ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ປະນາມຢ່າງແຮງຕໍ່ການທົດລອງ
ລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ ຢູ່ໃນລາຍງານສະບັບນຶ່ງທີ່ຂຽນຢ່າງຍາວຢຽດ
ພ້ອມທັງນາບຂູ່ວ່າຈະທໍາການລົງໂທດຄັ້ງໃໝ່ຕໍ່ປະເທດດັ່ງກ່າວ ທີ່ໄດ້“ທໍາການທ້າທ້າຍ
ຢ່າງໂຈ່ງແຈ້ງແລະເກາະຜິດ” ຕໍ່ຂໍ້ຮຽກຮ້ອງກ່ອນໜ້ານີ້ ວ່າໃຫ້ຍຸຕິການທົດລອງນິວ
ເຄລຍນັ້ນ.
ໃນຖະແຫລງການທີ່ບໍ່ໄດ້ລະບຸຊື່ ທີ່ເຜີຍແຜ່ອອກມາໃນແລງວັນຈັນວານນີ້ ແລະໄດ້
ຮັບການສະໜັບສະໜຸນຈາກຈີນ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ
ໄດ້ສະແດງ“ຄວາມເປັນຫ່ວງທີ່ສຸດ” ຕໍ່ການທົດລອງລູກສອນໄຟທີ່ມີຂຶ້ນໃນວັນອາທິດ
ຜ່ານມາ ທີ່ທາງພຽງຢາງເວົ້າວ່າ ມັນແມ່ນລູກສອນໄຟທີ່ຍິງໄລຍະກາງ ຫາໄລຍະຍາວ
ທີ່ສາມາດຍິງໄປໄກເຖິງ 787 ກິໂລແມັດ ກ່ອນທີ່ຈະຕົກລົງໃສ່ທະເລຍີ່ປຸ່ນນັ້ນ.
ປະທານາທິບໍດີຄົນໃໝ່ຂອງເກົາຫຼີໃຕ້ ທ່ານ Moon Jae-In ກ່າວໃນທຳນຽບປະທານາທິບໍດີ Blue House ໃນນະຄອນໂຊລ..
ຖະແຫລງການຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ເອີ້ນການທົດລອງ
ລູກສອນໄຟນີ້ວ່າ ເປັນ “ການປະພຶດທີ່ທໍາໃຫ້ຂາດສະຖຽນລະພາບຢ່າງໜັກ” ຊຶ່ງ
“ພາໃຫ້ມີຄວາມເຄັ່ງຕຶງຢູ່ໃນຂົງເຂດເອເຊຍຕາເວັນອອກ ແລະກາຍຂົງເຂດນັ້ນອີກ
ເພີ່ມທະວີຂຶ້ນ.” ຖະແຫລງການດັ່ງກ່າວ ຍັງໄດ້ຮຽກຮ້ອງຕື່ມອີກວ່າ ໃຫ້ທຸກປະເທດ
ປະຕິບັດ 6 ມະຕິກ່ຽວກັບການລົງໂທດຕໍ່ເກົາຫຼີເໜືອ ທີ່ໄດ້ຮັບຂອງເອົາໂດຍອົງການ
ລະດັບໂລກແຫ່ງນີ້“ຢ່າງວ່ອງໄວ ແລະຈິງຈັງ.”
ໃນເຊົ້າວັນຈັນວານນີ້, ທ່ານ Moon Jae-in ປະທານາທິບໍດີເກົາຫຼີໃຕ້ ໄດ້ກ່າວວ່າ
ທ່ານໄດ້ສົ່ງທູດພິເສດໄປຍັງທົ່ວໂລກ ເພື່ອຮັດແໜ້ນສາຍສໍາພັນຂອງເກົາຫຼີໃຕ້ ຢູ່ທົ່ວ
ໂລກ ທ່າມກາງການທົດລອງລູກສອນໄຟດັ່ງກ່າວນີ້. ປະທານາທິບໍດີ ເວົ້າວ່າທູດພິເສດດັ່ງກ່າວຈະພົບປະກັບເຈົ້າໜ້າທີ່ຂັ້ນສູງຂອງປະເທດຕ່າງໆ ເພື່ອແລກປ່ຽນຄວາມ
ຄິດເຫັນ ແລະອະທິບາຍເຖິງແຜນນະໂຍບາຍຂອງລັດຖະບານຊຸດໃໝ່ຂອງເກົາຫຼີໃຕ້.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ຮູບຈາກພາບວີດີໂອ ຂອງແຫຼ່ງຂ່າວ KRTຂອງເກົາຫຼີເໜືອ ໃນວັນທີ 15 ພຶດສະພາ 2017, ທີ່ສະແດງໃຫ້ເຫັນລູກສອນໄຟ Hwasong-12 ໃນສະຖານທີ່ປົກປິດ ໃນເກົາຫຼີເໜືອ.