ສປຊ ຕຽມລົງຄະແນນ ໃນການລົງໂທດ ຕໍ່ເກົາຫຼີເໜືອ ຄັ້ງໃໝ່

ການເດີນສວນສະໜາມ ຂອງເກົາຫຼີເໜືອ ທີ່ພາກັນຍົກທຸງຊາດເກົາຫຼີ ໃນຈະຕຸລັດ Kim Il Sung ໃນນະຄອນພຽງຢາງ ທີ່ສະແດງອອກເຖິງ ຄວາມຈົງຮັກພັກດີຕໍ່ພັກແຮງງານ 25 ກຸມພາ, 2016.

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ຄາດ​ວ່າ​ຈະ​ລົງ
ຄ​ະແນນ​ສຽງ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຍັດຕິສະບັບ​ນຶ່ງ​ ທີ່​ຈະ​ລົງ​
ໂທດ​ຄັ້ງ​ໃໝ່ຕໍ່​ເກົາຫຼີ​ເໜືອ ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ທົດ​
ລອງ​ອາວຸດ​ນິວ​ເຄລຍ​ແລະລູກສອນ​ໄຟ​ຂີ​ປະ​ນາ​ວຸດ ຄັ້ງ​ຫຼ້າ​ສຸດ
ຂອງເກົາຫຼີ​ເໜືອ.

ຍັດຕິ​ທີ່​ວ່າ​ນີ້ ​ໄດ້​ຮ່າງ​ຂຶ້ນໂດຍສະຫະລັດ ແລະ​ນຳ​ສະ​ເໜີໃນ​
ວັນ​ພະຫັດ​ຜ່ານ​ມາ​ ​ແມ່ນຮຽກ ຮ້ອງ​ໃຫ້ມີ​ການຫ້າມ​ການຂາຍ
​ອາວຸດ​ໃດ​ໆແກ່​ພຽງ​ຢາງ ​ໃຫ້​ມີ​ການກວດ​ສອບ​ການ​ຂົນສົ່ງ
ສິນຄ້າທຸກໆ​ຢ່າງ​ ທັງເຂົ້າ​ແລະ​ອອກ ໃນເກົາຫຼີ​ເໜືອ ບໍ່​ວ່າຈະ
​ເປັນທາງ​ບົກ ທາງນ້ຳ​ແລະ​ທາງ​ອາກາດ ​ແລະ​ໃຫ້​ຍຸດຕິ​ການ
​ນຳ​ເຂົ້າທຸກ​ຜະລິດ​ຕະພັນ ​ທີ່​ອາດ​ສາມາດ​ນຳ​ໄປ​ໃຊ້​ເພື່ອຈຸດປະສົງ​ທາງ​ທະຫານ​. ການ​ລົງ​ຄະ​ແນນ​ສຽງໄດ້​ມີ​ການ​ຊັກ​ຊ້າ​ລົງ​ສອງ​ສາມ​ມື້ ເວລາຣັດ​ເຊຍ ​ໄດ້​ປະກາດ​ວ່າ ​ຕົນ​ຕ້ອງການ​ຢາກ​ສຶກສາເບິ່ງ​ເອກະສານ​ຕ່າ​ງໆກ່ອນ.

​ອົງການ​ຜູ້ຕາງໜ້າຂອງ​ສະຫະລັດປະຈຳ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ຕົນ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ລົງ​ຄະ​ແນນ​ໃນ​ວັນ​ຈັນ​ວານ​ນີ້ ຕໍ່ Angola ​ຊຶ່ງ​ໃນ​ປະຈຸ​ບັນ​ນີ້ ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ຂອງສະພາ​ຄວາມ​ໝັ້ນຄົງ ທີ່​ມີສະມາຊິກ​ທັງໝົດ 15 ປະ​ເທດນັ້ນ.

ທ່ານ​ນາງ Samantha Power ​ເອກ​ອັກຄະ​ລັດຖະທູດສະຫະລັດ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ວ່າ ຍັດຕິທີ່​ວ່າ​ນີ້ “ຈະ​ເປັນ​ການ​ເລີ້ມ​ຕົ້ນ​ອັນ​ໃໝ່​ແລະ​ເປັນ​ການ​ລົງ​ໂທດ​ທີ່ເຂັ້ມງວດ​ໂດຍສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ ​ໃນ​ຮອບ 2 ທົດ​ສະ​ວັດ.” ​ອົງການ​ສະຫະ​ປະຊາ​ຊາດ ໄດ້​ທຳ​ການລົງ​ໂທດຕໍ່​ເກົາຫຼີ​ເໜືອມາ​ແລ້ວ​ຈຳນວນ​ນຶ່ງ ​ເພື່ອ​ເປັນ ການ​ຕອບໂຕ້ຕໍ່ການ​ທົດ​ລອງ​ອາວຸດ​ນິວ​ເຄລຍ​ແລະ​ລູກສອນ​ໄຟ​ຂີ​ປະ​ນາ​ວຸດ.

ສະຫະລັດ​ໄດ້​ຍື່ນ​ຍັດຕິ ດັ່ງກ່າວ​ ຫຼັງ​ຈາກ​ທີ່​ໄດ້​ມີການ​ເຈລະຈາ​ເປັນ​ເວລາຫຼາຍໆ​ສັບປະດາ ​ກັບ​ຈີນ ​ຊຶ່ງ​ເປັນ​ພັນທະ​ມິດທີ່​ໃກ້ຊິດ​ສຸດ ​ແລະ​ຄູ່​ການ​ຄ້າທີ່​ໃຫຍ່​ສຸດ​ກັບ​ເກົາຫຼີ​ເໜືອ. ປັກ​ກິ່ງ
​ແມ່ນ​ໂກດ​ແຄ້ນ​ຕໍ່​ການທົດ​ລອງ​ອາວຸດ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອ​ໃນ​ເດືອນ​ມັງກອນແລະການ
ທົດ​ລອງ​ລູກສອນ​ໄຟ​ຂີ​ປະ​ນາ​ວຸດ ​ເມື່ອວັນ​ທີ 7 ກຸມພາ ຜ່ານ​ມາ​ນີ້ ​ແຕ່​ວ່າຍັງ​ລັງ​ເລ​ໃຈ ທີ່​ຈະ​ໃຫ້ການໜັບສະ​ໜຸນ​ໃນ​ການ​ລົງ​ໂທດ​ຢ່າງ​ໜັກ​ຂອງ​ນາໆ​ປະ​ເທດ​ຕໍ່ພຽງ​ຢາງ ຍ້ອນ​ມີຄວາມ​
ຢ້າ​ນກົວວ່າ ຈະ​ເກີດ​ຄວາມ​ວຸ້ນວາຍ​ຢູ່​ໃນ​ປະ​ເທດດັ່ງກ່າວ ​ແລະ​ພາ​ໃຫ້​ເກີດ​ມີການ​ອົບ​ພະຍົບ
ຂ້າມຊາຍ​ແດນ ​ຫຼັ່ງ​ໄຫຼເຂົ້າໄປ​ໃນ​ຈີນ ນັ້ນ.

ທ່ານນາງ Samantha Power ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະຊາຊາດ ກ່າວຕໍ່ພວກນັກຂ່າວ ໃນລະຫວ່າງພັກ ຂອງກອງປະຊຸມສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ.