ສປຊ ມອງເຫັນ ບັນຫາທ້າທາຍ ຕໍ່ການເຕີບໂຕ ຂອງ ອາຊຽນ

ຮອງລັດຖະມົນຕີຕ່າງປະເທດຈີນ ທ່ານ Liu Zhenmin (ຂວາ) ແລະ ເລຂາທິການຖາວອນຕ່າງປະເທດ ສິງກະໂປ ທ່ານ Chee Wee Kiong (ຊ້າຍ) ລາຍງານຕໍ່ບັນດານັກຂ່າວ.

ສະຫະ​ປະຊາ​ຊາດ ​ໃນ​ຂະນະ​ທີ່​ມີ​ຄວາມຫວັງ​ໄປ​ໃນ​ແງ່​ດີ​ກ່ຽວ​ກັບ​ສະພາບ​ໃນ​ອະນາຄົດ ​ ຂອງ 10 ປະ​ເທດ ປະຊາ​ຄົມ​ເສດຖະກິດ ASEAN ຫລື AEC ກ່າວ​ວ່າ ຂົງ​ເຂດດັ່ງກ່າວ​ ກຳລັງ​ປະ​ເຊີນ​ໜ້າກັບ​ບັນຫາ​ທ້າ​ທາຍທີ່​ສຳຄັນ​ຫລາຍ​ຢ່າງຮວມທັງ​ຫລຸດ​ຜ່ອນ​ການ​ເພີ່ງ​ ພາ​ອາ​ໄສຕໍ່​ເສດຖະກິດ​ຈີນ ບ່ອນ​ທີ່​ການເຕີບ​ໂຕ​ກຳລັງ​ຢູ່​ໃນ​ລະດັບ​ປານກາງ.

ໂຮງງານປັ້ນດິນຈີ່ ຢູ່ນອກນະຄອນປັກກິ່ງ ທີ່ຖືກປິດລົງ.

ສະຫະ​ປະຊາ​ຊາດ ​ໃນການ​ສຳ​ຫລວດຫລ້າ​ສຸດ ​ທາງ​ດ້ານ​ເສດຖະກິດແລະ​ສັງຄົມສຳລັບ ເອ​ເຊຍ​ປາຊິ​ຟິກ ​ໄດ້​ທຳນາຍ​ວ່າ ASEAN ຈະ​ເຕີບ​ໂຕ​ຊ້າ​ລົງໃນ​ປີ 2015 ໃກ້​ກັບ 4.3 ​ເປີ ເຊັນຄືຫລຸດ​ລົງ​ຈາກ 5.0 ​ເປີ​ເຊັນໃນ​ລະຫວ່າງ​ປີ 2011 ຫາ​ປີ 2013.

ກຳປັ່ນຂົນສົ່ງຈອດຢູ່ທ່າເຮືອ Zhoushan ແຂວງ Zhejiang.

ທ່ານ Shamshad Akhtar ຮອງ​ເລຂາທິການ​ໃຫຍ່​ ແລະ​ເລຂາທິການ​ຮັບຜິດຊອບ​ກ່ຽວ​ ກັບເສດຖະກິດ​ກຳມາ​ທິການ​ສັງຄົມ ​ໃນເຂດ​ເອ​ເຊ​ຍປາຊິ​ຟິກ ຂອງສະຫະ​ປະຊາ​ຊາດ ​ຫລື UNESCAP ກ່າວ​ວ່າ ​ແຜນແມ່​ບົດຂອງ​ຂົງ​ເຂດໃນ​ການ ຮວມຕົວດ້ານ​ເສດຖະກິດ​ເຂົ້າ ​ກັນໄດ້ເປັນ​ທີ່​ທ້າ​ທາຍ​ຈາກ​ການເຕີບ​ໂຕຊ້າ​ລົງ​ຂອງ ​ເສດຖະກິດ. ທ່ານ Akhtar ກ່າວ​ວ່າ ຂົງ​ເຂດ ASEAN ສ່ວນ​ໃຫຍ່​ໄດ້​ເພີ່ງ​ພາ​ອາ​ໄສ​ການສົ່ງ​ອອກທີ່​ພາ​ໃຫ້​ມີ​ການ​ເຕີບ​ໂຕ ​ໄດ້ ​ຮັບ​ຜົນ​ກະ​ທົບ​ຍ້ອນ​ການ​ຊັກ​ຊ້າ ລົງ​ຂອງ​ການ​ຄ້າພາຍ​ນອກ.

ພວກພະນັກງານກຳລັງທາສີໝໍ້ປັ້ນທີ່ໝູ່ບ້ານ Bat Trang, Hanoi, ປະເທດຫວຽດນາມ.

ທ່ານ Akhtar ກ່າວ​ວ່າ “ອັນ​ທີ່​ໄດ້ຮັບ​ການສັນລະ​ເສີນ​ໄດ້​ກາຍ​ມາ​ເປັນ​ທີ່​ທ້າ​ທາຍ ທີ່​ວ່າ ASEAN ​ໄດ້​ເພີ່ງພາ​ອາ​ໄສ​ຈີນຫຼາຍຂຶ້ນ ​ແລະ​ສິ່ງ​ທີ່​ເກີດ​ຂື້ນ​ໃນ​ຈີນ​ກໍ​ມີຜົນ ​ກະທົບ​ຕໍ່​ສິງ ກະ​ໂປ ມາ​ເລ​ເຊຍ ​ແລະ​ໄທ ທີ່​ໄດ້ອາ​ໄສ​ຫລາຍ​ຂຶ້ນ​ກັບການຄ້າ​ກັບ​ ສາທາລະນະປະຊາ ຊົນຈີນ ​ເພາະສະ​ນັ້ນ​ເຂົາ​ເຈົ້າ​ຕ້ອງການ​ໃຫ້​ເປັນ​ທີ່​ແຈ້ງ​ຂາວ​ໃນ​ການ​ເຄື່ອນໄຫວ​ໄປ​ໜ້າ ເພື່ອ​ເຮັດ​ໃຫ້​ເສດຖະກິດ​ຫຼາກຫຼາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