ສປຊ ຮຽກຮ້ອງໃຫ້ ບັນດາຜູ້ນຳ ​ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ​ແລະ ​ໄທ ຊ່ອຍເຫຼືອອົບພະຍົບ

ເຮືອຊາວອົບພະຍົບ ບັງກລາແດັສ ທີ່ໄດ້ໄປເຖິງຝັ່ງ ອິນໂດເນເຊຍ ເມື່ອບໍ່ດົນມານີ້ ຍົກຈານຂອງພວກເຂົາຂຶ້ນ ເພື່ອຂໍເອົາອາຫານຕື່ມອີກ ຂະນະທີ່ ບໍລິການອາຫານເຊົ້າ ຢູ່ທີ່ພັກພາອາໄສ ໃນເມືອງ Kuala Langsa ຂອງແຂວງ Aceh ປະເທດອິນໂດເນເຊຍ, ວັນທີ 19 ພຶດສະພາ 2015.

ອົງການ​ສະຫະ​ປະຊາ​ຊາດ ​ພວມ​ທະວີ​ຄວາມ​ກົດ​ດັນ ຕໍ່​ບັນດາ
ລັດຖະບານ​ຂອງ​ປະ​ເທດ ໃນເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້
ທີ່​ຍັງລັງເລໃຈ ​ບໍ່​ຢາກ​ໃຫ້ການ​ຊ່ອຍ​ເຫຼືອ ແກ່ພວກ​ອົບ​ພະຍົບ
​ແລະ ແຮງ​ງານ​ເຄື່ອນ​ຍ້າຍ ທີ່​ຖືກ​ປ່ອຍປະ​ໄວ້​ໃນ​ທະ​ເລ ຫຼັງຈາກ
​ມີ​ການ​ປາບ​ປາມ​ພວກ​ຄ້າ​ມະນຸດນັ້ນ.

​ຖະ​ແຫລງຮ່ວມ​ສະບັບ​ໜຶ່ງ ທີ່ອອກໃນ​ວັນ​ອັງຄານມື້​ນີ້ ​ໂດຍ​ບັນດາ
ອົງການ​ຕ່າງໆ ຂອງສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ໂດຍ​ກົງ​ ຕໍ່
​ບັນດາ​ຜູ້ນຳ ຂອງ​ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ​ແລະ ​ໄທ ​ເພື່ອ​ຕ່າວ
ປີ້ນນະ​ໂຍບາຍ​ ຜັກດັນຫຼືສົ່ງຄືນພວກ​ເຮືອ ​ທີ່​ເຕັມ​ໄປ​ດ້ວຍ
ອົບ​ພະຍົບທີ່ໝົດ​ຫວັງນັ້ນ.

ສປຊ ຮຽກຮ້ອງ ໃຫ້ໄທ ອິນໂດເນເຊຍ ແລະມາເລເຊຍ ຊ່ອຍອົບພະຍົບ

​ຖະ​ແຫລ​ງດັ່ງກ່າວ​ ມີ​ຂໍ້ຄວາມ​ວ່າ “ພວກ​ເຮົາ​ມີ​ຄວາມ​ກັງວົນ​ຢ່າງ​ເລິກ​ເຊິ່ງ ຕໍ່​ລາຍ​ງານ​
ທີ່​ວ່າ ພວກ​ເຮືອ​ທີ່​ເຕັມ​ໄປ​ດ້ວຍ ພວກ​ຜູ້ຍິງ ຜູ້​ຊາຍ ​ແລະ ​ເດັກນ້ອຍ​ທີ່​ມີ​ຄວາມ​ສ່ຽງ​
​ແມ່ນ​ບໍ່​ສາມາດ​ຂຶ້ນ​ບົກ​ໄດ້ ​ແລະ ໄດ້ຖືກ​ລ່ອງ​ລອຍ​ຢູ່​ໃນ​ທະເລ​ ໂດຍປາດ​ສະ​ຈາກ
ການໄດ້​ຮັບ​ການຊ່ອຍ​ເຫຼືອທາງ​ດ້ານ ​ອາຫານ ນ້ຳ ​ແລະ ຢາ​ປິ່ນປົວ ​ທີ່​ຕ້ອງການ​
ຢ່າງ​ຮີບ​ດ່ວນ​ທີ່​ສຸດນັ້ນ.”

