ຫົວໜ້າອົງການຕິດຕາມສິ້ງຊອມນິວເຄລຍ ຂອງສະຫະປະຊາ
ຊາດ ຈະເດີນທາງໄປຢ້ຽມຢາມອີຣ່ານໃນວັນອາທິດມື້ອຶ່ນນີ້ໃນ
ອັນທີ່ປາກົດວ່າ ເປັນການຊຸກຍູ້ ເພື່ອໃຫ້ມີຄວາມຄືບໜ້າ ກ່ຽວ
ກັບການສືບສວນ ເປັນເວລາດົນນານມາແລ້ວ ໃນການສົງໄສ
ວ່າ ອີຣ່ານໄດ້ປະຕິບັດງານເພື່ອສ້າງອາວຸດນິວເຄລຍ.
ການເດີນທາງຂອງທ່ານ Yukiya Amano ມີຂື້ນກ່ອນໜ້າເສັ້ນ
ຕາຍ ໃນວັນທີ 25 ສິງຫາ ທີ່ອີຣ່ານຈະຕ້ອງຕອບຄຳຖາມຕ່າງໆ
ກ່ຽວກັບໂຄງການນິວເຄລຍທີ່ ເປັນບັນຫາໂຕ້ແຍ້ງຂອງຕົນ.
ອົງການພະລັງງານປະລະມະນູສາກົນໄດ້ປະກາດກ່ຽວກັບການເດີນທາງດັ່ງກ່າວໃນມື້ວັນ ສຸກວານນີ້ໂດຍເວົ້າວ່າ ເປັນສ່ວນນຶ່ງຂອງການດຳເນີນຄວາມພະຍາຍາມເພື່ອສ້າງຄວາມ ຄືບໜ້າ ໃຫ້ແກ່ການເຈລະຈາຫາລືແລະການຮ່ວມມືກັບອີຣ່ານ.
ອັນທີ່ຮ້ອງກັນວ່າ ກຸ່ມ P5+1 ຊຶ່ງຮວມທັງສະຫະລັດ ອັງກິດ ຈີນ ຝຣັ່ງ ເຢຍຣະມັນ ແລະ
ຣັດເຊຍ ໄດ້ເຈລະຈາກັບອີຣ່ານ ເພື່ອໃຫ້ບັນລຸການຕົກລົງ ທາງດ້ານນິວເຄລຍໃນຂອບ
ເຂດທີ່ກວ້າງຂວາງ. ໃນກາງເດືອນກຳລະກົດຜ່ານມາ ຄະນະເຈລະຈາຂອງທັງສອງຝ່າຍ
ໄດ້ຕໍ່ກຳນົດເສັ້ນຕາຍເພື່ອໃຫ້ບັນລຸການຕົກ ລົງ ອອກໄປໃສ່ວັນທີ 24 ເດືອນພະຈິກ.
ຂໍ້ຕົກລົງຊົ່ວຄາວ ທີ່ໄດ້ບັນລຸໂດຍສອງກ້ຳສອງຝ່າຍ ໃນເດືອນພະຈິກທີ່ຜ່ານມາໄດ້ຫລຸດ
ຜ່ອນການລົງໂທດຕໍ່ອີຣ່ານ ທີ່ໄດ້ຫລຸດກິດຈະການກັ່ນທາດຢູເຣນຽມຂອງຕົນ ເພື່ອເປັນ
ການຕອບແທນ.
ອີຣ່ານ ໄດ້ປະຕິເສດຕໍ່ການກ່າວຫາທີ່ວ່າ ຕົນພະຍາຍາມສ້າງອາວຸດນິວເຄລຍໂດຍກ່າວ
ວ່າ ໂຄງການນິວເຄລຍຂອງຕົນ ແມ່ນເພື່ອຈຸດປະສົງ ໃນທາງສັນຕິເທົ່ານັ້ນ.