ທ່ານທຣຳ ແລະອີຈິບ ເຫັນດີ ໃຫ້ໂຈະ ການລົງ ຄະແນນສຽງ ກ່ຽວກັບ ອິສຣາແອລ

ທຸງຊາດຂອງອິສຣາແອລ ສາມາດແນມເຫັນ ຢູ່ໃກ້ກັບເຂດ ຕັ້ງຖິ່ນຖານໃໝ່ ໃນເມືອງ Maaleh Adumimແຄມຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ ຢູ່ເຂດຊານເມືອງ ນະຄອນຫຼວງ Jerusalem.

ອີຈິບໄດ້ຂໍຮ້ອງ​ໃຫ້ອົງການສະຫະປະຊາຊາດ ໂຈະການລົງຄະແນນສຽງ “ຢ່າງ
ຖາວອນ”
ກ່ຽວກັບຍັດຕິການ ຮຽກຮ້ອງ​ໃຫ້ອິສຣາແອລ ຍຸຕິການຕັ້ງບ້ານໃໝ່ຢູ່
ໃນດິນ​ແດນຂອງປາແລັສໄຕນ໌ ຫຼັງຈາກທີ່ປະທານາທິບໍດີຂອງອີຈິບ ໄດ້ຮັບ
ໂທລະສັບ ຈາກປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ.

ຖະແຫລງການໃນວັນສຸກມື້ນີ້ ຈາກປະທານາທິບໍດີ ອີຈິບ ທ່ານ Abdel Fatta
el-Sissi ໄດ້ກ່າວວ່າ “ຜູ້ນຳທັງສອງ ໄດ້ເຫັນດີນຳ​ກັນ ຕໍ່ຄວາມສຳຄັນ ຂອງ ການໃຫ້ລັດຖະບານຊຸດໃໝ່ ມີໂອກາດຮັບມືຢ່າງຄົບຖ້ວນ ກັບທຸກໆດ້ານ ​ໃນການຕໍ່ສູ້ຂອງຊາວປາແລັສໄຕນ໌ ເພື່ອໃຫ້ບັນລຸຂໍ້ຕົກລົງທີ່ກວ້າງຂວາງ.”

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ມີກຳນົດ ຈະຈັດກອງປະຊຸມ ໃນວັນພະຫັດວານນີ້ ເພື່ອລົງຄະແນນສຽງ ກ່ຽວກັບຍັດຕິດັ່ງກ່າວຊຶ່ງຈະຮຽກຮ້ອງ ໃຫ້ຍຸຕິການຕັ້ງບ້ານໃໝ່ ໃນດິນ​ແດນຂອງປາແລັສໄຕນ໌ ໂດຍເອີ້ນວ່າ “ມີຄວາມ
ຈຳເປັນ ຕໍ່ການກອບກູ້ ​ໃນ​ການແກ້ໄຂ ​ແບບ​ມີ​ສອງລັດ ສອງປະເທດ”
ທີ່ຈະໄດ້ ເຫັນຊາວອິສຣາແອລ ແລະຊາວປາແລັສໄຕນ໌ອາ​ໄສຢູ່ຄຽງຂ້າງກັນ ດ້ວຍ​ຄວາມສັນຕິ.

ຍັດຕິດັ່ງກ່າວຍັງ​ເວົ້າວ່າ ການຕັ້ງຖິ່ນຖານໃໝ່ທີ່ມີຢູ່ໃນປັດຈຸບັນນີ້ ແມ່ນ “ບໍ່ມີຄວາມ ຖືກຕ້ອງຊອບ​ທຳ​ທາງກົດໝາຍ” ແລະ ເປັນ “ການລະເມີດຢ່າງຈະແຈ້ງ” ຕໍ່ ກົດໝາຍສາກົນ.

ອິສຣາແອລ ໄດ້ພົວພັນຢ່າງໃຫຍ່ ໃນຄວາມພະຍາຍາມວິ້ງເຕັ້ນ ເພື່ອຕໍ່ຕ້ານ ມາດຕະການດັ່ງກ່າວ.

ສ່ວນອີຈິບ ທີ່ໄດ້ນຳ​ສະ​ເໜີຍັດຕິ ແມ່ນນຶ່ງໃນສິບ ສະມາຊິກຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ບໍ່ແມ່ນສະມາຊິກຖາວອນ.

ມັນບໍ່ຄ່ອຍ​ໄດ້​ເຫັນ ຖ້າຫາກ​ວ່າ​ບໍ່​ເຄີຍ​ເກີດ​ຂຶ້ນມາ​ກ່ອນ ທີ່ປະທານາທິບໍດີສະຫະລັດ ທີ່ຖືກເລືອກໃໝ່ ທີ່ຈະ​ເຂົ້າໄປກ່ຽວຂ້ອງ ກັບຄວາມພະຍາຍາມດ້ານການທູດ ໃນ ຂະນະທີ່ກຳລັງເກີດຂຶ້ນຢູ່ນັ້ນ.

ທ່ານທຣຳ ແລະ ນາຍົກລັດຖະມົນຕີ ຂອງອິສຣາແອລ ທ່ານ Benjamin Netanyahu ໄດ້ຮຽກຮ້ອງ ​ໃຫ້ລັດຖະບານທ່ານໂອບາມາ ​ໃຊ້​ສິດ​ຢັບຢັ້ງຍັດຕິ ຂອງອົງການສະຫະ ປະຊາຊາດ ທີ່ຈະສັ່ງ​ໃຫ້​ຢຸດ​ເຊົາ ການຕັ້ງບ້ານໃໝ່ ໃນເຂດ ຍຶດຄອງຊາວປາແລັສໄຕນ໌.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