ໃນລາຍການການສຶກສາຂອງວີໂອເອສຳລັບແລງມື້ນີ້ ພວກເຮົາຈະນຳເອົາບົດຄວາມກ່ຽວກັບການປັບຕົວຂອງນັກສຶກສາຕ່າງປະເທດເຂົ້າກັບສະພາບແວດລ້ອມ ໃໝ່ໃນການຮຽນໃນມະຫາວິທະຍາໄລຂອງສະຫະລັດ. ບົວສະຫວັນຈະສືບຕໍ່ນຳເອົາລາຍງານເລື້ອງນີ້ ທີ່ອີງໃສ່ບົດຂຽນຂອງ Andrew Smith ທີ່ຂຽນຢູ່ໃນລາຍການຮຽນພາສາອັງກິດຂອງວີໂອເອ ຊຶ່ງມື້ນີ້ພວກເຮົາຈະນຳເອົາພາກທີ 5 ກໍຄືພາກສຸດທ້າຍຂອງຫົວຂໍ້ນີ້ ແລະຈະເວົ້າເຖິງຄວາມສຳຄັນຂອງການຊຶມຊັບເອົາວັດທະນະທຳອາເມຣິກັນທີ່ສະທ້ອນໃຫ້ເຫັນຢູ່ໃນສະພາບແວດລ້ອມ ແລະລະບົບການຮຽນການສອນຢູ່ໃນສະຫະລັດ ສຳລັບນັກສຶກສາຕ່າງປະເທດ. ຂໍເຊີນທ່ານຮັບຟັງໄດ້ໃນອັນດັບຕໍ່ໄປ:
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບການປັບຕົວຂອງນັກສຶກສາຕ່າງປະເທດ ໃນມະຫາວິທະຍາໄລອາເມຣິກັນ
ການສຶກສາຄົ້ນຄວ້າຫລາຍໆບັ້ນໄດ້ພົບວ່າ ນັກສຶກສາທີ່ມາຈາກປະເທດທີ່ມີວັດທະນະທຳອື່ນ ເຖິງຈະຮຽນທີ່ເກັ່ງ ແລະມີການກະກຽມຫລາຍປານໃດກໍຕາມ ເມື່ອເຖິງສະຫະລັດແລ້ວ ກໍຍັງຕ້ອງໄດ້ປັບຕົວ ບໍ່ຫລາຍກໍໜ້ອຍ ໃຫ້ເຂົ້າກັບສະພາບແວດລ້ອມຂອງການຮຽນຢູ່ໃນຫ້ອງຮຽນ ແລະລະບົບຂອງມະຫາວິທະຍາໄລອາເມຣິກັນໄດ້. ສະນັ້ນ ເພື່ອຢາກປະສົບຜົນສຳເລັດໃນການຮຽນຢູ່ສະຫະລັດນັກສຶກສາຕ່າງປະເທດ ນອກຈາກຈະກຽມພ້ອມຄວາມຮູ້ດ້ານວິຊາສະເພາະແລ້ວ ຍັງຕ້ອງໄດ້ເຂົ້າໃຈເຖິງສະ ພາບການ ແລະວັດທະນະທໍາຂອງຄົນອາເມຣິກັນ ທີ່ສະແດງອອກຢູ່ໃນຫ້ອງຮຽນໃນ ມະຫາວິທະຍາໄລອີກດ້ວຍ.

