ໃນລາຍການການສຶກສາຂອງວີໂອເອສຳລັບແລງມື້ນີ້ ພວກເຮົາຈະນຳເອົາບົດຄວາມ ກ່ຽວກັບການປັບຕົວຂອງນັກສຶກສາຕ່າງປະເທດເຂົ້າກັບສະພາບແວດລ້ອມຂອງການຮຽນໃນມະຫາວິທະຍາໄລຂອງສະຫະລັດ. ບົວສະຫວັນ ຈະ ສືບຕໍ່ເອົາລາຍງານເລື້ອງນີ້ທີ່ອີງໃສ່ບົດຂຽນຂອງ Andrew Smith ທີ່ຂຽນຢູ່ໃນລາຍການຮຽນພາສາອັງກິດຂອງວີໂອເອ ແລະການສຳພາດຂອງນັກສຶກສາລາວທີ່ກຳລັງຮຽນຢູ່ສະຫະລັດມາສະເໜີທ່ານ. ຊຶ່ງມື້ນີ້ ພວກເຮົາຈະນຳເອົາພາກທີ 3 ຂອງ ຫົວຂໍ້ນີ້ ທີ່ເວົ້າການໝູນໃຊ້ໂຄງການຊ່ວຍເຫລືອນັກສຶກສາ ທີ່ມີຢູ່ໃນມະຫາວິທະຍາໄລຕ່າງໆ ໃນປະເທດນີ້ ເພື່ອຊ່ວຍປັບປຸງຄວາມສາມາດໃນການຮຽນ. ຂໍເຊີນທ່ານຮັບຟັງໄດ້ໃນອັນດັບຕໍ່ໄປ:
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບໂຄງການຊ່ວຍເຫລືອຂອງມະຫາວິທະຍາໄລ ໃນດ້ານການປັບປຸງພາສາອັງກິດໃຫ້ດີຂຶ້ນ
ນາງ Dolica Gopisetty (ກາງແຖວໜ້າ) ນັ້ກສຶກສາຕ່າງປະເທດນັ່ງຮຽນວິຊາສະຖິຕິ ຊຶ່ງເປັນວິຊາຮຽນອັນນຶ່ງໃນສາຍວິຊາ information technology ກັບໝູ່ ຢູ່ທີ່ມະຫາວິທະຍໄລ ຈອຈ ເມສັນ (George Mason), ວັນທີ 12 ພະຈິກ, 2019. (ພາບໂດຍ Julie Taboh/VOA)
ການສຶກສາຂອງນັກຮຽນຕ່າງປະເທດທີ່ມີພາສາ ແລະວັດທະນະທຳແຕກຕ່າງໄປຈາກພາສາແມ່ຂອງຕົນນັ້ນ ຍ່ອມຈະຕ້ອງໄດ້ໃຊ້ຄວາມພະຍາມຫລາຍເທົ່າ ເມື່ອທຽບໃສ່ນັກຮຽນ ນັກສຶກສາຢູ່ພາຍໃນປະເທດທີ່ຕົນໄປຮຽນຢູ່ນັ້ນ. ບັນຫານີ້ແມ່ນມັກມີ ໂດຍທົ່ວໄປ ກັບພວກນັກສຶກສາທີ່ມາຈາກປະເທດທີ່ບໍ່ໄດ້ໃຊ້ພາສາອັງກິດ ເປັນພາສາທາງການ ແລະພາສາແມ່ ເຊັ່ນນັກສຶກສາມາຈາກຂົງເຂດເອເຊຍທີ່ມາຮຽນຢູ່ໃນສະຫະລັດ. ມະຫາວິທະຍາໄລອາເມຣິກັນ ທີ່ຮັບນັກສຶກສາປີລະເກືອບ 1 ລ້ານຄົນມາຮຽນນັ້ນ ແມ່ນຮັບຮູ້ເຖິງຄວາມຫຍຸ້ງຍາກຂອງນັກສຶກສາຕ່າງປະເທດໃນດ້ານການປັບຕົວນີ້ ບໍ່ຫລາຍກໍໜ້ອຍ. ສະນັ້ນ ທາງມະຫາວິທະຍາໄລບໍ່ວ່ານ້ອຍ ຫລືໃຫຍ່ ຕ່າງກໍໄດ້ມີໂຄງການຊ່ວຍເຫລືອແກ່ນັກສຶກສາ ທີ່ຕ້ອງການການຊ່ວຍເຫລືອໃນດ້ານການສື່ສານເປັນພາສາອັງກິດ.
ນາງວຽງສະຫວັນ ໄຊຈະເລີນ ທີ່ໄດ້ຮັບທຶນ Fulbright ໄປສຶກສາໃນສະຫະລັດ ເປັນເວລາສອງປີ ແລະໄດ້ລະດັບປະລິນຍາໂທ ຈາກມະຫາວິທະຍາໄລພາກໃຕ້ຂອງລັດນິວແຮມເຊີ.
