ມີເກືອບຮອດ 870 ລ້ານຄົນ ໃນທົ່ວໂລກ ຂາດທາດອາຫານ ຢ່າງຮ້າຍແຮງ

ພາບຂອງເດັກນ້ອຍ ທີ່ຂາດທາດອາຫານ ຢູ່ໃນອ້ອມກອດແມ່ ໃນເຢເມນ.

ອົງການອາຫານຂອງສະຫະປະຊາຊາດ ກ່າວວ່າ ມີປະຊາຊົນ
ເກືອບຮອດ 870 ລ້ານຄົນ ໃນທົ່ວໂລກ ທີ່ຕົກຢູ່ໃນສະພາບທີ່
ຂາດທາດອາຫານຢ່າງຮ້າຍແຮງ.

ອົງການອາຫານແລະການກະເສດ ກ່າວຢູ່ໃນລາຍງານ ທີ່ນໍາ
ອອກເຜີຍແຜ່ ໃນວັນອັງຄານ ມື້ນີ້ ວ່າ 1 ໃນ 8 ຄົນໃດ ຫຼື 12.5%
ຂອງປະຊາກອນໂລກ ແມ່ນປະສົບກັບຄວາມອຶດຢາກມາກແຄ້ນ.

ອົງການອາຫານກ່າວວ່າ ໂຕເລກສະຖິຕິໃໝ່ນີ້ ແມ່ນຕໍ່າກວ່າ
ຈໍານວນທີ່ຄາດຄະເນໄວ້ເມື່ອບໍ່ນານມານີ້ ທີ່ວ່າ ຈໍານວນຜູ້ຄົນ
ທີ່ອົດຫິວນັ້ນ ຈະມີຫຼາຍເຖິງ925 ລ້ານຄົນ ໃນປີ 2010 ແລະມີ
1,000 ລ້ານຄົນໃນປີ 2009.

ຜູ້ອໍານວຍການຂອງອົງການອາຫານແລະການກະເສດ ທ່ານ
Jose Graziano da Silvaກ່າວ ໃນຄໍາເວົ້າຂອງທ່ານເອງນັ້ນ ກໍແມ່ນວ່າ “ໃນໂລກປະຈຸ
ບັນນີ້ ທີ່ເຕັມໄປດ້ວຍໂອກາດທາງດ້ານເທັກນິກແລະເສດຖະກິດແບບບໍ່ເຄີຍມີມາກ່ອນນັ້ນ
ພວກເຮົາເຫັນວ່າ ມັນເປັນເລື້ອງທີ່ຮັບເອົາບໍ່ໄດ້ຢ່າງສິ້ນເຊີງ ທີ່ວ່າ ມີພວກເດັກນ້ອຍ ອາຍຸ
ຕໍ່າກວ່າ 5 ຂວບ ຫຼາຍກວ່າ100 ລ້ານຄົນ ທີ່ຂາດນໍ້າໜັກ ຫຼືບໍ່ມີນໍ້າໜັກເທົ່າທີ່ຄວນຈະມີ
ແລະນັ້ນ ພາໃຫ້ພວກເຂົາເຈົ້າ ບໍ່ສາມາດບັນລຸ ຄວາມສາມາດບົ່ມຊ້ອນທາງດ້ານການ
ເປັນມະນຸດແລະທາງສັງຄົມ-ເສດຖະກິດ ຂອງເຂົາເຈົ້າໄດ້ຢ່າງເຕັມເມັດເຕັມໜ່ວຍ.”

ລາຍງານຍັງໄດ້ຮຽກຮ້ອງໃຫ້ເອົາບາດກ້າວ ແບບ Twin Track ຫລືສອງຢ່າງຄວບຄູ່ກັນ
ໄປ ເພື່ອແກ້ໄຂບັນຫາຄວາມອຶດຫິວນີ້ ຊຶ່ງຮວມທັງການໃຫ້ການສະໜັບສະໜູນແກ່ການ
ຈະເຈີນເຕີບໂຕຂອງເສດຖະກິດທີ່ມີພື້ນຖານກວ້າງໃຫຍ່ ແລະຈັດຕັ້ງຕາໜ່າງຄວາມປອດ
ໄພ ໃຫ້ແກ່ພວກທີ່ອ່ອນແອທີ່ສຸດນັ້ນ.