັ້ນຕົ້ນ ພັກເດໂມແຄຣັດ ໄດ້ຊຸຸກຍູ້ໃນອັນທີ່ເອີ້ນວ່າ “ຄລີນ ດຣີມ ແອັກ” ຊຶ່ງຈະມີ
ການຮັບຜ່ານ ໃນຖານະຮ່າງກົດໝາຍດຽວຕຳລຳພັງ ແຕ່ໃນເມື່ອວ່າ ຍັງມີຄຳຖາມ
ທີ່ເປັນການຖົກຖຽງກັນເລື່ອງຄົນເຂົ້າເມືອງຢ່າງຕໍ່ເນື່ອງຢູ່ນັ້ນ, ຈຶ່ງໄດ້ພະຍາຍາມນຳເອົາ
ຮ່າງກົດໝາຍດັກກາ ໄປຜູກໝັດໃສ່ກັບຮ່າງກົດໝາຍການໃຊ້ຈ່າຍແທນ.
ສະມາຊິກພັກເດໂມແຄຣັດ ບາງທ່ານ ໄດ້ປະຕິຍານທີ່ຈະລົງຄະແນນຄັດຄ້ານຕໍ່ຮ່າງ
ກົດໝາຍງົບປະມານໃດໆກໍຕາມ ທີ່ບໍ່ໄດ້ຮວມເອົາການແກ້ໄຂຕໍ່ໂຄງການດັກກາ
ເຂົ້ານຳໂດຍຂົ່ມຂູ່ວ່າຈະປິດລັດຖະບານ ເວລາທີ່ງົບປະມານໄດ້ໝົດລົງແລ້ວນັ້ນ.
ແຕ່ປະທານສະພາຕ່ຳ ທ່ານພອລ ໄຣເອີນ ໄດ້ກ່າວແລ້ວວ່າ ການແກ້ໄຂຕໍ່ໂຄງການ
ດັກກາຄວນຈະ “ໄດ້ຮັບການພິຈາລະນາ ດ້ວຍຕົວຂອງມັນເອງ” ແລະບໍ່ແມ່ນຮວມຢູ່
ໃນຮ່າງກົດໝາຍການໃຊ້ຈ່າຍທີ່ໃຫຍ່ກວ່ານັ້ນ.