ໃນລາຍການການສຶກສາຂອງວີໂອເອສຳລັບແລງມື້ນີ້ ພວກເຮົາຈະນຳເອົາບົດຄວາມ ກ່ຽວກັບການປັບຕົວຂອງນັກສຶກສາຕ່າງປະເທດເຂົ້າກັບສະພາບແວດລ້ອມ ຂອງການຮຽນໃນມະຫາວິທະຍາໄລຂອງສະຫະລັດ. ບົວສະຫວັນມີລາຍລະອຽດໃນເລື້ອງນີ້ມາສະເໜີທ່ານ ໂດຍອີງໃສ່ບົດຂຽນຂອງ Andrew Smith ທີ່ຂຽນຢູ່ໃນລາຍການຮຽນພາສາອັງກິດຂອງວີໂອເອ ແລະການສຳພາດຂອງນັກສຶກສາລາວ ທີ່ກຳລັງຮຽນ ແລະເຄີຍຮຽນຢູ່ໃນສະຫະລັດ. ຊຶ່ງຫົວຂໍ້ນີ້ແບ່ງອອກເປັນ 3 ພາກ. ພາກທີ 1 ຈະເວົ້າເຖິງການອອກຄຳຄິດຄຳເຫັນຢູ່ໃນຫ້ອງຮຽນອາເມຣິກັນ. ຂໍເຊີນທ່ານຮັບຟັງໄດ້ໃນອັນດັບຕໍ່ໄປ:
Your browser doesn’t support HTML5
ເຊີນຟັງການປັບຕົວເຂົ້າຂອງນັກສືກສາຕ່າງປະເທດເຂົ້າກັບສະພາບການ ແລະວັດທະນະທຳໃນການຮຽນຢູ່ ສຫລ
ເພື່ອຢາກປະສົບຜົນສຳເລັດໃນການຮຽນຢູ່ສະຫະລັດນັ້ນ ນັກສຶກສາຕ່າງປະເທດ ນອກຈາກຈະກຽມພ້ອມຄວາມຮູ້ດ້ານວິຊາສະເພາະແລ້ວ ຍັງຕ້ອງໄດ້ເຂົ້າໃຈເຖິງສະພາບການ ແລະວັດທະນະທໍາຂອງຄົນອາເມຣິກັນ ທີ່ສະແດງອອກຢູ່ໃນຫ້ອງຮຽນໃນມະຫາວິທະຍາໄລອີກດ້ວຍ.
ນັກຊ່ຽວຊານບາງຄົນເວົ້າວ່າ ຄວາມເຂົ້າໃຈກ່ຽວກັບສະພາບການ ຫມາຍເຖິງ ການຮູ້ສະຖານະການທີ່ບາງສິ່ງບາງຢ່າງເກີດທີ່ຂຶ້ນຢູ່ໃນນັ້ນ ແລະຄໍາສັບຕ່າງໆ ທີ່ຖືກນໍາມາໃຊ້ຢູ່ໃນສະຖານະການສະເພາະອັນນັ້ນ.
ດຣ. ຊູແຊນ ບາຣອນ (Susan Barone) ເປັນຜູ້ອໍານວຍການສູນພາສາອັງ ກິດ ທີ່ມະຫາວິທະຍາໄລແວນເດີບິລທ໌ (Vanderbilt) ໃນເມືອງແນສວີລ (Nashville) ລັດເທັນແນສຊີ ຊຶ່ງສູນນີ້ສະໜອງການຝຶກອົບຮົມພາສາອັງກິດ ໃຫ້ແກ່ນັກສຶກສາຕ່າງປະເທດ.
ນັກສຶກສາໃນມະຫາວິທະຍາໄລ Stanford ຟັງການບັນລະຍາຍຂອງເພື່ອນຮ່ວມຫ້ອງຮຽນ ຕໍ່ພວກນາຍທຶນທີ່ມາຢ້ຽມຢາມຫ້ອງຮຽນ ໃນຂະນະທີ່ເຂົາເຈົ້າຮຽນວິຊາການເຮັດທຸລະກິດດ້ານເທັກໂນໂລຈີ ຫລື Technology Entrepreneurship ໃນລັດຄາລິຟໍເນຍ, ວັນທີ 11 ມີນາ, 2014
ເພື່ອຈະອະທິບາຍໃຫ້ຮູ້ເຖິງຄວາມໝາຍຂອງຄຳວ່າ ການເຂົ້າໃຈສະພາບການ ແລະ ວັດທະນະທໍາທີ່ກ່ຽວຂ້ອງກັບຜົນສໍາເລັດທາງການສຶກສານັ້ນ ດຣ. ບາຣອນ (Barone) ໄດ້ຍົກເອົາຄໍາວ່າ participation ຊຶ່ງໝາຍເຖິງການມີສ່ວນ ຮ່ວມປະກອບຄຳຄິດຄຳເຫັນຢູ່ໃນຫ້ອງຮຽນ.
