ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ທ່ານ Antonio Guterres
ໃຫ້ຄຳໝັ້ນສັນຍາຕໍ່ອົງການໂລກດັ່ງກ່າວ ຈະນຳພາໃນຄວາມພະຍາຍາມ ທີ່ຈະຕໍ່ສູ້
ທາງອອນໄລນ໌ ກ່ຽວກັບການຄຳເວົ້າທີ່ສ້າງຄວາມກຽດຊັງ ຫຼັງຈາກການໂຈມຕີຮ້າຍ
ແຮງ ໃນວັດສາສະໜາອິສລາມ ໃນນິວຊີແລນ.
ທ່ານ Guterres ໄດ້ໃຫ້ຄຳປະຕິຍານ ໃນວັນອັງຄານມື້ນີ້ວ່າ ໃນຊ່ວງທີ່ຢ້ຽມ ຢາມ
ວັດ al-Noor ແລະ Linwood ຂອງສາສະໜາອິສລາມ ໃນເມືອງ Christchurch
ບ່ອນທີ່ 51 ຄົນ ໄດ້ຖືກສັງຫານ ໃນວັນທີ 15 ມີນາ ໂດຍມືສັງຫານທີ່ກ່າວເຖິງຕົວເອງ
ວ່າ ເປັນຊາວຜິວຂາວທີ່ຖືວ່າຕົນວິເສດສຸດ ໃນອອສເຕຣເລຍ.
“ຂ້າພະເຈົ້າ ຊາບວ່າ ມັນບໍ່ມີຄຳເວົ້າໃດໆ ທີ່ຈະຜ່ອນຄາຍຄວາມເຈັບ ແລະ ໂສກເສົ້າ
ແລະເຈັບປວດ,” ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ໄດ້ກ່າວວ່າ
ຫຼັງຈາກທີ່ໄດ້ຢ້ຽມຢາມ ໃນວັດ al-Noor ຂອງສາສະໜາອິສລາມ “ແຕ່ວ່າ ຂ້າພະເຈົ້າ
ຕ້ອງການທີ່ຈະມາທີ່ນີ້ ເປັນການສ່ວນຕົວ ທີ່ຈະສົ່ງຄວາມຮັກ ຄວາມສະໜັບສະໜຸນ
ແລະທັງໝົດທີ່ຈະຊື່ນຊົມຢ່າງເຕັມລົ້ນ.”
ໂດຍເຕືອນວ່າ “ຄຳເວົ້າ ເພື່ອສ້າງຄວາມກຽດຊັງ ແມ່ນໄດ້ແຜ່ຂະຫຍາຍ ເຊັ່ນໄຟປ່າ
ໃນສື່ສັງຄົມ,” ທ່ານ Guterres ໄດ້ກ່າວວ່າ ທ່ານໄດ້ຮຽກຮ້ອງ ໃຫ້ Adama Dieng,
ທີ່ປຶກສາພິເສດຂອງທ່ານ ສຳລັບການປ້ອງກັນ ໃນການຂ້າລ້າງເຊື້ອຊາດເຜົ່າພັນ,
ທີ່ຈະປະກອບຄະນະໃນການພັດທະນາແຜນການໂລກ ເພື່ອເອົາບາດກ້າວ ໃນການ
ຕອບຮັບນີ້.
ນາຍົກລັດຖະມົນຕີ ນິວຊີແລນ ທ່ານນາງ Jacinda Ardern ຜູ້ທີ່ໄດ້ຮັບການຍ້ອງຍໍ
ສັນລະເສີນຈາກນາໆຊາດ ໃນການຮັບມືຂອງທ່ານນາງ ຕໍ່ການສັງຫານໝູ່ໃນເມືອງ Christchurch ແມ່ນວາງແຜນທີ່ຈະເປັນເຈົ້າພາບຄູ່ ໃນກອງປະຊຸມ ຢູ່ປາຣີໃນສັບປະດາ
ນີ້ ເພື່ອຊຸກຍູ້ໃຫ້ມີການສະໜັບສະໜຸນ ຕໍ່ສູ້ກັບການສະແດງອອກຄວາມຮຸນແຮງ
ທາງອອນໄລນ໌.