ລາຍງານເນື່ອງໃນວັນສາກົນເພື່ອການຫລຸດຄວາມສ່ຽງຈາກໄພພິບັດພົບວ່າ ການເສຍຊີວິດ ແລະການສູນເສຍທາງດ້ານເສດຖະກິດຈາກໄພທໍາມະຊາດ ຈໍານວນຫລາຍແມ່ນສາມາດຫຼີກລ້ຽງໄດ້ໂດຍການລົງທຶນໃນມາດຕະການການຫລຸດຄວາມສ່ຽງ ຈາກໄພພິບັດນັ້ນ ໃນລັກສະນະຂອງການປ້ອງກັນ. ລິຊາ ສະລາຍນ໌ (Lisa Schlein) ມີລາຍງານໃຫ້ VOA ຈາກນະຄອນເຈນິວາ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ໄພພິບັດທີ່ກ່ຽວຂ້ອງກັບສະພາບອາກາດ ມີການເພີ້ມຂຶ້ນເກືອບສອງເທົ່າໃນຊ່ວງ 20 ປີທີ່ຜ່ານມາ, ໂດຍປະເທດທີ່ກໍາລັງພັດທະນາ ຕ້ອງປະເຊີນກັບໄພພິບັດຕ່າງໆໜັກທີ່ສຸດ. ເຖິງແມ່ນວ່າ ສະພາບອາກາດທີ່ຮ້າຍແຮງແລະໄພພິບັດອື່ນໆ ຍັງຄົງເພີ້ມຂຶ້ນຢ່າງຕໍ່ເນື່ອງ, ທາງອົງການສະຫະປະຊາຊາດເພື່ອການຫຼຸດຄວາມສ່ຽງຈາກໄພພິບັດກ່າວວ່າ ມີການຈັດສັນເງິນທຶນພຽງເລັກນ້ອຍເພື່ອຊ່ວຍບັນດາ ປະເທດດຕ່າງໆໃນການປ້ອງກັນ ຫລືຫລຸດຄວາມສ່ຽງເຫລົ່ານັ້ນ.
ລາຍງານພົບວ່າ ໄດ້ມີການຈັດສັນຄວາມຊ່ວຍເຫລືອເພື່ອການພັດທະນາຢ່າງເປັນທາງການມູນຄ່າ 133 ຕື້ໂດລາ ສໍາລັບຄວາມຊ່ວຍເຫລືອທີ່ກ່ຽວຂ້ອງກັບໄພພິບັດລະຫວ່າງປີ 2010 ຫາ 2019. ແຕ່ວ່າ ມີພຽງ 5 ຕື້ 500 ລ້ານໂດລາເທົ່ານັ້ນທີ່ໄດ້ຮັບການລົງທຶນໃນມາດຕະການເພື່ອຫລຸດຄວາມສ່ຽງ ແລະບັນເທົາຜົນກະທົບທີ່ເກີດຈາກໄພພິບັດດັ່ງກ່າວ.
ເງິນທຸກໆ 100 ໂດລາທີ່ໃຊ້ຈ່າຍເຂົ້າໃນຄວາມຊ່ວຍເຫລືອເພື່ອການພັດທະນາທີ່ກ່ຽວຂ້ອງກັບໄພພິບັດ ໄດ້ລະບຸວ່າມີພຽງແຕ່ 50 ເຊັນເທົ່ານັ້ນທີ່ຖືກນໍາໃຊ້ເຂົ້າໃນການພັດທະນາ ເພື່ອປົກປ້ອງຜົນກະທົບ ທີ່ເກີດຈາກໄພພິບັດຕ່າງໆ. ຜູ້ອໍານວຍການຂອງອົງການຫລຸດຄວາມສ່ຽງຈາກໄພພິບັດ ທ່ານຣິຄາໂດ ເມີນາ (Ricardo Mena) ກ່າວວ່າ ເຖິງແມ່ນເງິນກອງທຶນ ODA ຢູ່ໃນລະດັບຕໍ່າ ກໍຄວນໃຊ້ໃຫ້ຖືກເປົ້າໝາຍກວ່ານີ້. ທ່ານກ່າວວ່າ ມັນຄວນຖືກນໍາໃຊ້ເພື່ອຊ່ວຍ ເຫລືອບັນດາປະເທດທັງຫລາຍທີ່ທຸກຍາກກ່ວາ ແລະອ່ອນແອກວ່າ ເຊິ່ງທ່ານກ່າວວ່າ:
“ຜູ້ໃດກໍຄິດວ່າ ປະເທດທີ່ມີແນວໂນ້ມ ຈະເກີດໄພພິບັດຫລາຍກວ່າ ແລະມີອັດ ຕາການເສຍຊີວິດທີ່ສູງຂຶ້ນ ຈະເປັນປະເທດທີ່ມີການຈັດສັນ ການຫລຸດຄວາມສ່ຽງທາງໄພພິບັດ ຫລື DRR, ການຈັດສັນປັນສ່ວນຂອງເງິນທຶນຕ້ອງຫລາຍທີ່ສຸດ, ແຕ່ໜ້າເສຍດາຍທີ່ກໍລະນີນັ້ນ ມັນບໍ່ແມ່ນ. ການລົງທຶນແບບບໍ່ພຽງພໍ ແມ່ນມີເງື່ອນໄຂວ່າ ເພື່ອປ້ອງກັນໄພພິບັດໃນອະນາຄົດ ຢູ່ຂົງເຂດບ່ອນທີ່ມີອັດຕາການເສຍຊີວິດ ທີ່ມີລັກສະນະສູງ.”
ທ່ານເມີນາ ກ່າວວ່າ ຄວາມຫລົ້ມແຫລວ ໃນການລົງທຶນໃນ DRR ຫລືການຫລຸດຄວາມສ່ຽງຈາກໄພພິບັດ ກໍເໝືອນກັບການຊື້ລົດດີໆງາມໆທີ່ບໍ່ມີຫ້າມລໍ້ຫຼືເບຣກສ໌ ເຊິ່ງທ່ານໄດ້ກ່າວວ່າ:
“ການລົງທຶນໃນ DRR, ພວກເຮົາຮູ້ວ່າມັນສົມເຫດສົມຜົນ ແລະໃນລັກສະນະຂອງທຶນທີ່ເປັນຜົນປະໂຫຍດ ມັນເປັນທາງບວກຢ່າງມະຫາສານ. ດັ່ງນັ້ນ, ແມ່ນແລ້ວ, ພວກເຮົາກໍາລັງບອກວ່າ ເປັນການດີກວ່າທີ່ຈະບຸກເຂົ້າໃນປັດໄຈພື້ນຖານຂອງຄວາມສ່ຽງ, ຈາກນັ້ນ ຈຶ່ງມີການໃຊ້ເງິນຈໍານວນຫລາຍ ເມື່ອໃດທີ່ມີໄພພິບັດນັ້ນເກີດຂຶ້ນ.”
ການສຶກສາທາງວິຊາການພົບວ່າ ເງິນທຸກໆໂດລາທີ່ລົງທຶນໄປໃນການປ້ອງກັນເພື່ອຫລຸດຄວາມສ່ຽງທາງໄພພິບັດນັ້ນ ສາມາດສົ່ງຜົນໃຫ້ມີການເກັບທ້ອນເງິນໄດ້ 3 ໂດລາ ຫາ 15 ໂດລາ ໃນການສູນເສຍຈາກໄພພິບັດ.
ທ່ານເມີນາ ໄດ້ຮຽກຮ້ອງໃຫ້ມີການເພີ້ມເງິນທຶນ ODA ເພື່ອຊ່ວຍເຫລືອບັນດາປະເທດທີ່ທຸກຍາກໃຫ້ປັບໂຕເຂົ້າກັບການປ່ຽນແປງຂອງສະພາບອາກາດ ແລະດໍາເນີນການລະດັບຊາດ ໃນການວາງຍຸດທະສາດເພື່ອຫລຸດຄວາມສ່ຽງທາງໄພ ພິບັດ. ທ່ານໄດ້ອ້າງເຖິງບັນດາປະເທດທີ່ເປັນເກາະດອນນ້ອຍໆ, ປະເທດດ້ອຍພັດທະນາທັງຫຼາຍ ແລະປະເທດກໍາລັງພັດທະນາຕ່າງໆທີ່ບໍ່ມີທາງອອກສູ່ທະເລ ວ່າມີຄວາມຂັດສົນທີ່ສຸດ.