ອາຫານເສີມ “Super Cereal” ຂອງ ສປຊ ຖືກສົງໄສ ເປັນສາເຫດ ໃນການລົ້ມປ່ວຍ ໃນອູການດາ

​ແຊ​ຣີ​ໂອ​ ຊຶ່ງ​ເປັ​ນ​ອາ​ຫານເສີມ ຂອງໂຄງການອາຫານໂລກ ຂອງອົງການສະຫະປະຊາຊາດ ທີ່ເອີ້ນກັນວ່າ “ຊຸບເປີ ແຊຣີໂອ Super Cereal”.

ອູການດາ ໄດ້ຍຸຕິການແຈກຍາຍ ອາຫານເສີມຂອງອົງການສະຫະປະຊາຊາດ ທີ່ເອີ້ນ
ກັນວ່າ “ຊຸບເປີ ແຊຣີໂອ Super Cereal” ໃນທົ່ວປະເທດ ຫຼັງຈາກ ສອງຄົນໄດ້ເສຍ
ຊີວິດ ແລະອີກຫຼາຍກວ່າ 90 ຄົນ ໄດ້ລົ້ມປ່ວຍ ຍ້ອນກິນອາ ຫານເປັນ​ພິດ.

​ແຊ​ຣີ​ໂອ​ ຊຶ່ງ​ເປັ​ນ​ອາ​ຫານເສີມ ແມ່ນຖືກສົງໄສ ເປັນສາເຫດເຮັດໃຫ້ພວກຄົນ ຢູ່ໃນ
ຂົງເຂດ ກາຣາໂມຈາ ຢູ່ທາງພາກຕາເວັນອອກສຽງເໜືອ ຂອງອູການດາ ມີອາການ
ປ່ວຍ ເມື່ອສັບປະດາແລ້ວນີ້.

“ພວກຄົນ ຈຳນວນຫຼວງຫຼາຍເຫຼົ່ານັ້ນ ໄດ້ຖືກສົ່ງໄປຮັກສາ ອາການບໍ່ສະຫງົບທາງຈິດ
ແລະປວດຮາກ ຢູ່ທີ່ໂຮງໝໍ”
ນັ້ນແມ່ນຄຳເວົ້າຂອງ ລັດຖະມົນຕີ ຮັບ ຜິດຊອບກ່ຽວ​ກັບ
ຄວາມພ້ອມດ້ານໄພພິບັດຂອງອູການດາ ທ່ານ ມູຊາ ເອກວີຣູ ທີ່ໄດ້ກ່າວໄປ ໃນວັນຈັນ
ວານນີ້.

ບັນດາຜູ້ເຄາະຮ້າຍ ລວມມີ ເດັກນ້ອຍອາຍຸຕ່ຳກວ່າ 5 ປີ 12 ຄົນ.

ໂຄງການອາຫານໂລກ ທີ່ເອີ້ນຫຍໍ້ວ່າ WFP ຊຶ່ງເປັນຜູ້ສົ່ງແຊຣີໂອດັ່ງກ່າວ ພ້ອມກັນກັບ
ນ້ຳຕານ ແລະ ນ້ຳມັນ ໄປຍັງຂົງເຂດດັ່ງກ່າວ ຂອງ ອູການດາ ບໍ່ທັນ​ໃຫ້​ການ​ຢືນ​ຢັນ ຕໍ່
ລາຍງານຕ່າງໆ ຂອງການເສຍຊີວິດນັ້ນ. ແຕ່ຕົນໄດ້ ກ່າວວ່າ ຕົນກຳລັບຈັບ​ຕາເບິ່ງ
ສະຖານະກາ ດ້ວຍ “ຄວາມຮີບຮ້ອນໃຈເປັນຢ່າງຍິ່ງ.”

ຕົນໄດ້ສົ່ງຕົວຢ່າງຂອງແຊຣີໂອ ໄປຍັງຫ້ອງທົດລອງຕ່າງໆ ສຳລັບການກວດສອບ.

ອົງການ WFP ໄດ້ກ່າວວ່າ “ຊຸບເປີ ແຊຣີໂອ Super Cereal ແນໃສ່ເພື່ອສົ່ງເສີມ
ໃນດ້ານໂພຊະນາການ ພາຍໃນພວກແມ່ຍິງທີ່ຖືພາ ຫຼືທີ່ໃຫ້ລູກກິນນົມແມ່ ເພື່ອ
ປ້ອງກັນ ການຢຸດຈະເລີນເຕີບໂຕຂອງທາລົກ ຫຼື ຮັກສາ ການຂາດອາຫານ ທີ່
ເປັນໄພອັນຕະລາຍ ຕໍ່ຊີວິດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