ປະທານາທິບໍດີຊົ່ວຄາວຄົນໃໝ່ຂອງ ສາທາລະນະລັດອາຟຣິກາ
ກາງ ກ່າວວ່າ ທ່ານກໍາລັງເອົາບາດກ້າວ ເພື່ອນໍາເອົາຄວາມ
ປອດໄພກັບຄືນມາສູ່ນະຄອນຫລວງ ບັງກີ ທີ່ໄດ້ຕົກຢູ່ພາຍໃຕ້
ຄວາມຫວາດຫວັ່ນຢ້ານກົວ ມາເປັນເວລາ 6 ອາທິດແລ້ວ
ຍ້ອນການກໍ່ຄວາມຮຸນແຮງທາງການເມືອງ ແລະລະຫວ່າງ
ຊົນເຜົ່າ ທີ່ໄດ້ເຮັດໃຫ້ຊາວເມືອງເກືອບ 5 ແສນຄົນ ຕ້ອງກາຍ
ເປັນອົບພະຍົບ.
ໃນການໃຫ້ສໍາພາດກັບ ວີໂອເອ ພະແນກພາສາຝຣັ່ງໄປຍັງອາຟຣິກາ ທ່ານ Alexandre
Nguendet ກ່າວວ່າ ທ່ານໄດ້ພົບປະ ໃນວັນອາທິດຜ່ານມານັ້ນ ກັບພວກທະຫານບ້ານ
ທ້ອງຖິ່ນ ທີ່ໄດ້ຕົກລົງທີ່ຈະສ້າງສັນຕິພາບນໍາກັນ. ທ່ານ Nguendet ເວົ້າອີກວ່າ
ນອກນັ້ນແລ້ວ ທ່ານຍັງກໍາລັງ ຈັດຕັ້ງໜ່ວຍງານສະເພາະກິດໜ່ວຍນຶ່ງຂຶ້ນມາ ທີ່ປະກອບ
ດ້ວຍທະຫານແລະຕໍາຫລວດ ເພື່ອກູ້ເອົາຄວາມເປັນລະບຽບຮຽບຮ້ອຍຄືນມາ ແລະທ່ານ
ເວົ້າເປັນພາສາຝຣັ່ງວ່າ: “ໃນບັນດາພາກສ່ວນປະກອບອາວຸດທັງໝົດນັ້ນ ຂົ້າພະເຈົ້າ
ຂໍເຕືອນພວກຕໍ່ຕ້ານBalaka ກັບພວກທະຫານບ້ານ Seleka ວ່າ ຊ່ວງເວລາ
ບຸນແມ່ນສິ້ນສຸດລົງແລ້ວແລະສໍາລັບພວກກໍາລັງຮັກສາຄວາມປອດໄພນັ້ນ
ຂ້າພະເຈົ້າຂໍສັ່ງພວກທ່ານໃຫ້ຍິງໃຫ້ຕາຍໂລດ ພວກຜູ້ທີ່ລົບກວນຄວາມເປັນ
ລະບຽບຮຽບຮ້ອຍຂອງສາທາລະນະຊົນ ເພື່ອໃຫ້ ສັນຕິພາບກັບຄືນມາ
ຄອບງໍາຢູ່ໃນປະເທດນີ້.”
ອົງການ ຊ່ວຍເຫລືອອົບພະຍົບຂອງສະຫະປະຊາຊາດ ກ່າວໃນວັນຈັນວານນີ້ວ່າ ຈໍານວນ
ປະຊາຊົນທີ່ຕ້ອງໄດ້ອົບພະຍົບຫລົບໜີຈາກບ້ານເຮືອນຂອງເຂົາ ເຈົ້າໃນທົ່ວ ສາທາລະນະ
ລັດອາຟຣິກາກາງນັ້ນ ແມ່ນມີ ກາຍ 1 ລ້ານຄົນແລ້ວ ໂຮມທັງ 86 ພັນຄົນ ທີ່ໄດ້ຫລົບໜີ
ໄປສູ່ປະເທດເພື່ອນບ້ານ.