ສະພາຄວາມໝັ້ນຄົງ ສປຊ ຈະຮອງຮັບ ຍັດຕິ ກ່ຽວກັບ ຄວາມ ຮຸນແຮງໃນ ບູຣຸນດີ

ຕຳຫຼວດປາບປາມການຈະລາຈົນ ຍ່າງຢູ່ນອກສະຖານີວິທະຍຸສາທາລະນະ ອາຟີຣິກາ ໃນນະຄອນຫຼວງ ບູຈຸມບູຣາ, ປະເທດ ບູຣຸນດີ, 26 ເມສາ, 2015.

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຄາດວ່າຈະຮັບ ຮອງເອົາຮ່າງຍະຕິຢ່າງເປັນເອກະສັນໃນວັນພະຫັດມື້ນີ້ ເພື່ອຮຽກ ຮ້ອງເອົາການສິ້ນສຸດຄວາມຮຸນແຮງໃນ Burundi ແລະ ຂົ່ມຂູ່ວ່າ ຈະວາງມາດຕະການລົງໂທດຕໍ່ໃຜກໍຕາມທີ່ກີດຂວາງການແກ້ໄຂ ບັນຫາເພື່ອສັນຕິພາບ.

ມາດຕະການດັ່ງກ່າວໄດ້ສະແດງຄວາມເປັນຫ່ວງກ່ຽວກັບ “ຄວາມ ບໍ່ໝັ້ນຄົງທີ່ສືບຕໍ່ເພີ່ມສູງຂຶ້ນ” ໃນ Burundi ແລະ ຂາດການເຈ ລະຈາກັນລະຫວ່າງ ພັກການເມືອງຂອງພວກເຂົາເຈົ້າ. ນອກນັ້ນ ມັນຍັງໄດ້ຊຸກຍູ້ໃຫ້ທຸກໆຝ່າຍຮ່ວມມືກັນດ້ວຍຄວາມພະຍາຍາມ ໄກ່ເກ່ຍປະນີປະນອມນຳພາໂດຍປະທານາທິບໍດີ Yoweri Museveni.

ຍະຕິດັ່ງກ່າວຮຽກຮ້ອງໃຫ້ເລຂາທິການໃຫຍ່ທ່ານ Ban Ki-moon ໃຫ້ປັບປຸງສະພາກ່ຽວກັບ ສະຖານະການພາຍໃນ 15 ວັນ ແລະ “ສະເໜີທາງເລືອກກ່ຽວກັບການເຂົ້າໄປໃນ Burundi ໃນອະນາຄົດໂດຍອົງການສະຫະປະຊາຊາດ.”

ບັນດານັກການທູດໃນນະຄອນ ນິວຢອກ ໄດ້ກ່າວໃນວັນພຸດວານນີ້ວ່າ ອົງການສະຫະປະຊາ ຊາດ ສາມາດສົ່ງເຈົ້າໜ້າທີ່ຮັກສາສັນຕິພາບເຂົ້າໄປໃນ Burundi ຢ່າງຮີບດ່ວນຖ້າຄວາມ ສະຫງົບຍັງບໍ່ທັນກັບຄືນສູ່ປະເທດ ອາຟຣິກາຕາເວັນອອກແຫ່ງນັ້ນໃນໄວໆນີ້.

Your browser doesn’t support HTML5

Burundi