ແຕ່ວ່າ ເພື່ອຈະສາມາດຮຽນຢູ່ໃນສະພາບຫ້ອງຮຽນແບບໃໝ່ນັ້ນ ນັກສຶກສາຕ່າງປະເທດ ຈະຕ້ອງຮູ້ຈັກວ່າຕົນມີຄວາມສາມາດ ຫລືເກັ່ງດ້ານໃດ ແລະອ່ອນດ້ານໃດ ແລະເມື່ອມາເຖິງສະຫະລັດແລ້ວ ກໍຕ້ອງຊອກຫາໂຄງການຊ່ວຍເຫລືອທີ່ທາງມະຫາວິທະຍາໄລມີໄວ້ໃຫ້ເພື່ອປັບປຸງດ້ານທີ່ຕົນເອງຍັງອ່ອນຢູ່ນັ້ນ. ຕາມປົກກະຕິແລ້ວມະຫາວິທະຍາໄລສະຫະລັດ ມັກຈະມີໂຄງການໃຫ້ບໍລິການແນະນຳແກ່ນັກສຶກສາໃນການຂຽນບົດຄົ້ນຄວ້າ ຫລື ໃນການຂຽນບົດຕ່າງໆ ເປັນພາສາອັງກິດ ເພື່ອໃຫ້ເຂົາເຈົ້າສາມາດສື່ສານກັບຜູ້ອ່ານ ຫລືອາຈານໃຫ້ເຂົ້າໃຈໄດ້ຢ່າງຊັດເຈນຂຶ້ນ ດັ່ງທີ່ທ້າວພູພະໄຊ ທີ່ເປັນນັກສຶກສາມາຈາກລາວ ທີ່ຮຽນວິຊາວິສະວະກຳກົນຈັກ ປີສຸດທ້າຍ ໃນມະຫາວິທະຍາໄລຈອຣຈ ເມຊັນ ທີ່ລັດເວີຈີເນຍ ກ່າວຕໍ່ວີໂອເອວ່າ:
Your browser doesn’t support HTML5
ສຽງ 1-ທ້າວພູພະໄຊ ກ່າວກ່ຽວກັບຫ້ອງການຊ່ວຍເຫລືອໃນການຂຽນບົດເປັນພາສາອັງກິດ
ນາງ Diane Lye, ນັກສຶກສາຕ່າງປະເທດຜູ້ນຶ່ງທີ່ຮຽນລະດັບປະລິນຍາໂທ ໃນມະຫາວິຍາໄລ Oberlin College and Conservatory of Music ທີ່ມີໂຄງການຊ່ວຍເຫລືອການຮຽນຄຳສັບພາສາອັງກິດ ທີ່ໃຊ້ໃນຂະແຫນງດົນຕີ ແລະການສະແດງ
ແຕ່ຢ່າງໃດກໍຕາມ ຢູ່ໃນມະຫາວິທະຍາໄລໃຫຍ່ນັ້ນ ມັກຈະມີນັກສຶກສາຕ່າງປະເທດໄປຮຽນເປັນຈຳນວນຫລວງຫລາຍ ສະນັ້ນ ມັນອາດຈະເປັນການຍາກ ສຳລັບມະຫາວິທະຍາໄລເຫລົ່ານັ້ນ ທີ່ຈະສະໜອງການຊ່ວຍໃຫ້ກົງກັບຄວາມຕ້ອງ ຂອງແຕ່ລະບຸກຄົນ ຫລື ນັກສຶກສາກຸ່ມໃດກຸ່ມນຶ່ງເປັນການສະເພາະໄດ້ ດັ່ງທີ່ ທ້າວພູພະໄຊ ຜູ້ທີ່ເຄີຍຮຽນໃນໂຮງຮຽນວິທະຍາໄລຊຸມຊົນໃນເຂດເໜືອຂອງລັດເວີຈີເນຍ ທີ່ເອີ້ນວ່າ Northern Virginia Community College ຫລື NOVA ຊຶ່ງເປັນວິທະຍາໄລນ້ອຍຂອງຊຸມຊົນກ່ອນຈະຍ້າຍໄປຮຽນໃນມະຫາວິທະຍາໄລໃຫຍ່ກວ່ານັ້ນ ອະທິບາຍສູ່ຟັງວ່າ:
Your browser doesn’t support HTML5
ສຽງ 2-ທ້າວພູພະໄຊ ກ່າວກ່ຽວກັບໂຄງການຊ່ວຍເຫລືອ ນັກຮຽນ ໃນ NOVA.mp3
