ທ່ານ Solis ຖືກເລືອກ ເປັນປະທານາທິບໍດີ ຄົນໃໝ່ ຂອງຄອັສຕາ ຣິກາ (ວີດີໂອ)
ທ່່ານ Luis Guillermo Solis ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ Costa Rica ຢ່າງງ່າຍດາຍ.
ສ່ວນຢູ່ປະເທດ Costa Rica ນັ້ນ ທ່ານ Luis Guillermo
Solis ອະດີດນັກການທູດ ໄດ້ຮັບໄຊຊະນະຢ່າງງ່າຍດາຍ
ໃນການເລືອກຕັ້ງປະທານາທິບໍດີ ຮອບຕັດສິນຊີ້ຂາດ.
ໄຊຊະນະຂອງທ່ານໃນວັນອາທິດວານນີ້ ບໍ່ເປັນທີ່ປະຫລາດ
ໃຈ ເພາະວ່າຄູ່ແຂ່ງຂັນຂອງທ່ານ ຄື ທ່ານ Johnny Araya
ຈາກພັກ ປົດປ່ອຍຊາດ ຫລື PLN ຂອງລັດຖະບານ ໄດ້ຖອນ
ໂຕອອກຈາກການແຂ່ງຂັນ ຫລັງຈາກຄະແນນນິຍົມ ຂອງທ່ານ
Solis ຖີບຂຶ້ນຢ່າງຫລວງຫລາຍ ຫລັງຈາກການລົງຄະແນນ
ສຽງຮອບທຳອິດ.