ລາຍງານຂອງ ສປຊ ສະຫຼຸບວ່າ ພວກຕາລີບານ ແລະ ລັດອິສລາມ ຮ່ວມກັນ ຂ້າປະຊາຊົນ 36 ຄົນ

ຊາວບ້ານກອບກູ້ເອົາສົບຜູ້ເສຍຊີວິດມາ ຜູ້ທີ່ຖືກຂ້າຕາຍໂດຍ ພວກກະບົດໃນບ້ານ Mirza Olang, ແຂວງ Sar-e Pul, ອັຟການິສຖານ. 15 ສິງຫາ, 2017.

ການກວດສອບຂັ້ນຕົ້ນຂອງ ອົງການສະຫະປະຊາຊາດໄດ້ສະຫຼຸບວ່າ ພວກກະບົດ
ຕາລີບານ ແລະ ຄົນໃນທ້ອງຖິ່ນ “ທີ່ອ້າງຕົນເອງ” ວ່າຫົວຮຸນແຮງລັດອິສລາມນັ້ນ ໄດ້
ຮ່ວມກັນຂ້າປະຊາຊົນຢ່າງໜ້ອຍ 36 ຄົນ ໃນບ້ານແຫ່ງໜຶ່ງ ຕັ້ງຢູ່ພາກເໜືອຂອງ
ອັຟການິສຖານ ໃນຕົ້ນເດືອນນີ້.

ການຂ້າຄົນຈຳນວນຫຼາຍ ໄດ້ເກີດຂຶ້ນໃນລະຫວ່າງວັນທີ 3 ຫາທີ 5 ເດືອນສິງຫາທີ່
ຜ່ານມາ ບໍ່ດົນຫຼັງຈາກພວກກະບົດໄດ້ບຸກເຂົ້າໄປໃນບ້ານ Mirza Olang ທີ່ມີຊາວ
ມຸສລິມນິກາຍ ຊີໄອ ອາໄສຢູ່ເປັນສ່ວນໃຫຍ່. ບ້ານດັ່ງກ່າວຕັ້ງຢູ່ໃນແຂວງ Sar-e-Pul
ແລະ ບັນດາເຈົ້າໜ້າທີ່ ອັຟການິສຖານ ໃນເວລານັ້ນ ໄດ້ຕັ້ງຕົວເລກຂອງຜູ້ເສຍຊີວິດ
ສູງສຸດວ່າມີຫຼາຍກວ່າ 50 ຄົນ.

ລາຍງານຂອງ ອົງການການຊ່ວຍເຫຼືອ ຂອງອົງການສະຫະປະຊາຊາດໃນ ອັຟການິສ
ຖານ ຫຼື UNAMA ທີ່ຖືກເປີດເຜີຍໃນວັນອາທິດວານນີ້ ໄດ້ກ່າວເນັ້ນວ່າ ພວກຜູ້ເຄາະ
ຮ້າຍ ລວມມີພົນລະເຮືອນ ແລະ ນັກຮົບຝ່າຍລັດຖະບານ ທີ່ຖືກປົດອາວຸດ ກ່ອນຖືກປະ
ຫານຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