ນອກຈາກນັ້ນແລ້ວ ນັກຊ່ຽວຊານບາງຄົນ ເຊັ່ນ ດຣ. ຊູແຊນ ບາຣອນ (Susan Barone), ຜູ້ອໍານວຍການສູນພາສາອັງກິດທີ່ມະຫາວິທະຍາໄລແວນເດີບິລທ໌ (Vanderbilt) ໃນເມືອງແນສວີລ (Nashville) ລັດເທັນແນສຊີ ຍັງເວົ້າອີກວ່າ ໃນຂົງເຂດວິຊາຮຽນທີ່ແຕກຕ່າງກັນ ກໍຈະມີຄຳສັບ ຫລືສຳນວນ ພ້ອມທັງຮູບແບບການຂຽນທີ່ແຕກຕ່າງກັນໄປ ສະນັ້ນ ນັກສຶກສາຕ່າງປະເທດ ຄວນຈະຮຽນຄຳສັບ ຫລື ສຳນວນ ແລະວິທີຂຽນເປັນພາສາອັງກິດທີ່ມັກພົບ ເຫັນເລື້ອຍໆໃນຂະແຫນງການຮຽນຂອງຕົນນັ້ນ. ຕົວຢ່າງ ເຊັ່ນ ນັກສຶກສາວິ ສະວະກໍາຈະມີວິທີໃນການສື່ສານ ທີ່ແຕກຕ່າງກັນ ກັບພວກທີ່ຮຽນວັນນະຄະດີ. ເຊັ່ນດຽວກັນ ຢູ່ໃນການສົນທະນາປະຈໍາວັນທີ່ກ່ຽວຂ້ອງກັບກິລາ ຫຼືອາຫານ ພວກທີ່ຢູ່ໃນຂະແໜງການນີ້ ກໍຈະມີຄຳສັບໃນພາສາອັງກິດຂອງຕົນທີ່ມັກໃຊ້ໂດຍທົ່ວໄປ.
ສ່ວນທ່ານຈອສ ທີສເຕີ (Josh Teaster), ຮັກສາການແທນຜູ້ອຳນວຍການ ຂອງຫ້ອງການຮັບເອົານັກສຶກສາຂອງວິທະຍາໄລ ໂອເບິລິນ ແລະຄອນເຊີບເວີຣີ (Oberlin College and Conservatory) ໃນລັດໂອຮາຍໂອ ຊຶ່ງເປັນວິທະຍາໄລເອກະຊົນທີ່ມີຊື່ສຽງໃນດ້ານການສອນດົນຕີ ແລະສິນລະປະການສະແດງ ຢູ່ສະຫະລັດນັ້ນກ່າວວ່າ ໂຮງຮຽນຂອງທ່ານໄດ້ໃຫ້ການຊ່ວຍເຫລືອດ້ານພາສາອັງກິດແບບທົ່ວໄປ ສຳລັບນັກສຶກສາຕ່າງປະເທດມາໄດ້ຫຼາຍປີແລ້ວ. ແລະເມື່ອບໍ່ດົນມານີ້, ໂຮງຮຽນຂອງເພິ່ນກໍໄດ້ເພີ່ມການຊ່ວຍເຫລືອໃນດ້ານພາ ສາອັງກິດທີ່ໃຊ້ໃນຂະແໜງດົນຕີອີກ. ທ່ານເວົ້າວ່າການເຮັດເຊັ່ນນີ້ ແມ່ນຊ່ວຍ ໃຫ້ນັກຮຽນ ປະສົບຜົນສໍາເລັດໃນການສຶກສາດ້ານດົນຕີ ແລະດ້ານການສະ ແດງຂອງພວກເຂົາເຈົ້າໄດ້.
ສະຫລຸບແລ້ວ ສະຫະລັດເປັນປະເທດທີ່ມີມະຫາວິທະຍາໄລຫຼາຍແຫ່ງທີ່ມີຊື່ສຽງສູງຂອງໂລກນັ້ນ ແມ່ນມີປະສົບການໃນການຮັບເອົານັກສຶກສາຈາກຕ່າງປະເທດມາຮຽນຢ່າງຫລວງຫລາຍ ແລະເຂົາເຈົ້າກໍຈະມີໂຄງການຊ່ວຍນັກສຶກສາທີ່ມາຈາກປະເທດທີ່ບໍ່ໃຊ້ພາສາອັງກິດເປັນພາສາແມ່ນັ້ນ ໃຫ້ສາມາດຜ່ານຜ່ານຄວາມຫຍຸ້ງຍາກໃນການຂີດຂຽນບົດຕ່າງໆ ໃຫ້ໄດ້ມາດຕະຖານອັນສູງຂອງມະຫາວິທະຍາໄລເຂົາເຈົ້າ. ໃນພາກຕໍ່ໄປພວກເຮົາຈະສືບຕໍ່ນຳເລື້ອງການຊ່ວຍເຫລືອນັກສຶກສາຕ່າງປະເທດໃນການປັບຕົວທາງດ້ານວັດທະນະທຳ ໃຫ້ເຂົ້າກັບສະພາບແວດລ້ອມຂອງການຮຽນການສອນຢູ່ໃນສະຫະລັດໄດ້. ໂປດຕິດຕາມຮັບຟັງດ້ວຍ.