ເຈົ້າໜ້າທີ່ອົງການສະຫະປະຊາຊາດ ແລະຮອງນາຍົກລັດຖະມົນຕີຂອງຕາລີບານ ຫາລືກ່ຽວກັບການຫ້າມແມ່ຍິງເຮັດວຽກນໍາ NGO

ຜູ້ໃຫ້ຄໍາປຶກສາທາງດ້ານອາຫານຂອງອົງການ Save the Children (ຂວາ), ກໍາລັງອະທິບາຍຕໍ່ນາງເນລາບ ອາຍຸ 22 ປີ ກ່ຽວກັບວິທີໃຫ້ອາຫານແກ່ລູກສາວອາຍຸ 11 ເດືອນຂອງນາງ ດ້ວຍອາຫານທີ່ໃຊ້ສໍາລັບປິ່ນປົວຜູ້ທີ່ຂາດສານອາຫານຮຸນແຮງ, ໃນແຂວງຊາ-ອີ-ພູລ, ອັຟການິສຖານ, ວັນທີ 29 ກັນຍາ 2022. (Save the Children via AP)

ເຈົ້າໜ້າທີ່ລະດັບສູງຂອງອົງການສະຫະປະຊາຊາດ ໄດ້ພົບປະກັບຮອງນາຍົກ ລັດຖະມົນຕີຂອງລັດຖະບານຕາລິບານໃນວັນອາທິດວານນີ້ ເພື່ອປຶກສາຫາລື ກ່ຽວກັບການຫ້າມແມ່ຍິງເຮັດວຽກໃຫ້ແກ່ກຸ່ມຕ່າງໆທີ່ບໍ່ຂຶ້ນກັບລັດຖະບານ ເຊິ່ງ ເຈົ້າໜ້າທີ່ຂອງອັຟການິສຖານໄດ້ປະກາດມາດຕະການຕ່າງໆໃນການຫຼຸດສິດທິ ຂອງບັນດາແມ່ຍິງ, ອີງຕາມອົງການຂ່າວ AP.

ການຕັດສິນໃຈໂດຍ​ລັດ​ຖະ​ບານ ຕາ​ລີ​ບານ ເພື່ອ​ຫ້າມ​ແມ່​ຍິງບໍ່​ໃຫ້​ເຮັດ​ວຽກ​ຂອງ​ອົງ​ການ​ທີ່ບໍ່ຂຶ້ນກັບລັດຖະບານ ຫຼື NGO ໄດ້ເຮັດໃຫ້ໜ່ວຍງານຊ່ວຍເຫຼືອທີ່ສໍາ ຄັນຂອງສາກົນຢຸດການດໍາເນີນງານຢູ່ໃນປະເທດແຫ່ງນີ້ໄວ້ຊົ່ວ​ຄາວ. ການຫ້າມ ດັ່ງກ່າວໄດ້ເພີ້ມຄວາມກັງວົນວ່າ ປະຊາຊົນຈະອຶດຢາກ ແລະຂາດອາຫານ, ການສຶກສາ, ການສົ່ງເສີມທາງດ້ານສຸຂະພາບ ແລະການບໍລິການທາງດ້ານວິ ກິດການຕ່າງໆ, ໃນຂະນະທີ່ປະຊາກອນເຄິ່ງນຶ່ງຂອງປະເທດອັຟການິສຖານ ແມ່ນມີຄວາມຕ້ອງການການຊ່ວຍເຫຼືອທາງດ້ານມະນຸດສະທໍາແບບຮີບດ່ວນ.

ໜ່ວຍງານຊ່ວຍເຫຼືອໄດ້ເຕືອນວ່າ ການຫ້າມດັ່ງກ່າວຈະສົ່ງຜົນທີ່ຮ້າຍແຮງທີ່ສຸດ ແລະປະຊາຊົນຊາວອັຟການິສຖານ “ຫຼາຍຮ້ອຍ ແລະຫຼາຍພັນຄົນ” ຈະຕ້ອງ ຕາຍຍ້ອນການຕັດສິນໃຈຂອງລັດຖະບານຕາລິບານ.