ທັງສາມ​ປະ​ເທດ​ດັ່ງກ່າວ ​ໄດ້​ຖື​ກນານາ​ຊາດ​ປະນາມ ໃນ​ການ​ສົ່ງ​ພວກ​ເຮືອ​ອົບ​ພະຍົບ
ອອກ​ໄປ​ຈາ​ກປະ​ເທດ​ຕົນ ​ເມື່ອ​ສອງ​ສາມ​ມື້​ບໍ່​ດົນ​ມາ​ນີ້ ​ເພາະ​ຢ້ານ​ກົວ​ວ່າ ຝັ່ງ​ຂອງ​ຕົນ​ນັ້ນ
ຈະຮັບ​ມື​ບໍ່ໄວ ຖ້​າພວກ​ອົບ​ພະຍົບ ຈາກ​ມຽນມາ ​ແລະ ບັງ​ກລາ​ແດັສ ​ໄດ້ຮັບອະນຸຍາດ​ໃຫ້​
ຂຶ້ນຝັ່ງ.

​ພວກອົບ​ພະຍົບທາງ​ເຮືອ ເກືອບ 3,000 ຄົນ ​ໄດ້​ຖືກ​ຊ່ອຍ​ເຫຼືອ ​ແລະ ​ໄດ້​ຮັບອະນຸຍາດ
ໃຫ້ຂຶ້ນຝັ່ງ ຕະຫລອດຮອບນຶ່ງອາທິດ​ທີ່​ຜ່ານ​ມາ. ​ແລະ ຫຼາຍພັນ​ຄົນ​ຕື່ມ​ອີກ ​ເ​ຊື່​ອກັນ​ວ່າ
​ແມ່ນ​ຍັງ​ລ່ອງ​ລອຍ ​ຢູ່​ໃນ​ທະ​ເລ​ ພ້ອມ​ດ້ວຍ ​ອາຫານການກິນ​ທີ່​ເຫຼືອນ້ອຍ​ໜຶ່ງ ຫຼື ບໍ່​ມີ​ເລີຍ.

ພວກ​ເຮືອ​ພວກ​ແຮງ​ງານ​ແລະອົບພະຍົບຫຼາຍລຳ ​ໄດ້​ຖືກປະ​ປ່ອຍ​ຖິ້ມ​ ​ໂດຍ​ພວກ​ຄ້າ​ມະນຸດ
ຫຼັງຈາກ​ທີ່​ທາງ​ການໄທ ​ໄດ້​ທຳ​ການ​ປາບ​ປາມ​ຂະ​ບວນການ​ຄ້າ​ມະນຸດ​ຢ່າງ​ກວ້າງຂວາງ.

ພວກເຄາະຮ້າຍຊຶ່ງສ່ວນໃຫຍ່ແມ່ນພວກຊົນກຸ່ມນ້ອຍໂຣຮິງຢາທີ່ບໍ່ມີປະ ເທດ. ບາງຄົນ
ເປັນອົບພະຍົບ ທີ່ຫລົບໜີການປະຫັດປະຫານ ທາງດ້ານສາສະໜາ ຢູ່ໃນມຽນມາ ບ່ອນທີ່
ພວກເຂົາເຈົ້າໄດ້ຖືກປະຕິເສດສິດທິຂັ້ນ ພື້ນຖານຕ່າງໆ. ສ່ວນອີກຈຳນວນນຶ່ງ ແມ່ນປາກົດ ວ່າ ເປັນອົບພະຍົບ ເສດຖະກິດ ຈາກບັງກລາແດັສທີ່ເປັນເພື່ອນບ້ານ.

Your browser doesn’t support HTML5

SE Asia Boat People