ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ລົງຄະແນນສຽງ ໃນວັນສຸກ ວານນີ້
ທີ່ຈະຕັດ 600 ລ້ານໂດລາ ຈາກງົບປະມານປະຈຳປີໃນການປະຕິບັດງານຮັກສາສັນ
ຕິພາບຂອງສະຫະປະຊາຊາດເກືອບ 8 ພັນລ້ານໂດລາ.
ການເຄື່ອນໄຫວດັ່ງກ່າວ ມີຂຶ້ນທ່າມກາງຄວາມກົດດັນຂອງລັດຖະບານປະທາ ນາທິ
ບໍດີທຣໍາ ທີ່ໄດ້ປະກອບທຶນຫລາຍກວ່ານຶ່ງສ່ວນສີ່ ຂອງງົບປະມານປະຈຳປີ. ແຕ່ວ່າ
ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Antonio Guterres ຜູ້ທີ່ໄດ້ເຂົ້າກຳຕຳ
ແໜ່ງໃນວັນທີ 1 ມັງກອນຜ່ານມານີ້ ຍັງໄດ້ຮຽກຮ້ອງໃຫ້ມີການປະຕິຮູບທີ່ສຳຄັນ ຮວມທັງການປະຕິບັດງານຮັກສາສັນຕິພາບ.
ການປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ທີ່ໃຫ້ການສະໜັບສະໜູນ ແກ່ກຳລັງທາງທະຫານ ຕຳຫລວດ ແລະ ພົນລະເຮືອນ ຫລາຍກວ່າ 110,000 ຄົນ
ຢູ່ໃນ 16 ປະເທດ ໄດ້ຖືກຕິຕຽນຢ່າງໜັກ ໃນໄລຍະສອງສາມປີຜ່ານມານີ້ ຍ້ອນ
ຄວາມບໍ່ມີລະບຽບວິໄນຂອງພວກທະຫານ ຊຶ່ງໃນບາງຄັ້ງບາງຄາວ ແມ່ນບໍ່ສາມາດ
ໃຫ້ການປົກປ້ອງພົນລະເຮືອນ ແລະໄດ້ທຳການລວນລາມທາງເພດ ຕໍ່ເຂົາເຈົ້ານຳ
ດ້ວຍ. ຢູ່ໃນHaiti ໜ່ວຍປະຕິບັດງານຮັກສາສັນຕິພາບສະຫະປະ ຊາຊາດ ໄດ້ຖືກ
ຕິຕຽນວ່າ ນຳເອົາການລະບາດຂອງໂຣກອະຫິວາເຂົ້າໄປໃນປະເທດດັ່ງກ່າວທີ່ໄດ້
ເຮັດໃຫ້ມີຜູ້ລົ້ມປ່ວຍ ແລະເສຍຊີວິດຫລາຍພັນຄົນ. ແລະໃນກໍລະນີ ຂອງການປົກ
ປ້ອງພົນລະເຮືອນ.”
ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley ລາຍງານຕໍ່ລັດຖະສະພາ ທີ່ນະຄອນຫລວງວໍຊິງຕັນ.
ເຖິງແມ່ນວ່າບໍ່ມີປະສິດທິພາບພຽງພໍ ແລະບັນຫາຕ່າງໆ “ພວກໝວກເຫລັກສີຟ້າ”
ໃນນາມຜູ້ຮັກສາສັນຕິພາບ ຊຶ່ງເປັນທີ່ຮູ້ກັນໃນຄວາມແຕກຕ່າງຂອງໝວກເຂົາເຈົ້າ
ນັ້ນ ຍັງມີບົດບາດອັນສຳຄັນ ຢູ່ໃນບັນດາປະເທດທີ່ຍັງບໍ່ມີຄວາມໝັ້ນຄົງທັງຫລາຍ
ບ່ອນທີ່ພົນລະເຮືອນຕ້ອງການໆປົກປ້ອງ ການຊ່ວຍເຫລືອດ້ານມະນຸດສະທຳ ແລະ
ສະຖາບັນຕ່າງໆຍັງບໍ່ໝັ້ນຄົງ.
ຫ້ອງການໃຫຍ່ສະຫະປະຊາຊາດ ທີ່ປະຕິບັດງານຢູ່ປະເທດ Ivory Coast.
ທ່ານນາງ Jordie Hannum ຜູ້ອຳນວຍການອະວຸໂສຂອງອົງການ Better World Campaign ທີ່ເຮັດວຽກເພື່ອສົ່ງເສີມຄວາມເຂັ້ມແຂງລະຫວ່າງສະຫະ ລັດ ແລະ
ສະຫະປະຊາຊາດ ກ່າວວ່າ “ເປັນຄຸນຄ່າອັນຍິ່ງໃຫຍ່.”
ເອກອັກຄະລັດຖະທູດອີຕາລີ ທ່ານ Sebastiano Cardi ກ່າວຢູ່ກອງປະຊຸມຄວາມໝັ້ນຄົງ.
ທ່ານນາງ Hunnum ກ່າວວ່າ “ມີການຄົ້ນຄວ້າເປັນເວລາຫລາຍທົດສະວັດ ທີ່ສະ
ແດງໃຫ້ເຫັນວ່າ ການຮັກສາສັນຕິພາບ ໃນເວລາມີທີ່ມີຊັບພະຍາກອນ ແລະອຸບ
ປະກອນ ຢ່າງພຽງພໍ ສາມາດເຮັດໃຫ້ມີຄວາມແຕກຕ່າງຢ່າງໃຫຍ່ຫລວງໃນກໍລະ
ນີປ້ອງກັນບໍ່ໃຫ້ເກີດບັນຫາຂັດແຍ້ງຂຶ້ນມາໃໝ່