ບັນດາຜູ້ນຳ ​ທີ່​ເປັນ​ຄູ່​ແຂ່ງ​​ ໃນ​ຊູ​ດານ​ໃຕ້ ຮຽກ​​ຮ້ອງ​ໃຫ້​ ກຳລັງ​ຂອງ​ຕົນ​ ຢຸດ​ສູ້​ລົບ

ບັນດາຕຳຫລວດຊູດານໃຕ້ ແລະທະຫານຢືນຍາມ ຢູ່ຕາມຖະໜົນ ຫົນທາງ ຫລັງຈາກມີການສູ້ລົບກັນຄືນໃໝ່ຢູ່ໃນ ນະຄອນຫລວງ Juba ຊູດານໃຕ້.

ບັນດາຜູ້ນຳ​ທີ່​ເປັນ​ຄູ່​ແຂ່ງໃນ​ຊູ​ດານ​ໃຕ້ ​ໄດ້ຮຽກ​ຮ້ອງ​ໃຫ້​ກຳລັງ​ທະຫານ​ຂອງ​ຕົນ​ຢຸດ​ການ​ສູ້​ລົບ ທີ່​ຂົ່ມຂູ່​ວ່າ​ຈະທຳລາຍຕໍ່​ຂໍ້​ຕົກ​ລົງ​ສັນຕິ​ພາບ​ທີ່​ບອບ​ບາງ​ແລະ​ລັດຖະ ​ບານສາມັກຄີ​ຊາດ.

​ໃນ​ການ​ກ່າວ​ຕໍ່​ສະຖານີ​ວິທະ​ຍຸ​ທ້ອງ​ຖິ່ນ​ໃນ​ວັນ​ຈັນ​ວານ​ນີ້ ຮອງ​ປະ​ທາ​ນາ​ທິບໍດີ ​ແລະ​ອະດີ ດ​ຜູ້ນຳ​ກະບົດ ທ່ານ Reik Machar ​ໄດ້​ຮຽກຮ້ອງ​ກຳລັງ​ທະຫານ​ຂອງ​ທ່ານ​ ​ເຄົາລົບ​ຕໍ່​ການ​ປະກາດ​ຢຸດ​ຍິງທີ່​ໄດ້​ປະກາດຫລາຍ​ຊົ່ວ​ໂມງ​ກ່ອນ​ໜ້າ​ນັ້ນ ໂດຍ​ປະທານາທິບໍດີ Salva Kiir.

“ຂ້າພະ​ເຈົ້າແຈ້ງ​ໃຫ້​ກຳລັງ​ທັງ​ໝົດ​ທີ່ໄດ້​ສູ້​ລົບ ປ້ອງ​ກັນຕົວເຂົາ​ເຈົ້າ​ເອງນັ້ນ ​ໃຫ້​ພາກັນ​ເຄົາ ລົບ​ຕໍ່​ການຢຸດຍິງນີ້ ແລະຢຸດ​ຢູ່​ກັບ​ທີ່​ໃນບ່ອນ​ທີ່​ເຂົາ​ເຈົ້າ​ຢູ່​ໃນ​ປັດ​ຈຸ​ບັນ” ນັ້ນຄື​ຄຳ​ເວົ້າຂອງ ທ່ານ Marcha ທີ່ກ່າວ​ຕໍ່​ວິທະຍຸ Eye ຊຶ່ງ​ເປັນ​ວິທະຍຸ​ອິດສະຫລະ.

ຄຳ​ປະກາດຢຸດ​ຍິງ​ຂອງປະທານ​າທິບໍດີ Kiir ​ໄດ້​ມີ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍສັ່ງ​ໃຫ້​ສອງ​ກໍ້າ​ສອງ​ຝ່າຍ​ ຍຸຕິ​ການ​ສູ້​ລົບ​ກັນ ​ເລີ້ມ​ແຕ່ 6:00 ໂມງແລງ ຕາມ​ເວລາ​ທ້ອງ​ຖິ່ນ​ໃນ​ນະຄອນ Juba ​ໂດຍ​ສັ່ງ​ໃຫ້​ບັນດາ​ຜູ້​ບັນຊາ​ການ ​ຄວບ​ຄຸມ​ກຳລັງ​ທະຫານ​ຂອງ​ເຂົາເຈົ້າປົກປ້ອງ​ຊີວິດ ​ແລະຊັບ​ສົມບັດຂອງພົນລະ​ເຮືອນ​ແລະ​ຄຸ້ມ​ຄອງ ຊົນ​ເຜົ່າ​ຕ່າງໆ​ທີ່ອາດ​ເປັນ​ເປົ້າ​ໝາຍ​ຂອງ​ທະຫານ ທີ່ຢູ່ພາຍ​ໃຕ້ການ​ບັງຄັບ​ບັນຊາ​ການ​ຂອງ​ເຂົາ​ເຈົ້າ.

ຕໍ່​ມາ ບັນດາ​ເຈົ້າ​ໜ້າ​ທີ່ລັດຖະບານ​ໄດ້​ສັ່ງ​ກຳລັງ​ທະຫານ ​ໃຫ້​ກັບ​ຄືນ​ເຂົ້າ​ຄ້າຍ​ໂດຍ​ທັນ​ທີ.

