ສປຊ ວ່າ ມີອົບພະຍົບ ຊີເຣຍ ກາຍ 3 ລ້ານຄົນ ໄດ້ຫຼົບໜີ ສົງຄາມກາງເມືອງ (ສະໄລດ໌/ວີດີໂອ)

ອົບພະຍົບຊີເຣຍ ທີ່ຫລົບໜີການສູ້ລົບຢູ່ເມືອງ Arsal ເມື່ອບໍ່ດົນມານີ້ ພວມລໍຖ້າລົດບັນທຸກ ທີ່ເມືອງ Majdel Anjar ໃນເຂດຮ່ອມພູ Bekaa ໃກ້ໆຊາຍແດນເລບານອນ ຕິດກັບຊີເຣຍ (8 ສິງຫາ 2014)

ອົງການສະຫະປະຊາຊາດກ່າວວ່າ ມີຫຼາຍກວ່າ 3 ລ້ານຄົນ
ແລ້ວ ໄດ້ຫລົບໜີສົງຄາມກາງເມືອງ ຢູ່ໃນຊີເຣຍ ໂດຍໄດ້ກໍ່
ໃຫ້ເກີດໃນອັນທີ່ເອີ້ນວ່າ ພາວະສຸກເສີນທາງດ້ານມະນຸດສະ
ທຳທີ່ໃຫຍ່ທີ່ສຸດ ໃນຍຸກສະໄໝຂອງພວກເຮົາ.

ໃນຖະແຫຼງການທີ່ນຳອອກເຜີຍແຜ່ໃນວັນສຸກມື້ນີ້ ອົງການ
ອົບພະຍົບຂອງສະຫະປະຊາຊາດ ກ່າວວ່າ ມີອົບພະຍົບ 1
ລ້ານຄົນ ໄດ້ຫຼົບໜີໃນປີກາຍນີ້ພຽງປີດຽວເທົ່ານັ້ນຈາກສະ
ພາບການອັນໜ້າຢ້ານກົວ ທີ່ຮ້າຍແຮງຂຶ້ນນຳນັບມື້ ຢູ່ໃນຊີ
ເຣຍ.

ຖະແຫຼງການເວົ້າຕື່ມວ່າ ໂຕເລກດັ່ງກ່າວນີ້ ບໍ່ໄດ້ຮວມເອົາຫຼາຍໆຮ້ອຍພັນຄົນ ທີ່ບໍ່ໄດ້ໄປ ຈົດທະບຽນເປັນອົບພະຍົບ. ຖະແຫຼງການກ່າວວ່າ ນອກນັ້ນ ຍັງມີຜູ້ປະສົບໄພສົງຄາມ ທີ່ ຕ້ອງໄດ້ຍົກຍ້າຍບ່ອນຢູ່ ຫຼືອົບພະຍົບພາຍໃນປະເທດຊີເຣຍເອງ 6 ລ້ານ 5 ແສນຄົນ.

ພາບຫຼ້າສຸດ ຈາກ ຊີເຣຍ

ອົງການສະຫະປະຊາຊາດ ກະປະມານວ່າ ເວລານີ້ ເຄິ່ງນຶ່ງຂອງພົນລະເມືອງ ຊາວຊີເຣຍ ໄດ້ຖືກບັງຄັບ ໃຫ້ປະຖິ້ມບ້ານເຮືອນຂອງພວກເຂົາເຈົ້ານັບແຕ່ການສູ້ລົບກັນເລີ້ມຂຶ້ນໃນ ເດືອນມີນາປີ 2011. ເກືອບເຄິ່ງນຶ່ງຂອງຈຳນວນດັ່ງກ່າວ ແມ່ນເປັນພວກເດັກນ້ອຍ.

ພວກອົບພະຍົບສ່ວນໃຫຍ່ໄດ້ພາກັນຫລົບໜີໄປຍັງເລບານອນ ເທີກີຫຼືບໍ່ກໍຈໍແດັນບ່ອນທີ່ ອົງການສະຫະປະຊາຊາດກ່າວວ່າ ພວກເຂົາເຈົ້າໄດ້ໄປເຖິງໃນສະພາບ ທີ່ຕື່ນຕົກໃຈ ອິດ ເມື່ອຍໂຮຍແຮງ ຢ້ານກົວ ແລະເງິນຄຳກໍບໍ່ມີຕິດຕົວເລີຍ.

ຂ້າຫຼວງໃຫຍ່ໃນດ້ານອົບພະຍົບຂອງສະຫະປະຊາຊາດ ທ່ານ Antonio Guterres ກ່າວ
ວ່າ ໂລກຂອງເຮົາ ບໍ່ໄດ້ສະໜອງການຊ່ອຍເຫຼືອທີ່ຈຳເປັນຕ່າງໆ ຢ່າງພຽງພໍ ໃຫ້ແກ່ພວກ ອົບພະຍົບແລະກໍບໍ່ມີປະເທດຕ່າງໆຮັບເອົາພວກເຂົາເຈົ້າ. ອົງການສະຫະປະຊາຊາດເວົ້າ
ວ່າ ຕົນຕ້ອງການເງິນຕື່ມອີກ 2 ພັນລ້ານໂດລາ ພາຍໃນທ້າຍປີນີ້ ເພື່ອນຳໄປຊ່ອຍພວກ ທີ່ໄດ້ຮັບຜົນກະທົບ ຈາກບັນຫາຂັດແຍ້ງຢູ່ໃນຊີເຣຍ.

Your browser doesn’t support HTML5

SYRIA REFUGEES VOSOT