ຄາດວ່າ ຄະນະກວດກາຂອງສະຫະປະຊາຊາດ ຈະໄດ້
ຮັບອະນຸຍາດໃນວັນຈັນມື້ນີ້ ໃຫ້ ເຂົ້າໄປຍັງເຂດທີ່ສົງໄສ
ກັນວ່າ ມີການນໍາໃຊ້ອາວຸດເຄມີ ໂຈມຕີຜູ້ຄົນໃນນະ
ຄອນຫຼວງຊີເຣຍ.
ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ
ທ່ານ Ban Ki-moon ໄດ້ກ່າວໃນ ບໍ່ເທົ່າໃດຊົ່ວໂມງ
ກ່ອນທີ່ທາງຄະນະກວດກາຈະເລີ່ມເຮັດວຽກນັ້ນ
ວ່າຄວາມສໍາເລັດຂອງ ຄະນະກວດກາ ອາດສາ
ມາດຍັບຍັ້ງການນໍາໃຊ້ອາວຸດເຄມີໃນອະນາຄົດ
ຢູ່ໃນຊີເຣຍແລະ ທີ່ອື່ນໆໄດ້.
ທ່ານ Ban Ki-moon ເວົ້າວ່າ “ທຸກໆຄົນທີ່ຢູ່ໃນຊີເຣຍນັ້ນ ແມ່ນມີເດີມພັນ
ໃນການໄດ້ຮູ້ຄວາມຈິງ. ໂລກທັງໂລກຄວນມີຄວາມເປັນຫວ່ງກັງວົນກ່ຽວ
ກັບໄພຂົ່ມຂູ່ໃດໆຈາກອາວຸດເຄມີ ຫລືຈາກການນໍາໃຊ້ອາວຸດເຄມີ ແລະ
ນັ້ນຄືສາເຫດທີ່ຄົນທັງໂລກ ກໍາລັງຈັບຕາມອງເບິ່ງຊີເຣຍຢູ່.”
ຝ່າຍຕໍ່ຕ້ານແລະພວກເຄື່ອນໄຫວ ກ່າວວ່າ ລັດຖະບານຊີເຣຍໄດ້ນໍາໃຊ້ອາວຸດເຄມີ
ໃນການໂຈມຕີເມື່ອວັນທີ 21 ເດືອນສິງຫານີ້ ຕໍ່ເມືອງ Ghouta ອັນເປັນເຂດຊານເມືອງ
ກໍ້າພາກຕາເວັນອອກຂອງນະຄອນຫລວງດາມັສກັສ ທີ່ໄດ້ສັງຫານພົນລະເຮືອນຫຼາຍ
ຮ້ອຍຄົນ. ລັດຖະບານໄດ້ປະຕິເສດຕໍ່ຂໍ້ກ່າວຫາທີ່ວ່ານີ້ ແລະກ່າວຫາຝ່າຍຕໍ່ຕ້ານຄືນວ່າ
ເປັນຝ່າຍໃຊ້ອາວຸດດັ່ງກ່າວ.
ສະຫະລັດໄດ້ກ່າວຕໍານິຕິຕຽນຊີເຣຍທີ່ບໍ່ໄດ້ອະນຸຍາດໃຫ້ຄະນະກວດກາຂອງສະຫະ
ປະຊາຊາດເຂົ້າໄປ ຈົນກວ່າ 5 ມື້ຜ່ານມາ ຫລັງຈາກມີການໂຈມຕີເກີດຂຶ້ນແລ້ວ.

ນັກເຄື່ອນໄຫວ ຊີເຣຍ ກ່າວຫາ ມີການໃຊ້ ອາວຸດເຄມີ ເທື່ອໃໝ່
ຝ່າຍຕໍ່ຕ້ານແລະພວກເຄື່ອນໄຫວ ກ່າວວ່າ ລັດຖະບານຊີເຣຍໄດ້ນໍາໃຊ້ອາວຸດເຄມີ
ໃນການໂຈມຕີເມື່ອວັນທີ 21 ເດືອນສິງຫານີ້ ຕໍ່ເມືອງ Ghouta ອັນເປັນເຂດຊານເມືອງ
ກໍ້າພາກຕາເວັນອອກຂອງນະຄອນຫລວງດາມັສກັສ ທີ່ໄດ້ສັງຫານພົນລະເຮືອນຫຼາຍ
ຮ້ອຍຄົນ. ລັດຖະບານໄດ້ປະຕິເສດຕໍ່ຂໍ້ກ່າວຫາທີ່ວ່ານີ້ ແລະກ່າວຫາຝ່າຍຕໍ່ຕ້ານຄືນວ່າ
ເປັນຝ່າຍໃຊ້ອາວຸດດັ່ງກ່າວ.
ສະຫະລັດໄດ້ກ່າວຕໍານິຕິຕຽນຊີເຣຍທີ່ບໍ່ໄດ້ອະນຸຍາດໃຫ້ຄະນະກວດກາຂອງສະຫະ
ປະຊາຊາດເຂົ້າໄປ ຈົນກວ່າ 5 ມື້ຜ່ານມາ ຫລັງຈາກມີການໂຈມຕີເກີດຂຶ້ນແລ້ວ.
Your browser doesn’t support HTML5
UN Pushes For Investigation of Syria's Chemical Weapons Use