ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດກອງປະຊຸມສຸກເສີນໃນວັນພະຫັດມື້ນີ້ ລຸນຫລັງເຮືອບິນຂົນສົ່ງທະຫານຣັດເຊຍລຳນຶ່ງຕົກໃກ້ກັບຊາຍແດນ ຣັດເຊຍ-ຢູເຄຣນ. ທັງເຈົ້າໜ້າທີ່ຣັດເຊຍ ແລະຢູເຄຣນ ກໍາລັງດໍາເນີນການຮຽກຮ້ອງໃຫ້ມີການສືບສວນກ່ຽວກັບກໍລະນີດັ່ງກ່າວ.
ທາງຝ່າຍຣັດເຊຍ ໄດ້ກ່າວຫາຢູເຄຣນວ່າ ຍິງເຮືອບິນຕົກ ຢູ່ບໍລິເວນພາກພື້ນ ເບລໂກຣອດ (Belgorod) ໃນວັນພຸດວານນີ້, ເຊິ່ງຣັດເຊຍກ່າວວ່າ ເຮືອບິນລຳດັ່ງກ່າວນີ້ບັນທຸກຜູ້ໂດຍສານ 74 ຄົນ, ລວມທັງຊະເລີຍເສິກຊາວຢູເຄຣນ 65 ຄົນ ທີ່ຈະເຂົ້າຮ່ວມໃນການແລກປ່ຽນຊະເລີຍ.
ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານເຊີເກ ລາວຣອບ, ເຊິ່ງຢູ່ໃນລັດນິວຢອກເພື່ອເຂົ້າຮ່ວມກອງປະຊຸມສະຫະປະຊາຊາດໃນອາທິດນີ້, ກ່າວຫາຢູເຄຣນວ່າ ດຳເນີນ “ການໂຈມຕີກໍ່ການຮ້າຍ.”
ຢູ່ໂບດ ພາກັນຈັດພິທີໃຫ້ບັນດາຜູ້ເສຍຊີວິດ ໃນເຫດການເຮືອບິນໂດຍສານກອງທັບ Il-76 ຂອງຣັ້ດເຊຍ ຕົກໃນພາກພື້ນ ເບລໂກຣອດ, ໃນໝູ່ບ້ານ ຢາໂບລໂນໂວ ໃກ້ກັບບໍລິເວນເກີດເຫດ, ວັນທີ 24ມັງກອນ 2024.
ທ່ານ ລາວຣອບ ກ່າວຕໍ່ບັນດານັກຂ່າວວ່າ "ຊະເລີຍຊາວຢູເຄຣນຖືກພາໂຕໄປຍັງພາກພື້ນເບລໂກຣອດ ເພື່ອດໍາເນີນການແລກປ່ຽນອີກຄັ້ງນຶ່ງທີ່ໄດ້ຕົກລົງກັນລະຫວ່າງ ມົສກູ ແລະ ກີຢິບ. ແທນທີ່ຈະເປັນແນວນັ້ນ, ຝ່າຍຢູເຄຣນ ຊໍ້າພັດຍິງລູກສອນໄຟປ້ອງກັນທາງອາກາດຈາກພາກພື້ນຄາກີບ, ໂດຍແນເປົ້າໝາຍໃສ່ເຮືອບິນ ແລະເປັນການໂຈມຕີຢ່າງຮ້າຍແຮງຫຼາຍ."
ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວວ່າ ລັດຖະບານຂອງທ່ານກຳລັງຮຽກຮ້ອງ ໃຫ້ດໍາເນີນການສືບສວນລະດັບສາກົນ.
ທ່ານ ເຊເລັນສກີ ກ່າວລະຫວ່າງຄໍາປາໄສໃນຕອນກາງຄືນວັນພຸດວ່າ "ຄວາມຈິງທັງໝົດ ຕ້ອງມີຫຼັກຖານມາຢັ້ງຢືນ ແລະຫຼາຍເທົ່າທີ່ເປັນໄປໄດ້ ເນື່ອງຈາກວ່າເຮືອບິນຕົກ ຢູ່ໃນດິນແດນຂອງຣັດເຊຍນັ້ນ ແມ່ນຢູ່ເໜືອການຄວບຄຸມຂອງພວກເຮົາ."
ຮູບພາບດັ່ງກ່າວນີ້ ຖືກຖ່າຍໄດ້ໃນວັນທີ 23 ມັງກອນ 2024, ສະແດງໃຫ້ເຫັນລູກສອນໄຟທີ່ຍິງຈາກພາກພື້ນ ເບລໂກຣອດຂອງຣັດເຊຍ ບິນໄປສູ່ຂົງເຂດຄາກິບ, ທາງພາກຕາເວັນອອກຂອງຢູເຄຣນ, ທ່າມກາງການຮຸກຮານຢູເຄຣນຂອງຣັດເຊຍ.
ທ່ານເຊເລັນສກີ ກ່າວວ່າ ຣັດເຊຍ "ຫຼີ້ນກັບຊີວິດຂອງຊະເລີຍເສິກຊາວຢູເຄຣນ, ຫຼິ້ນກັບຄວາມຮູ້ສຶກຂອງຍາດພີ່ນ້ອງພວກເຂົາເຈົ້າ, ແລະຫຼິ້ນກັບອາລົມຂອງປະ ຊາຊົນຢູ່ໃນສັງຄົມພວກເຮົາ."