ສປຊ ຢາກໃຫ້ ມີການລົງໂທດ ຕໍ່ພວກໂຈມຕີ ດ້ວຍແກັສພິດ ໃນຊີເຣຍ

ສະພາຄວາມໝັ້ນຄົງ ສປຊ ລົງຄະແນນສຽງ ອະນຸມັດ ມະຕິສະບັບນີ້ ທີ່ນິວຢອກ (20 ກໍລະກົດ 2015)

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້ເຫັນພ້ອມ
ຢ່າງເປັນເອກກະສັນໃນມື້ວັນສຸກວານນີ້ໃຫ້ສ້າງຕັ້ງກົນໄກການ
ສືບສວນຮ່ວມ ເພື່ອລະບຸໂຕ ພວກທີ່ໃຊ້ສານຄລໍຣີນ ແລະສານ
ພິດເຄມີອື່ນໆໂຈມຕີຢູ່ໃນປະເທດຊີເຣຍ. ນີ້ແມ່ນເທື່ອທຳອິດທີ່ ສະພາຄວາມໝັ້ນຄົງສະຫະປະຊາຊາດຊອກຫາຊ່ອງທາງເພື່ອ
ໃຫ້ມີການສ້າງຕັ້ງການກວດສອບວ່າໃຜເປັນຜູ້ຮັບຜິດຊອບໃນ
ການໂຈມຕີຢູ່ໃນຊີເຣຍ.

ໃນປີ 2013 ໂລກໄດ້ຕື່ນຕົກໃຈໃນການໂຈມຕີດ້ວຍແກັສຊາຣີນ
ທີ່ໜ້າຢ້ານກົວ ຕໍ່ຄຸ້ມ Ghouta ໃນເຂດຊານເມືອງຂອງນະຄອນ
ຫຼວງດາມາສກັສທີ່ຄວບຄຸມໂດຍພວກຕໍ່ຕ້ານລັດຖະບານຊຶ່ງໄດ້
ສັງຫານພົນລະເຮືອນຫຼາຍຮ້ອຍຄົນ.

ລັດຖະບານ ຂອງປະທານາທິບໍດີ Bashar al-Assad ໄດ້ປະຕິເສດວ່າ ຕົນບໍ່ໄດ້ເປັນຜູ້ ໂຈມຕີແຕ່ກໍຍອມຮັບເອົາການຕົກລົງລະຫວ່າງສະຫະລັດກັບຣັດເຊຍ ເພື່ອປະກາດກ່ຽວ ກັບຈຳນວນອາວຸດເຄມີທີ່ມີຢູ່ໃນສາງເກັບຂອງຕົນແລະອະນຸຍາດໃຫ້ຄະນະກວດກາຂອງ
ນາໆຊາດເຂົ້າໄປກວດເບິ່ງແລະທຳລາຍອາວຸດເຫຼົ່າ ນີ້.

ແຕ່ເຖິງແມ່ນວ່າໄດ້ມີການກວດພິສູດກ່ຽວກັບການທຳລາຍກໍຈິງໃນເດືອນກຸມພາຜ່ານມາ ອົງການຫ້າມໃຊ້ອາວຸດເຄມີ ຫຼື OPCW ກ່າວວ່າ ຄະນະກວດສອບຂອງຕົນມີຄວາມເຊື່ອ ໝັ້ນເປັນຢ່າງສູງວ່າ ສານພິດເຄມີຄລໍຣີນໄດ້ຖືກນຳໃຊ້ເປັນອາວຸດຊ້ຳແລ້ວຊ້ຳອີກ ແລະກໍ ຢ່າງເປັນລະບົບ.

ສານພິດຄລໍຣີນ ໄດ້ຖືກຖິ້ມລົງ ຈາກເຮືອບິນ ໃນລະເບີດຖັງ. ພວກຕໍ່ຕ້ານລັດຖະບານຊີ ເຣຍບໍ່ມີເຮືອບິນຫຼືເຮຣີຄອບເຕີ້ ມີແຕ່ລັດຖະບານເທົ່ານັ້ນມີສິ່ງເຫຼົ່ານີ້. ລັດຖະບານຊີເຣຍ ໄດ້ປະຕິເສດຊ້ຳແລ້ວຊ້ຳອີກວ່າຕົນບໍ່ໄດ້ທຳການໂຈມຕີ. ໃນມື້ວັນ ສຸກວານນີ້ ທູດຊີເຣຍ ປະຈຳອົງການສະຫະປະຊາຊາດໄດ້ປະຕິເສດອີກຄັ້ງນຶ່ງຢູ່ ທີ່ສະພາຄວາມໝັ້ນຄົງ ແລະ ເວົ້າວ່າການໃຫ້ການຂອງພວກພະຍານກ່ຽວກັບການໂຈມຕີໂດຍເຮືອບິນລັດຖະບານນັ້ນ
ແມ່ນການເສກສັນປັ້ນແຕ່ງຂຶ້ນ.

ສະຫະລັດໄດ້ດຳເນີນງານມາເປັນເວລາຫຼາຍເດືອນກ່ຽວກັບຮ່າງຍັດຕິຂອງສະພາຄວາມ ໝັ້ນຄົງເພື່ອຊອກຫາຊ່ອງທາງໃຫ້ມີຜູ້ຮັບຜິດຊອບຕໍ່ການກໍ່ການເຊັ່ນການໂຈມຕີດັ່ງກ່າວ.

ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Saman-
tha Power ກ່າວວ່າ ກົນໄກໃໝ່ນີ້ແມ່ນເປັນການສົ່ງຄຳເຕືອນຢ່າງແຂງຂັນວ່າໃນທີ່ສຸດ ປະຊາຄົມນາໆຊາດ ມີເຄື່ອງມືແລ້ວທີ່ຈະລະບຸໂຕ ພວກທີ່ກໍ່ການ ແລະພວກເຮົາກໍຕັ້ງໃຈ ຈະກະທຳເຊັ່ນນັ້ນ.

Your browser doesn’t support HTML5

UN Syria