ບັນດາຜູ້ນຳ ແລະນັກການທູດ ກຽມພ້ອມທີ່ຈະກ່າວຖະແຫລງຢູ່ທີ່ກອງປະຊຸມ ໃນວັນຈັນມື້ນີ້ ກ່ຽວກັບການສ້າງຄວາມເຂັ້ມແຂງລະບົບຂອງອົງການ ສປຊ

Your browser doesn’t support HTML5

ໃນວັນອາທິດວານນີ້ ບັນດາຜູ້ແທນ ໄດ້ໃຫ້ການອະນຸມັດຄັ້ງສຸດທ້າຍຕໍ່ “ສົນທິສັນຍາເພື່ອ ອະນາຄົດ” ເຊິ່ງກວມເອົາຫົວຂໍ້ເຊັ່ນວ່າ ສັນຕິພາບ ແລະຄວາມໝັ້ນຄົງ, ການພັດທະນາ ທີ່ຍືນຍົງ, ການຮ່ວມມືດ້ານດິຈິໂຕລ, ສິດທິມະນຸດ ແລະສິດທິທາງເພດ

ບັນດາຜູ້ນຳ ແລະນັກການທູດ ກຽມພ້ອມທີ່ຈະກ່າວຖະແຫລງຢູ່ທີ່ກອງປະຊຸມ ໃນວັນຈັນມື້ນີ້ ກ່ຽວກັບ ການສ້າງຄວາມເຂັ້ມແຂງລະບົບຂອງອົງການສະຫະປະຊາຊາດ, ນຶ່ງວັນຫຼັງ ຈາກທີ່ໄດ້ຕົກລົງກັນທີ່ຈະຮ່ວມກັນແກ້ໄຂຄວາມທ້າທາຍຫຼາຍຢ່າງຂອງໂລກ ທີ່ລວມທັງ ການປ່ຽນແປງຂອງດິນຟ້າອາກາດ ບັນຫາຂັດແຍ້ງ ແລະຄວາມທຸກຍາກ.

ໃນວັນອາທິດວານນີ້ ບັນດາຜູ້ແທນ ໄດ້ໃຫ້ການອະນຸມັດຄັ້ງສຸດທ້າຍຕໍ່ “ສົນທິສັນຍາເພື່ອ ອະນາຄົດ” ເຊິ່ງກວມເອົາຫົວຂໍ້ເຊັ່ນວ່າ ສັນຕິພາບ ແລະຄວາມໝັ້ນຄົງ, ການພັດທະນາ ທີ່ຍືນຍົງ, ການຮ່ວມມືດ້ານດິຈິໂຕລ, ສິດທິມະນຸດ ແລະສິດທິທາງເພດ.

ສົນທິສັນຍາໄດ້ຖືກຮັບຮອງເອົາຢູ່ທີ່ການເປີດພິທີ ໄລຍະສອງວັນ “ກອງປະຊຸມສຸດ ຍອດຂອງກ່ຽວກັບອະນາຄົດ” ທີ່ໄດ້ຮຽກຮ້ອງໂດຍ ທ່ານແອນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ.

“ຂ້າພະເຈົ້າຮຽກຮ້ອງໃຫ້ກອງປະຊຸມສຸດຍອດຍ້ອນໂລກຂອງພວກເຮົາ ກຳລັງມຸ່ງໜ້າອອກຈາກລາງ - ແລະພວກເຮົາ ຕ້ອງມີການຕັດສິນໃຈທີ່ຍາກລຳບາດ ເພື່ອທີ່ຈະກັບຄືນເຂົ້າລາງ. ບັນຫາຂັດແຍ້ງຕ່າງໆທີ່ມີຫຼາຍປະເພດ ແລະທະວີຂຶ້ນນັບມື້, ຈາກເຂດຕາເວັນອອກກາງ ຕະຫຼອດທັງ ຢູເຄຣນ ແລະຊູດານ, ໂດຍບໍ່ເຫັນຈຸດຈົບເລີຍ. ລະບົບຄວາມປອດໄພໂດຍສ່ວນລວມຂອງພວກເຮົາ ກຳລັງຖືກຄຸກຄາມໂດຍການ ແບ່ງແຍກດ້ານພູມສາດທາງການເມືອງ, ທ່າທີດ້ານນິວເຄລຍ ແລະການພັດທະນາອາວຸດ ໃໝ່ໆ ແລະສະໝໍລະພູມຂອງສົງຄາມ.”

“ສົນທິສັນຍາເພື່ອອະນາຄົດ” ມີ 42 ໜ້າ ປະກອບດ້ວຍການປະຕິຮູບຂອງສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ, ໂດຍການຄ່ອຍໆເລີກໃຊ້ນ້ຳມັນເຊື້ອໄຟຈາກຊາກສັດ ແລະພືດດຶກດຳບັນ, ຮັບຟັງພວກຊາວໜຸ່ມ ແລະປະຕິຮູບລະບົບການເງິນສາກົນ.

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ກູເຕເຣສ ຊີ້ໃຫ້ເຫັນໃນແຕ່ລະຂໍ້ກຳນົດທີ່ສຳຄັນ ໃນສົນທິສັນຍາຈຳນວນນຶ່ງ ແລະເອກະສານທີ່ແນບມາພ້ອມ 2 ຊຸດ, ກໍຄື ລະບົບ ດິຈິໂຕລຂະໜາດກະທັດຮັດຂອງໂລກ ແລະຖະແຫລງການກ່ຽວກັບອະນາຄົດ ຂອງຄົນລຸ້ນຕໍ່ໄປ.

ກອງປະຊຸມສຸດຍອດກ່ຽວກັບອະນາຄົດຂອງວັນຈັນມື້ນີ້ ໄດ້ຖືກກຳນົດໄວ້ແລ້ວ ທີ່ລວມມີ ການກ່າວຄຳປາໄສຈາກປະທານາທິບໍດີຂອງຢູເຄຣນ ໂວໂລດີເມຍ ເຊເລັນສກີ, ປະທານາທິບໍດີຄົນໃໝ່ຂອງອີຣ່ານ ທ່ານມາມູດ ເປເຊສກຽນ, ລັດຖະມົນຕີການຕ່າງ ປະເທດຂອງສະຫະລັດ ແອນໂຕນີ ບລິງເກັນ, ລັດຖະມົນຕີການຕ່າງປະເທດຂອງຈີນ ຫວັງ ຫຢີ ແລະຮອງລັດຖະມົນຕີຂອງຣັດເຊຍ ເຊີເກ ເວີຊີນິນ.