ນັກສຶກສາຕ່າງປະເທດຄົ້ນຄວ້າບົດຮຽນຮ່ວມກັນຫລັງຈາກການຮຽນຢູ່ໃນຫ້ອງຮຽນ
ດຣ. ລານ ຈິນ ເປັນຜູ້ຊ່ຽວຊານດ້ານການພົວພັນສື່ສານລະຫວ່າງ ຄົນທີ່ມີວັດທະນະ ທໍາແຕກຕ່າງກັນ ຂອງມະຫາວິທະຍາໄລເພີດູ (Purdue). ທ່ານນາງເປັນຄົນຈີນ ເຊື້ອສາຍເກົາຫຼີ ແລະໄດ້ອາໄສທັງຢູ່ໃນຈີນ ແລະສະຫະລັດ. ກ່ອນທີ່ຈະໄປເຮັດວຽກ ຢູ່ໃນມະຫາວິທະຍາໄລເພີດູນັ້ນ ທ່ານນາງເຄີຍເປັນນັກສຶກສາ ຕ່າງປະເທດຢູ່ມະຫາວິທະຍາໄລແຫ່ງນັ້ນມາແລ້ວ. ໂດຍອີງໃສ່ປະສົບການຂອງຕົນເອງໃນການເປັນນັກສຶກ ສາຕ່າງປະເທດ ທ່ານນາງໃຫ້ຄຳເຫັນວ່າ ການຮຽນຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສະພາບແວດລ້ອມຂອງການຮຽນ ໃນມະຫາວິທະຍໄລທີ່ຕົນຮຽນຢູ່ນັ້ນ ແມ່ນເປັນຂໍກຸນແຈສຳຄັນສຳລັບນັກສຶກສາຕ່າງປະເທດ ທີ່ຈະປະສົບຜົນສຳເລັດໄດ້. ທ່ານນາງຂຽນຫາວີໂອເອວ່າ ການມີເພື່ອນທີ່ເປັນນັກສຶກສາມາຈາກປະເທດອື່ນ ເປັນສິ່ງທີ່ສຳຄັນ ແຕ່ທ່ານນາງບອກວ່າ ນັກສຶກສາຕ່າງປະເທດ ຄວນຈະພະຍາຍາມ “ໃຫ້ຫລາຍທີ່ສຸດ ໃນການຫາເວລາໄປຢູ່ກັບກຸ່ມນັກສຶກສາອາເມຣິກັນ ເພື່ອຈະໄດ້ຮຽນຮູ້ວັດທະນະທຳທີ່ແຕກຕ່າງກັນ.”
ທ່ານນາງຈິນ ເວົ້າວ່າໃນສະຫະລັດນັ້ນ ນັກສຶກສາ ສາມາດພົບກັບອາຈານເປັນການ ສ່ວນຕົວ ແລະໂອ້ລົມກັບອາຈານກ່ຽວກັບຄວາມຫຍຸ້ງຍາກໃດໆ ທີ່ເຂົາເຈົ້າປະເຊີນຢູ່ໃນການຮຽນ ຂອງເຂົາເຈົ້າໄດ້. ສິ່ງນີ້ ແມ່ນແຕກຕ່າງ ໄປຈາກບາງວັດທະນະທໍາ ທີ່ມີ ຄວາມຫຍຸ້ງຍາກຫຼາຍ ສໍາລັບນັກສຶກສາທີ່ຈະພົບກັບອາຈານໄດ້.
ນາງວຽງສະຫວັນ ໄຊຈະເລີນ ຖ່າຍຮູບກັບເພື່ອນນັກສຶກສາທີ່ໄດ້ຮັບທຶນນາງວຽງສະຫວັນ ໄຊຈະເລີນ ທີ່ໄດ້ຮັບທຶນຟູລໄບຣເພື່ອສຶກສາຕໍ່ໃນລະດັບປະລິນຍາໂທ ເປັນເວລາສອງປີ.
ວິທະຍາໄລ ແລະມະຫາວິທະຍາໄລໃນອາເມຣິກາ ຍັງໃຫ້ຄໍາປຶກສາສໍາລັບນັກຮຽນ, ລວມທັງການບໍລິການ ໃຫ້ຄໍາປຶກສາໃນທາງອອນລາຍນ໌. ທ່ານນາງຈິນ ອະທິບາຍວ່າ ບາງຄັ້ງ ການເຮັດແນວນີ້ແມ່ນທາງເລືອກທີ່ດີ ສໍາລັບນັກສຶກສາຕ່າງປະເທດທີ່ກັງ ວົນໃຈວ່າ ຈະຖືກມອງໄປໃນແງ່ລົບ ເມື່ອພວກເຂົາຊອກຫາຄໍາປຶກສາດ້ານສຸຂະພາບ ຈິດ.
