ສປຊ ເຕືອນ ກ່ຽວກັບໄພນໍ້າຖ້ວມ ຕື່ມອີກ ໃນອັບການິສຖານ

ຜູ້ຊາຍຊາວອັບການິສຖານ ເກັບເຄື້ອງຂອງຂອງລາວ ຈາກເຮືອນທີ່ໄດ້ຮັບຄວາມເສຍຫາຍຂອງຕົນ ຫຼັງຈາກນໍ້າຖ້ວມໜັກ ໃນ ແຂງ ກໍ ໃນພາກຕາເວັນຕົກຂອງອັບການິສຖານ, ວັນທີ 18 ພຶດສະພາ 2024.

ໃນຂະນະທີ່ອົງການສະຫະປະຊາຊາດເຕືອນ ກ່ຽວກັບໄພນໍ້າຖ້ວມທີ່ "ຮຸນແຮງ" ຫຼາຍຂຶ້ນ ທີ່ສົ່ງຜົນກະທົບຕໍ່ຄວາມຫມັ້ນຄົງດ້ານສະບຽງອາຫານໃນ ອັຟການິສຖານ ໃນບໍ່ເທົ່າໃດເດືອນຂ້າງຫນ້ານີ້, ບັນດາຜູ້ຊ່ຽວຊານກ່າວວ່າ ປະເທດນີ້ຈຳເປັນຕ້ອງມີການວາງແຜນໄລຍະຍາວ ເພື່ອຫຼຸດຜ່ອນຜົນກະທົບ ດ້ານລົບຂອງການປ່ຽນແປງດິນຟ້າອາກາດ.

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ໄພ​ນ້ຳ​ຖ້ວມ​ຢູ່​ບັນດາ​ແຂວງທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ​ແລະ​ພາກຕາ​ເວັນ​ຕົກ​ສຽງ​ເໜືອ ​ໃນ​ສອງ​ອາທິດ​ຜ່ານ​ມາ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາຊົນ​ຫລາຍ​ກວ່າ 80,000 ຄົນ​ໃນ​ປະ​ເທດ.

ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ​ທ້ອງ​ຖິ່ນ​ ໃນ​ແຂວງ ກໍ (Ghor) ທາງພາກ​ຕາ​ເວັນ​ຕົກ ກ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ ໄພ​ນ້ຳ​ຖ້ວມ​ໃນ​ອາ​ທິດ​ທີ່ຜ່ານ​ມາ​ ໃນ​ແຂວງ​ດັ່ງ​ກ່າວ​ໄດ້ເຮັດໃຫ້ມີຜູ້ເສຍຊີວິດ​ຢ່າງ​ໜ້ອຍ 50 ຄົນ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ບ້ານ​ເຮືອນ ແລະ​ຮ້ານ​ຄ້າ​ຫລາຍ​ກວ່າ 4,000 ຫຼັງ.

ອີງຕາມຂໍ້ມູນຈາກອົງການສະຫະປະຊາຊາດ, ໄພນໍ້າຖ້ວມ ວັນ​ທີ 10 ​ແລະ 11 ພຶດສະພາ​ນີ້ ​ຢູ່​ແຂວງ ບາດັກຊານ (Badakhshan), ຕາຄາ (Takhar) ​ແລະ ບັກລັນ (Baghlan) ​ໄດ້​ເຮັດ​ໃຫ້ 347 ຄົນ​ເສຍ​ຊີວິດ ​ແລະ 1.651 ຄົນ​ບາດ​ເຈັບ. ​ໄພ​ນ້ຳ​ຖ້ວມ​ໄດ້​ທຳລາຍ​ເຮືອນ 7.800 ຫຼັງ, ​ເຮັດ​ໃຫ້​ສັດລ້ຽງ​ຕາຍ​ເກືອບ 14.000 ​ໂຕ ​ແລະ ທຳລາຍ​ເນື້ອ​ທີ່​ດິນ​ປະມານ 24,000 ​ເຮັກຕາ​ໃນ 3 ​ແຂວງ.

ວິ​ກິດ​ການ​ດິນ​ຟ້າ​ອາ​ກາດ​ທີ່​ຮ້າຍ​ແຮງ​ຂຶ້ນນີ້ ​ໄດ້​ເຮັດໃຫ້ມີ "ຮູບ​ແບບ​ສະພາບ​ດິນ​ຟ້າ​ອາ​ກາດທີ່ບໍ່ແນ່ນອນ​" ຊຶ່ງ​ໄດ້ "ກາຍ​ເປັນ​ພາ​ວະ​ປົກ​ກະ​ຕິ" ໃນ​ປະ​ເທດນີ້, ອີງ​ຕາມ​ໂຄງ​ການ​ອາ​ຫານ​ໂລກ.

ອ່ານຂ່າວນີ້ເປັນພາສາອັງກິດ