ທ່ານນາງອະທິບາຍວ່າ ສໍາລັບນັກຮຽນໃນບາງພື້ນທີ່ຂອງໂລກ, ການມີສ່ວນ ຮ່ວມໃນຫ້ອງຮຽນຫມາຍເຖິງການຟັງຢ່າງຕັ້ງໝົດຕັ້ງໃຈ, ໃນຂະນະທີ່ຢູ່ໃນເຂດ ອື່ນຂອງໂລກ ມັນອາດຈະຫມາຍເຖິງການເວົ້າໄວໆ ຊຶ່ງສ່ວນຫລາຍແລ້ວແມ່ນ ບໍ່ຕ້ອງລໍຖ້າໃຫ້ຄົນອື່ນເວົ້າກ່ອນ. ດຣ. ບາຣອນ ເວົ້າອີກວ່າ ບາງຄັ້ງ ຄວາມເຂົ້າໃຈຂອງນັກຮຽນໃນການມີສ່ວນຮ່ວມ ແມ່ນບໍ່ຄືກັນກັບ ຄວາມ ຄາດຫວັງຂອງອາຈານ. ທ່ານນາງອະທິບາຍວ່າ, "ຄຳນີ້ ເປັນຄຳສັບທີ່ຂຶ້ນກັບຄວາມເຂົ້າໃຈຂອງອາຈານ ແລະນັກສືກສາ”. ແລະນັກຮຽນແຕ່ລະຄົນ ກໍຈະມີຄວາມເຂົ້າໃຈແຕກຕ່າງກັນ ກ່ຽວກັບຄວາມຫມາຍຂອງມັນ.
ສ່ວນທ່ານຈັນທະເນດ ພະໄກສອນທີ່ເຄີຍເປັນນັກສຶກສາລາວທີ່ຮຽນຂັ້ນປະລິນຍາໂທ ໃນມະຫາວິທະຍາໄລແບຣນດາຍສ໌, ລັດແມສຊາຈູແຊສ ຕາມທັດສະນະສ່ວນຕົວແລ້ວທ່ານຄິດວ່າການສື່ສານແບບສອງທາງທີ່ເຫັນທົ່ວໄປຢູ່ໃນມະຫາວິທະຍາໄລຂອງອາເມຣິກັນນັ້ນ ກໍໄດ້ເລີ້ມເອົາໄປນຳໃຊ້ກັນຢູ່ໃນຫລາຍປະເທດ ລວມທັງປະເທດລາວແລ້ວ ຊຶ່ງທ່ານບອກວ່າ:
Your browser doesn’t support HTML5
ສຽງ 1 ຈັນທະເນດເວົາກ່ຽວກັບການສື່ສານໃນຫ້ອງຮຽນແບບໃໝ່
ນັກສຶກສາຕ່າງປະເທດໃນມະຫາວິທະຍາໄລແຫ່ງນຶ່ງຂອງສະຫະລັດ
ແຕ່ຢ່າງໃດກໍຕາມ ທ່ານຈັນທະເນດກໍເວົ້າວ່າ ນັກສຶກສາທີ່ມາຈາກປະເທດທີ່ມີວັດທະນະທຳທະນະທຳທີ່ໃຫ້ມີ ຄວາມຢຳເກງຜູ້ອາວຸໂສກວ່າ ເຊັ່ນພໍ່ແມ່ ແລະ ຄູອາຈານ ດັ່ງທີ່ເຫັນທົ່ວໄປໃນປະເທດຂົງເຂດເອເຊຍ ມັກຈະອ່ານ ສະພາບການສະເພາະໃດນຶ່ງໃນເລື້ອງຄວາມຄາດຫວັງຂອງການມີສ່ວນຮ່ວມໃນຫ້ອງຮຽນນັ້ນ ແຕກຕ່າງໄປຈາກນັກສຶກສາອາເມຣິກັນ ຫລື ນັກສຶກສາທີ່ມາຈາກປະເທດຕາເວັນຕົກອື່ນໆ ທີ່ມີວັດທະນະທຳສົ່ງເສີມໃຫ້ທຸກຄົນປາກເວົ້າສະແດງຄວາມຄິດເຫນຂອງຕົນອອກມາ. ສະນັ້ນ ທ່ານຍອມຮັບວ່າ ມັນເຮັດໃຫ້ມີຄວາມຫຍຸ້ງຍາກຫລາຍສຳລັບນັກຮຽນມາຈາກຂົງເຂດເອເຊຍຕາເວັນອອກສຽງ ໃຕ້ເຊັ່ນລາວ ທີ່ຈະອອກຄຳຄຳເຫັນຢ່າງຫ້າວກັນໄດ້ເມື່ອຫວນຄືນເຖິງການຮຽນຂອງທ່ານໃນຂັ້ນປະລິນຍາໂທ ຢູ່ໃນສະຫະລັດ ເມື່ອປະມານ 10 ກວ່າປີກ່ອນ ຊຶ່ງທ່ານສູ່ຟັງວ່າ:
Your browser doesn’t support HTML5
ສຽງ 2 ຈັນທະເນດເວົາກ່ຽວກັບຂໍ້ຫຍຸ້ງຍາກໃນການສື່ສານໃນຫ້ອງຮຽນໃນມະຫາວິທະຍາໄບອາເມຣິກັນ
ທ່ານຈັນທະເນດ ພະໄກສອນທີ່ໄດ້ຮັບທຶນ Fulbright ມາສຶກສາທີ່ມະຫາວິທະຍາໄລ Brandeis, ລັດແມສຊາຈແຊສ ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທໃນປີ 2008
ທ່ານກ່າວອີກວ່າ ໃນສະຫະລັດນັ້ນ ການປະກອບຄຳຄິດເຫັນຢູ່ຫ້ອງຮຽນ ແມ່ນມີຄວາມສຳຄັນຫລາຍ ເພາະຫລາຍໆ ວິຊາມັນກວມເອົາຫລາຍເຖິງປະມານ 20 ເປີເຊັນຂອງຄະແນນທັງໝົດຂອງນັກສຶກສາ.
ນອກຈາກນັ້ນແລ້ວ, ດຣ. ບາຣອນ ກ່າວອີກວ່າ ຄວາມຫຍຸ້ງຍາກອີກອັນນຶ່ງສໍາ ລັບນັກຮຽນຕ່າງປະເທດບາງຄົນ ແມ່ນຄວາມເຂົ້າໃຈສຳນວນ ໃນພາສາອັງກິດ ແລະພາສາທີ່ໃຊ້ໃນການສົນທະນາຢູ່ໃນຊີວິດປະຈຳວັນຂອງນັກສຶກສາ ອາເມຣິກັນ. ຢູ່ມະຫາວິທະຍາໄລແວນເດີບິລທ໌ນັ້ນ ທ່ານນາງສັງເກດເຫັນວ່າ ມັນເປັນເລື້ອງຍາກ ສຳລັບນັກສຶກສາຕ່າງປະເທດ ແມ່ນແຕ່ຜູ້ທີ່ມີລະດັບພາສາອັງກິດ ໃນທາງວິຊາການສູງກໍຕາມ.
ສະຫລຸບແລ້ວ ການທີ່ຈະປະສົບຜົນສຳເລັດສູງ ຫລືຮຽນຈົບຕາມຄາດໝາຍໃນມະຫາວິທະຍາໄລຂອງອາເມຣິກັນໄດ້ນັ້ນ ນັກສຶກສາຕ່າງປະເທດ ໂດຍສະເພາະຜູ້ທີ່ມາຈາກວັດທະນະທຳ ທີ່ບໍ່ລຶ້ງເຄີຍກັບການອອກຄຳຄິດຄຳເຫັນ ໂຕ້ຕອບກັນກັບເພື່ອນຮ່ວມຫ້ອງຮຽນ ຫລືກັບອາຈານນັ້ນ ແມ່ນຕ້ອງໄດ້ປັບຕົວຢ່າງຫລວງຫລາຍ. ໃນພາກຕໍ່ໄປ ພວກເຮົາຈະນຳເອົາຂໍ້ແນະນຳບາງຢ່າງໃນການປັບຕົວ ຂອງນັກສຶກສາຕ່າງປະເທດຢູ່ໃນສະຫະລັດ. ໂປດຕິດຕາມຮັບຟັງດ້ວຍ.
ເບິ່ງວີດິໂອເລື້ອງນັກຮຽນຕ່າງປະເທດໃນມະຫາວິທະຍາໄລອາເມຣິກັນແຕ່ງບົດສອນພາສາອັງກິດ ສຳລັບຄົນຍົກຍ້າຍຖິ່ນຖານມາຢູ່ ສຫລ ໃໝ່ (ເປັນພາສາອັງກິດ)
Your browser doesn’t support HTML5
English as a Second Language to help Immigrants