ຮອງຫົວໜ້າຄະນະຜູ້ແທນຂອງອົງການສະຫະປະຊາຊາດທີ່ປະຕິບັດພາລະກິດໃນອັຟການິສຖານ ທ່ານມາຄັສ ພົດທ໌ເຊລ (Markus Potzel), ​ໄດ້ພົບກັບ ທ່ານ ມາວວີ ອັບດູລ ຊາລາມ ຮານາຟີ (Maulvi Abdul Salam Hanafi) ໃນນະຄອນຫຼວງກາບູລ ເພື່ອຫາລືກ່ຽວກັບການຫ້າມດັ່ງກ່າວ, ເຊັ່ນດຽວກັບມາດ ຕະການອື່ນໆ ເຊິ່ງລວມມີການຫ້າມແມ່ຍິງເຂົ້າສຶກສາໃນມະຫາວິທະຍາໄລ ຕ່າງໆນໍາອີກດ້ວຍ.

ຄະນະຜູ້ແທນຂອງອົງການສະຫະປະຊາຊາດກ່າວວ່າ “ການຫ້າມບັນດາແມ່ຍິງ ຈາກການເຮັດວຽກຢູ່ໃນອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງໆ, ການປະຕິເສດ ພວກເດັກຍິງ ແລະແມ່ຍິງຈາກການສຶກສາຮໍ່າຮຽນ ແລະການອົບຮົມອື່ນໆ ເປັນ ການທໍາລາຍປະຊາຊົນຫຼາຍລ້ານຄົນຢູ່ໃນປະເທດອັຟການິສຖານ, ພ້ອມທັງເປັນ ການຂັດຂວາງການນໍາສົ່ງການຊ່ວຍເຫຼືອທີ່ສໍາຄັນໄປໃຫ້ປະຊາຊົນຊາວອັຟກາ ນິສຖານທັງຜູ້ຊາຍ, ແມ່ຍິງ ແລະບັນດາເດັກນ້ອຍ.”

ທ່ານພົດທ໌ເຊລ ເປັນເຈົ້າໜ້າທີ່ອົງການສະຫະປະຊາຊາດຄົນຫຼ້າສຸດ ທີ່ໄດ້ພົບ ປະກັບຜູ້ນໍາຂອງລັດຖະບານຕາລິບານ ທ່າມກາງຄວາມກັງວົນທີ່ເພີ້ມຂຶ້ນຂອງ ສາກົນ ກ່ຽວກັບການຫຼຸດອິດສະຫຼະພາບຂອງບັນດາແມ່ຍິງຢູ່ໃນ ອັຟການິສຖານ ລົງ.

ໃນວັນຈັນຂອງອາທິດທີ່ຜ່ານມາ, ຮັກສາການຫົວໜ້າຜູ້ແທນອົງການສະຫະປະ ຊາຊາດ ທ່ານຣາມິສ ອາລັກບາຣອບວ໌ (Ramiz Alakbarrov) ພົບກັບລັດຖະ ມົນຕີເສດຖະກິດຂອງຕາລີບານ ທ່ານກາຣີ ດີນ ໂມຮໍາເມັດ ຮານິຟ (Qari Din Mohammed Hanif).

ທ່ານຮານິຟ ໄດ້ອອກຄໍາສັ່ງຫ້າມອົງການ NGO ໃນວັນທີ 24 ທັນວາ ທີ່ຜ່ານ ມາ, ໃນຂໍ້ກ່າວຫາທີ່ວ່າ ພວກແມ່ຍິງບໍ່ໃສ່ຜ້າປົກຫົວອິສລາມ ຫຼື ຜ້າໄຮຈາບ ຢ່າງຖືກຕ້ອງ. ທ່ານກ່າວວ່າ ຖ້າຫຼາຍອົງກອນພົບວ່າບໍ່ປະຕິບັດຕາມຄໍາສັ່ງ ຈະຕ້ອງຖືກຖອນໃບອະນຸຍາດຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