ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ໄດ້ເອົາບາດກ້າວ ທາງດ້ານການທູດຕໍ່ປະເທດຕ່າງໆ ທີ່ເປັນຜູ້ຮ່ວມສະເໜີຍັດຕິຕໍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຕໍ່ຕ້ານການຕັ້ງບ້ານໃໝ່ຂອງຊາວຢິວໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນແລະກ້ຳຕາເວັນອອກຂອງນະຄອນເຈຣູຊາແລັມຊຶ່ງຊາວປາແລສໄຕນ໌ຢາກຈະ ຕັ້ງເປັນນະຄອນຫຼວງຂອງປະເທດ ໃນອະນາຄົດນັ້ນ.
ທ່ານ Netanyahu ໃນວັນເສົາມື້ນີ້ ໄດ້ສັ່ງໃຫ້ເອກອັກຄະລັດຖະທູດຂອງອິສຣາແອລປະ ຈຳນິວຊີແລນ ແລະເຊເນກາລ ກັບຄືນປະເທດເພື່ອປຶກສາຫາລື.
ການລົງຄະແນນສຽງໃນມື້ວານນີ້ແມ່ນມີຂຶ້ນຕາມການຂໍຮ້ອງຂອງປະເທດທັງ 2 ພ້ອມທັງເວເນຊູເອລາ ແລະມາເລເຊຍ. ທຳອິດອີຈິບແມ່ນເປັນຜູ້ນຳສະເໜີຍັດຕິແຕ່ຕໍ່ມາໄດ້ຖອນ ຂໍ້ສະເໜີຂອງຕົນ ໃນວັນພະຫັດຜ່ານມາ ຫຼັງຈາກການໂທລະສັບໂອ້ລົມລະຫວ່າງປະທາ ນາທິບໍດີອີຈິບ ທ່ານ Abdel Fattah el-Sissi ແລະ ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ຂອງສະຫະລັດ ທ່ານ Donald Trump.
ຄວາມບໍ່ພໍໃຈຂອງລັດຖະບານທ່ານໂອບາມາທີ່ພວມຈະພົ້ນຈາກໜ້າທີ່ ກ່ຽວກັບການຂະ ຫຍາຍການຕັ້ງຖິ່ນຖານຂອງອິສຣາແອລໄດ້ຟົດເດືອດຂຶ້ນໃນວັນສຸກວານນີ້ເວລາສະຫະ ລັດໄດ້ເອົາບາດກ້າວທີ່ບໍ່ຄ່ອຍໄດ້ເຫັນກັນ ໂດຍປ່ອຍໃຫ້ຮ່າງຍັດຕິນີ້ ຜ່ານສະພາຄວາມໝັ້ນຄົງ.
ທ່ານ Ben Rhodes ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ກ່າວຕໍ່ພວກນັກຂ່າວວ່າ “ພວກເຮົາບໍ່ສາມາດ ດ້ວຍການມີຈິດສຳນຶກທີ່ດີ ທີ່ຈະໃຊ້ສິດຢັບຢັ້ງຕໍ່ ຍັດ ຕິນີ້” ຊຶ່ງເປັນການປະຕິບັດຕາມປົກກະຕິຂອງສະຫະລັດ ຢູ່ໃນສະພາຄວາມໝັ້ນຄົງ ຕໍ່ການລົງຄະແນນສຽງທີ່ແນໃສ່ອິສຣາແອລ.
Your browser doesn’t support HTML5
US UN Israel
ທ່ານ Rhodes ກ່າວວ່າ ເຖິງແມ່ນສະຫະລັດໄດ້ລຸກຂຶ້ນສະເໝີມາ ເພື່ອປົກປ້ອງອິສຣາ ແອລແຕ່ລັດຖະບານຂອງປະເທດດັ່ງກ່າວກໍບໍ່ໄດ້ເອົາຫົວຊາຕໍ່ການສະແດງຄວາມເປັນຫ່ວງຊ້ຳແລ້ວຊ້ຳອີກຕໍ່ການຕັ້ງບ້ານໃໝ່ທີ່ເພີ້ມທະວີຂຶ້ນຢູ່ໃນເຂດຍຶດຄອງປາແລສໄຕນ໌ ນັບແຕ່ປີ 1967 ເປັນຕົ້ນມາ. ທ່ານໃຫ້ຂໍ້ສັງເກດວ່າ ເວລານີ້ ມີພວກເຂົ້າໄປຕັ້ງຖິ່ນຖານ ທັງໝົດ 90,000 ຄົນ ອາໄສຢູ່ນອກເຂດກຳແພງທີ່ອິສຣາແອລເອງໄດ້ສ້າງຂຶ້ນມານັ້ນ.