ຮອງປະທານາທິບໍດີຊູດານໃຕ້ ຄົນທີ່ສອງ ທ່ານ James Wani Igga (ກາງ) ພ້ອມດ້ວຍ ປະທານາທິບໍດີ ທ່ານ Salva Kiir (ຊ້າຍ) ແລະຮອງປະທານາທິບໍດີຄົນທຳອິດ ທ່ານ Riek Machar (ຊ້າຍ)

ການ​ສູ້​ລົບ​ໄດ້ເປັນ​ມື້​ທີ່​ຫ້າຢູ່​ທົ່ວ​ນະຄອນ Juba ​ໃນ​ວັນ​ຈັນ​ວານ​ນີ້ ຫຼາຍ​ຊົ່ວ​ໂມງ​ ຫລັງ​ຈາກ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ໄດ້ຮຽກ​ຮ້ອງ​ໃຫ້​ບັນດາ​ຜູ້ນຳ​ໃນ​ຊູ​ດານໃຕ້ຈົ່ງ​ຄວບ​ຄຸມ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ຂອງ​ເຂົາ​ເຈົ້າ ​ແລະໄດ້ເ​ຕຶືອນວ່າ ການ​ໂຈມ​ຕີ​ຕໍ່​ພວກພົນລະ​ເຮືອນ ​ແລະ​ສະຖານ​ທີ່ຂອງ​ສະຫະ​ປະຊາ​ຊາດ ອາດ​ຈະ​ມີ​ຄວາມ​ຜິດ​ຮ້າຍ​ແຮງ​ເທົ່າ​ກັບ​ການ​ກໍ່​ອາ​ຊະ​ຍາ​ກຳສົງຄາມ.

ພົນລະ​ເຮືອນ​ທີ່​ພາກັນ​ຢ້ານ​ກົວ​ຫລາຍ​ພັນ​ຄົນ ​ໄດ້​ພາກັນ​ຫຼັ່ງ​ໄຫລ​ເຂົ້າໄປ​ໃນ​ຄ້າຍ​ທະຫານ​ສະຫະ​ປະຊາ​ຊາດ ​ເພື່ອ​ຫລົບ​ລີ້​ການ​ປະ​ທະ​ກັນ​ ລະຫວ່າງກຳລັງ ​ທີ່​ສະ​ໜັບສະ​ໜູນ ປະທາ ນາທິບໍດີ Kiir ​ແລະ​ກຳລັງ​ທີ່​ສະໜັບສະໜູນ ທ່ານ Machar ທີ່​ໄດ້​ປະ​ທະ​ກັນ​ໃນວັນ​ພະຫັດ​ທີ່​ຜ່ານ​ມາ ​ແລະ​ຜູ້​ເຫັນ​ເຫດການ​ຄົນ​ນຶ່ງ ​ໄດ້ກ່າວ​ຕໍ່ ວີ​ໂອ​ເອໃນ​ວັນ​ຈັນ​ວານີ້ວ່າ ກຳ​ລັງ​ທະ ຫານ ຂອງປະທານາທິບໍດີ Kiir ​ໄດ້​ຍິງປືນ ​ໃຫຍ່ຖະຫລົ່ມບ່ອນ​ລີ້​ໄພ​ພົນລະເຮືອນ​ຂອງ​ສະຫະ​ປະຊາ​ດ.

Your browser doesn’t support HTML5

Fighting Mars South Sudan's Fifth Anniversary of Independence

​ສະຖານີ​ວິທະຍຸ​ທ້ອງ​ຖິ່ນ​ຢູ່​ໃນ​ນະຄອນຫລວງ ​ໄດ້​ລາຍ​ງາ​ນ​ໃນ​ຕອນ​ຕົ້ນ​ວ່າ ມີ​ຜູ້ ​ເສຍ​ຊີວິດ ຫລາຍ​ເຖິງ 276 ຄົນ ​ໃນ​ຄວາມ​ຮຸນ​ແຮງ​ທ່ີ​ເກີດ​ຂຶ້ນ​ເປັນ​ເວລາຫລາຍ​ມື້ໃນ​ຂະນະ​ທີ່​ໂຄສົກ​ຄົນ​ນຶ່ງ​ຂອງ​ທ່ານ Machar ກ່າວ​ວ່າ ຢ່າງ​ໜ້ອຍ 150 ຄົນ ​ໄດ້​ເສຍ​ຊີວິດ ພ້ອມ​ດ້ວຍ​ຫລາຍໆ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ຢູ່​ທີ່​ນະຄອນຫລວງວໍຊິງຕັນ ກະຊວງ​ຕ່າງປະ​ເທດສະຫະລັດ ​ໄດ້​ສະ​ແດງ​ຄວາມ ຍິນ​ດີ​ກັບ​ການ​ຮຽກຮ້ອງ​ໃຫ້​ມີ​ການຢຸດ​ຍິງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