ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮຽກຮ້ອງໃຫ້ມີການຢຸດ
ຍິງໃນທັນທີ ຢູ່ເຂດກາຊາ ແລະສະແດງຄວາມເປັນຫ່ວງ ກ່ຽວ
ກັບການເພີ່ມທະວີຄວາມຮຸນແຮງຂຶ້ນ ໃນຂະນະທີ່ອິສຣາແອລ
ທຳການກົດດັນດ້ວຍ ການໂຈມຕີທາງອາກາດແລະການບຸກລຸກ
ທາງພາກພື້ນດິນຕໍ່ພວກຫົວຮຸນແຮງຮາມັສນັ້ນ.
ສະພາດັ່ງກ່າວໄດ້ອອກຖະແຫຼງການສະບັບນຶ່ງໃນແລງວັນອາທິດ
ວານນີ້ ຫຼັງຈາກເປີດປອງປະຊຸມສຸກເສີນຂຶ້ນ ທີ່ເອກອັກຄະລັດຖະ
ທູດ Rwanda ແລະປະທານສະພາຄວາມໝັນຄົງຊຸດປັດຈຸບັນ
ທ່ານ Eugene Gasana ເອີ້ນວ່າ “ເຄ່ັງຂຶມ.” ສະພາຄວາມໝັ້ນ
ຄົງ ໄດ້ເນັ້ນເຖິງຄວາມຈຳເປັນເພື່ອປັບປຸງສະຖານະການດ້ານມະ
ນຸດສະທຳໃຫ້ດີຂຶ້ນ ຮວມທັງການປົກປ້ອງພວກພົນລະເຮືອນນຳ.
ວັນອາທິດວານນີ້ ເປັນມື້ທີ່ມີຜູ້ຄົນເສຍຊີວິດຫຼາຍທີ່ສຸດ ນັບແຕ່ວິກິດການໄດ້ເລີ້ມຂຶ້ນເປັນເວລາເກືອບ 2 ສັບປະດາມາແລ້ວນັ້ນ. ການສູ້ລົບກັນໄດ້ເຮັດໃຫ້ພວກປາແລສໄຕນ໌ ຢ່າງໜ້ອຍ 65 ຄົນເສຍຊີວິດ ແລະທະຫານອິສຣາແອລ 13 ຄົນ ເສຍຊີວິດ ຮວມທັງພົນລະ
ເມືອງອະເມຣິກາ 2 ຄົນນຳ.
ພາບຫລ້າສຸດກ່ຽວກັບ ຈາກເຂດກາຊາ
ທ່ານ Ruyad Mansour ເອກອັກຄະລັດຖະທູດປາແລສໄຕນ໌ ປະຈຳສະຫະປະຊາ
ຊາດ ກ່າວວ່າ ທາງຝ່າຍຂອງທ່ານໄດ້ຕັ້ງຄວາມຫວັງໄວ້ວ່າ ສະພາຄວາມໝັ້ນຄົງຈະ
ຮັບຜ່ານມະຕິ ປະນາມການບຸກບຸກໂຈມຕີຕໍ່ພວກປະຊາຊົນຂອງຕົນ ແລະຮຽກຮ້ອງ
ໃຫ້ມີການປົກປ້ອງພວກປະຊາຊົນຂອງຕົນໂດຍທັນທີ.
ທ່ານ Mansour ກ່າວວ່າ “ການທີ່ວ່າ ສະພາຄວາມໝັ້ນຄົງໄດ້ຕົກລົງເຫັນດີນຳ
ປັດໄຈຕ່າງໆ ທີ່ທ່ານປະທານໄດ້ອ່ານໃຫ້ທ່ານຟັງນັ້ນ ແມ່ນເປັນການທົດສອບ
ອັນນຶ່ງສຳລັບອິສຣາແອລ ວ່າພວກເຂົາເຈົ້າຈະປະຕິບັດຕາມປັດໄຈຕ່າງໆ
ເຫຼົ່ານີ້ທັງໝົດ ຫຼືບໍ? ແລະຢຸດການບຸກລຸກໂຈມຕີຕໍ່ປະຊາຊົນຂອງພວກເຮົາ
ຫຼືບໍ?”
Your browser doesn’t support HTML5
israelpalestinians21july14
ທ່ານ Ron Prosor ເອກອັກຄະລັດຖະທູດອິສຣາແອລ ປະຈຳສະຫະປະຊາຊາດ
ກ່າວ ກ່ອນກອງປະຊຸມອັດລົງ ວ່າ ຊ່ອງທາງດຽວທີ່ການປະຕິບັດງານທາງທະຫານຂອງອິສຣາແອລ ຈະຍຸດຕິລົງນັ້ນ ກໍແມ່ນ ການຍິງຈະຫຼວດທັງໝົດຈາກເຂດກາຊາ
ມາໃສ່ອິສຣາແອລນັ້ນ ຕ້ອງຍຸດຕິລົງເສຍກ່ອນ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກຳລັງເດີນທາງໄປຍັງ
ນະຄອນຫຼວງໄຄໂຣ ໃນວັນຈັນມື້ນີ້ ເພື່ອພົບປະກັບອີຈິບ ແລະບັນດາເຈົ້າໜ້າທີ່ຂັ້ນ
ອາວຸໂສຂອງອີຈິບ ກ່ຽວກັບສະຖານະການໃນເຂດກາຊານັ້ນ. ທ່ານນາງ Jen Psaki ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດແລະພວກປະເທດ
ພາຄີຂອງຕົນ ມີຄວາມເປັນຫ່ວງກ່ຽວກັບ ຄວາມສ່ຽງທີ່ວ່າສະຖານະການຈະຮຸນແຮງ
ຂຶ້ນຕື່ມອີກນັ້ນ.
Your browser doesn’t support HTML5
Obama Prepared to Send Kerry to Middle East for Talks on Gaza