ສະຫະປະຊາຊາດ ສະແດງຄວາມຍິນດີຕໍ່ຂໍ້ຕົກລົງສັນຕິພາບ ທີ່
ເຊັນໂດຍສອງຊົນເຜົ່າ ໃນພາກໃຕ້ຂອງລີເບຍ ແລະໄດ້ກ່າວຢໍ້າ
ເຖິງການຮຽກຮ້ອງຂອງຕົນ ໃຫ້ຮັບຮອງເອົາຂໍ້ຕົກລົງແຫ່ງຊາດ
ເພື່ອຍຸດຕິວິກິດ ການທາງດ້ານການເມືອງ ຢູ່ໃນປະເທດ ທີ່ດຳ
ເນີນມາເປັນເວລານຶ່ງປີ ກວ່າໆແລ້ວນັ້ນ.
Qatar ເປັນຜູ້ໄກ່ເກ່ຍໃນຂໍ້ຕົກລົງລະຫວ່າງຊົນເຜົ່າ Tuareg
ແລະ ຊົນເຜົ່າ Tebu ຢູ່ທີ່ເມືອງ Ubani ແລະອົງການຂ່າວ
QNA ຂອງ ລັດຖະບານ ກ່າວວ່າ ມັນຮວມທັງການຢຸດຍິງຢ່າງ
ຖາວອນ ແລະສົ່ງພວກອົບພະຍົບກັບຄືນບ້ານເດີມຂອງພວກ
ເຂົາເຈົ້າ. ຖະແຫລງການຮ່ວມລະຫວ່າງສອງຝ່າຍ ໄດ້ຮຽກຮ້ອງ
ໃຫ້ຊາວລີເບຍທັງໝົດປະນີປະ ນອມກັນ ແລະເຮັດວຽກຮ່ວມກັນ
ເພື່ອສ້າງສາປະເທດຊາດເຂົາເຈົ້າ.
ສະຫະປະຊາຊາດ ໄດ້ປະຕິບັດງານເພື່ອໄກ່ເກ່ຍໃຫ້ບັນລຸຂໍ້ຕົກລົງແຫ່ງຊາດ ລະຫວ່າງ
ສອງລັດຖະບານທີ່ເປັນຄູຸ່ແຂ່ງ ຊຶ່ງຝ່າຍໜຶ່ງຮັບຮູ້ໂດຍປະຊາຄົມນາໆຊາດ ທີ່ຕັ້ງຢູ່ເມືອງ
Tobruk ແລະອີກຝ່າຍໜຶ່ງ ຢູ່ທີ່ ນະຄອນ Tripoli.
ໂຄສົກສະຫະປະຊາຊາດ ກ່າວໃນວັນອັງຄານວານນີ້ວ່າ ຂໍ້ຕົກລົງຊົນ ເຜົ່າດັ່ງກ່າວນີ້ ເປັນ
ການເຄື່ອນໄຫວທີ່ສຳຄັນ ແລະເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon ຫວັງວ່າ Qatar ຈະສາ ມາດໃຊ້ອິດທິພົນຂອງຕົນອີກຄັ້ງໜຶ່ງ ໃນການໄກ່ເກ່ຍ
ລະດັບຊາດ.
ຖະແຫລງການ ກ່າວຕໍ່ໄປວ່າ “ການລິເລີ້ມທ້ອງຖິ່ນທັງໝົດ ໄດ້ແນໃສ່ການຢຸດຍິງ ແລະ
ການປອງດອງຊາດ ທີ່ຈະຕ້ອງນຳໃຊ້ໂດຍ ໃນຂໍ້ຕົກ ລົງການເມືອງທົ່ວປະເທດ ເພື່ອຫລຸດ
ຜ່ອນການຂັດແຍ້ງບໍ່ໃຫ້ຂະຫຍາຍ ວົງອອກຕື່ມ.”
ທູດພິເສດສະຫະປະຊາຊາດຄົນໃໝ່ປະຈຳລີເບຍ ທ່ານ Martin Kobler ໄດ້ເປີດການ
ໂອ້ລົມກັບບັນດາເຈົ້າໜ້າທີ່ ຢູ່ນະຄອນ Tripoli ແລະເມືອງ Tobuk ໃນວັນເສົາ ແລະອາທິດຜ່ານມາ ແລະກ່າວວ່າ “ມັນເຖິງເວລາແລ້ວທີ່ຈະສະຫລຸບຂໍ້ຕົກລົງນີ້.” ທ່ານໄດ້
ຮຽກຮ້ອງໃຫ້ມີການລົງຄະແນນຮັບເອົາຂໍ້ຕົກລົງດັ່ງກ່າວໂດຍໄວເທົ່າທີ່ຈະໄວໄດ້.