ທ່ານນາງຈິນ ແນະນໍານັກສຶກສາຕ່າງປະເທດວ່າ ໃຫ້ເອົາຕົນເອງເຂົ້າໄປຊຶມຊັບ ຫລື ມີສ່ວນຮ່ວມ ຢ່າງເລິກເຊິ່ງ ໃນວັດທະນະທໍາທ້ອງຖິ່ນ. ທານນາງກ່າວວ່າ: "ມີໂອກາດ ແລະຊັບພະຍາກອນອັນຫລາກຫລາຍ ໄວ້ໃຫ້ເຮັດແນວນນັ້ນໄດ້ຢູ່ໃນມະ ຫາວິທະຍາ ໄລຂອງສະຫະລັດ. ອອກໄປຄົ້ນຫາ, ໄປເຂົ້າຮ່ວມ ແລະມ່ວນຊື່ນນຳ. ຈົ່ງຈຳໄວ້ວ່າ ຊ່ວງເວລານີ້ໃນຊີວິດຂອງທ່ານ ແມ່ນເປັນຕົວແທນຂອງໂອກາດທີ່ແທ້ຈິງ. ສະນັ້ນ ໃຊ້ໃຫ້ເປັນປະໂຫຍດສູງສຸດ.”
ທ່ານນາງບາຣອນ ຈາກມະຫາວິທະຍາໄລແວນເດີບິດ (Vanderbilt) ກ່າວວ່າ ນັກ ຮຽນໄດ້ຮັບຜົນປະໂຫຍດຫລາຍ ເມື່ອພວກເຂົາເຈົ້າມີທັດສະນະຄະຕິ ທີ່ເປີດກວ້າງ. ການເປີດໃຈ ໝາຍເຖິງການມີແນວໂນ້ມທີ່ຈະລອງສິ່ງໃໝ່ໆ ແລະເວົ້າກັບຄົນທີ່ມາຈາກຫຼາກຫຼາຍວັດທະນະທຳ. ໂດຍການເຮັດເຊັ່ນນີ້, ທ່ານນາງເວົ້າວ່າ, "ສະພາບການທັງຫມົດ ໄດ້ກາຍມາເປັນຫ້ອງຮຽນຂອງເຂົາເຈົ້າ. ນັບແຕ່ເວລາທີ່ເຂົາເຈົ້າເຂົ້າໄປຊຶມຊັບ ໂອກາດທີ່ຈະຮຽນຮູ້ແມ່ນເກີດຂຶ້ນຢູ່ແລ້ວ.”
ນັກສຶກສາຕ່າງປະເທດໃນສະຫະລັດ ທີ່ຮຽນຈົບຈາກມະຫາວິທະຍາໄລແຫ່ງນຶ່ງໃນ ສະຫະລັດ
ສະຫລຸບແລ້ວ ນັກສຶກສາຕ່າງປະເທດໂດຍສະເພາະຜູ້ທີ່ມາຈາກວັດທະນະທຳທີ່ບໍ່ຄຸ້ນ ເຄີຍ ກັບສະພາບ ແລະລະບົບການຮຽນໃນສະຫະລັດ ທີ່ຮຽກຮ້ອງໃຫ້ທຸກຄົນມີການສົນທະນາໂຕ້ຕອບກັນກັບເພື່ອນຮ່ວມຫ້ອງຮຽນ ຫລືກັບອາຈານຈະຕ້ອງໄດ້ປັບຕົວ ຢ່າງຫຼວງຫລາຍເຂົ້າກັບສະພາບແວດລ້ອມໃນຫ້ອງຮຽນໃໝ່. ເພື່ອຈະເຮັດໄດ້ເຊັ່ນນັ້ນ ນອກຈາກການກະກຽມດ້ານພາສາ ແລະຄວາມຮູ້ທາງວິຊາສະເພາະແລ້ວ ນັກສຶກສາຕ່າງປະເທດ ກໍຍັງຕ້ອງໄດ້ຮຽນຮູ້ວັດທະນະທຳອາເມຣິກັນບໍ່ຫລາຍກໍໜ້ອຍ.