ກະຊວງປ້ອງກັນປະເທດຣັດເຊຍ ໄດ້ກ່າວໃນວັນອັງຄານມື້ນີ້ວ່າ
ຝູງເຮືອບິນຊຸດທຳອິດຂອງຕົນໄດ້ອອກຈາກຊິເຣຍ ຫລັງຈາກ
ປະທານາທິບໍດີ Vladimir Putin ໄດ້ປະກາດ ກ່ຽວກັບ ການ
ຖອນກອງກຳລັງສ່ວນໃຫຍ່ຂອງຕົນອອກຈາກຊິເຣຍ ລຸນຫຼັງ
ການປະຕິບັດງານເປັນເວລາ 5 ເດືອນເຄິ່ງ ຢູ່ທີ່ນັ້ນ.
ຝູງເຮືອບິນໄດ້ບິນອອກຈາກຄ້າຍທະຫານອາກາດໃນເມືອງ Hmeymim ທາງພາກຕາເວັນຕົກຂອງແຂວງ Latakia ໃນຊິເຣຍ ນັ້ນ ກັບຄືນມາຍັງຣັດເຊຍ.
ທ່ານ Putin ໄດ້ກ່າວໃນວັນຈັນວານນີ້ວ່າ “ສ່ວນໃຫຍ່” ຂອງທາງທະຫານໃນການປະຕິ ບັດງານໃນຊິເຣຍ ຊຶ່ງໃນປະຈຸບັນນີ້ ມັນສາມາດປ່ອຍວາງໃຫ້ພວກເຂົາເຈົ້າເຕີມເຕັມຢ່າງໃຫຍ່ຫຼວງໃນພາລະກິດໃນທີ່ນັ້ນ.
ເຮືອບິນລົບຂອງຣັດເຊຍ ບິນຜ່ານຝັ່ງທະເລ Mediterranean ເມືອງ Latakia, Syria, 28 ມັງກອນ, 2016.
ທູດພິເສດຂອງອົງການສະຫະປະຊາຊາດ ກ່ຽວກັບ ຊິເຣຍ ທ່ານ Staffan de Mistura ໄດ້ກ່າວສັນລະເສີນ ຕໍ່ການຕັດສິນໃຈຂອງທ່ານ Putin ຊຶ່ງມັນເປັນ “ບາດກ້າວອັນສຳຄັນ” ໃນວັນອັງຄານມື້ນີ້ ແລະໄດ້ກ່າວວ່າ ທ່ານຫວັງວ່າ ມັນຈະມີຜົນໃນທາງບວກຕໍ່ການເຈລະ ຈາສັນຕິພາບກ່ຽວກັບຊິເຣຍ ຊຶ່ງທ່ານເປັນຜູ້ໄກ່ເກ່ຍໃນນະຄອນ ເຈນິວາ ນັ້ນ.
ເອກອັກຄະລັດຖະທູດຈາກ ອັງໂກລາ ປະຈຳອົງການສະຫະປະຊາຊາດ ທ່ານ Ismael Gaspar Martins ຜູ້ຊຶ່ງເປັນປະທານວຽນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ກ່າວວ່າ ການເອົາບາດກ້າວຂອງຣັດເຊຍແລະການກັບຄືນສູ່ການເຈລະຈາສັນຕິພາບ ໝາຍຄວາມວ່າ ມັນເປັນອາລົມທີ່ທາງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ້າວຄືບໄປ “ທີ່ຈະມີຜົນສະຫຼຸບໃນທາງບວກ.”
ທ່ານ Martins ໄດ້ກ່າວວ່າ “ຕອນທີ່ພວກເຮົາເຫັນການຖອນກຳລັງອອກນັ້ນ ໝາຍຄວາມວ່າສົງຄາມໄດ້ກ້າວໄປໃນອີກທິດທາງນຶ່ງ. ນັ້ນແມ່ນສິ່ງທີ່ດີ.”
ທຳນຽບຂາວ ໄດ້ກ່າວວ່າ ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຮ້ອງຮຽນໃຫ້ທ່ານ Putin ປຶກສາຫາລືກັນກ່ຽວກັບການປະກາດຖອນທັບອອກຈາກຊິເຣຍ ແລະໂອ້ລົມກັນ
ເຖິງເລື້ອງການເອົານຳໜ້າທາງດ້ານການເຈລະຈາທາງການເມືອງກັບຊິເຣຍ.
Your browser doesn’t support HTML5
Russia Syria