ກຳລັງຮັກສາສັນຕິພາບ ສ​ປ​ຊ ແລະ ພົນລະເຮືອນຊາວຄອງໂກ ຖືກຂ້າຕາຍ ໃນການປະທ້ວງ ທີ່ກາຍເປັນຄວາມຮຸນແຮງ

ພວກປະທ້ວງຊາວຄອງໂກ ປີນຂຶ້ນກຳແພງອ້ອມພື້ນທີ່ສາງເກັບເຄືອງຂອງ ກອງກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ໃນເມືອງໂກມາ ໃນແຂວງກີວູ ທາງພາກເໜືອ ຂອງສາທາລະນະລັດ ປະຊາທິປະໄຕ ຄອງໂກ, ວັນທີ 26 ກໍລະກົດ 2022.

ອົງການສະຫະປະຊາຊາດໄດ້ກ່າວວ່າ ຜູ້ຮັກສາສັນຕິພາບຂອງຕົນສາມຄົນໄດ້ຖືກຂ້າຕາຍ ໃນການປະທ້ວງຕໍ່ຕ້ານອົງການສະຫະປະຊາຊາດ ທີ່​ໄດ້​ກາຍ​ເປັນຄວາມ​ຮຸນ​ແຮງ ຢູ່ໃນພາກຕາເວັນອອກຂອງຄອງໂກໃນວັນອັງຄານວານນີ້ ໃນຂະນະດຽວກັນ ພົນລະເຮືອນຈຳນວນນຶ່ງ ກໍຍັງໄດ້ຖືກຂ້າຕາຍ ໃນເຫດການຄວາມຮຸນແຮງດັ່ງກ່າວ.

“ຢູ່ທີ່ຄ້າຍ ບູເຕັມໂບ (Butembo) ກຳ​ລັງ​ປະ​ຕິ​ບັດງານ MONUSCO ໃນມື້ນີ້ ພວກໂຈມຕີກໍ່ຄວາມຮຸນແຮງ ຍາດເອົາອາວຸດຈາກຕຳຫຼວດຂອງຄອງໂກ ແລະຍິງໃສ່ພວກເຈົ້າໜ້າທີ່ໃສ່ເຄື່ອງແບບຂອງພວກເຮົາ” ນັ້ນແມ່ນຄຳເວົ້າຂອງໂຄສົກອົງການສະຫະປະຊາຊາດ ທ່ານ ຟາຣຮານ ຮັກ (Farhan Haq) ທີ່ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ສຳນັກງານໃຫຍ່ຂອງ U.N. ໃນ​ນະ​ຄອນນິວຢອກ.

MONUSCO ແມ່ນຊື່ຫຍໍ້ສຳລັບ ​ກອງ​ກຳ​ລັງເພື່ອສ້າງສະຖຽນລະພາບຂອງອົງ ການສະຫະປະຊາຊາດ ໃນສາທາລະນະລັດ ປະຊາທິປະໄຕ ຄອງໂກ.

ພວກປະທ້ວງໃນເມືອງບູເຕັມໂບ ໃນແຂວງກີວູເໜືອ ທາງພາກຕາເວັນອອກຂອງປະເທດ ກ່າວຫາ ອົງການສະຫະປະຊາຊາດ ວ່າ ບໍ່ສາມາດປົກປ້ອງພວກເຂົາ ຈາກຄວາມຮຸນແຮງຂອງກຸ່ມກຳ​ລັງປະກອບອາວຸດ ທີ່ນັບມື້ນັບເພີ້ມຂຶ້ນ.

ທ່ານຮັກ ໄດ້ກ່າວອີກວ່າ “ກອງກຳລັງໂຕ້ຕອບວ່ອງໄວຂອງພວກເຮົາ ຢູ່ໃນທ່າທີຕື່ນຕົວສູງ ແລະໄດ້ຮັບຄຳແນະນຳໃຫ້ໃຊ້ຄວາມຍັບຍັ້ງຢ່າງສູງສຸດ ໂດຍໃຊ້ແກັສນ້ຳຕາ ເພື່ອຂັບໄລ່ພວກປະທ້ວງໃຫ້ສະຫຼາຍຕົວ ແລະ ໃຫ້ພຽງແຕ່ຍິງເຕືອນເທົ່ານັ້ນ ເມື່ອພະນັກງານ ຫຼື ຊັບສິນຂອງອົງການ ຕົກຢູ່ພາຍໃຕ້ການໂຈມຕີ.” ທ່ານກ່າວຕໍ່ໄປວ່າ “ໄດ້ຮັບການຊ່ອຍເຫຼືອໃນບາງສ່ວນເພື່ອປົກປ້ອງສະຖານທີ່ຕ່າງໆ ຈາກກອງກຳລັງທະຫານຂອງຄອງໂກ.”

ທ່ານຮັກ ໄດ້ກ່າວວ່າ ກຳ​ລັງຮັກສາສັນຕິພາບຄົນນຶ່ງ ແລະຕຳຫຼວດຂອງສະຫະປະຊາຊາດ ສອງຄົນ ໄດ້ຖືກຂ້າຕາຍ ແລະອີກຄົນນຶ່ງ ໄດ້ຮັບບາດເຈັບ.

ກະຊວງຮັບຜິດຊອບເລື້ອງພາຍນອກຂອງອິນເດຍ ໄດ້ກ່າວຢູ່ໃນທວີດເຕີ ວ່າ ກຳ​ລັງຮັັກສາສັນຕິພາບຊາວອິນເດຍ ສອງຄົນ ແມ່ນລວມຢູ່ໃນຜູ້ທີ່ເສຍຊີວິດ.


ກຳ​ລັງຮັັກສາສັນຕິພາບຊາວໂມຣົກໂກ ຄົນນຶ່ງ ກໍໄດ້ຖືກລະບຸໂຕນຳດ້ວຍ ຢູ່ໃນບັນດາຜູ້ທີ່​ຖືກຂ້າຕາຍ ອີງຕາມລາຍງານຂ່າວຈາກຫຼາຍແຫ່ງ.

ບັນດານັກການທູດ ໄດ້ກ່າວວ່າ ອິນເດຍ ຊຶ່ງເປັນສະມາຊິກທີ່ບໍ່ຖາວອນ ໃນສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ໄດ້ຂໍຮ້ອງໃຫ້ມີກອງປະຊຸມແບບປິດລັບ ໃນຕອນແລງວັນອັງຄານວານນີ້ ເພື່ອປຶກສາຫາລື ກ່ຽວກັບຄວາມຮຸນແຮງທີ່ເພີ້ມຂຶ້ນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