ສປຊ ວ່າ ເກົາຫລີເໜືອ ພະຍາຍາມ ສົ່ງອາວຸດໃຫ້ ມຽນມາ ແລະຊີເຣຍ

  • ສິມມາລາ

ເຮືອຂົນສົ່ງຂອງເກົາຫລີເໜືອຊຶ່ງສະຫະປະຊາຊາດ ລາຍງານວ່າ ດໍາເນີນຄວາມພະຍາຍາມຂົນສົ່ງ ອາວຸດໄປໃຫ້ມຽນມາ ແລະຊີເຣຍ

ລາຍງານສະບັບນຶ່ງຂອງສະຫະປະຊາຊາດເວົ້າວ່າ ເກົາຫລີເໜືອ ສືບຕໍ່ລະເມີດການລົງ
ໂທດຂອງສາກົນ ໂດຍການດໍາເນີນຄວາມພະຍາຍາມຂົນສົ່ງອາວຸດໄປໃຫ້ມຽນມາແລະ
ຊີເຣຍ ແລະໂດຍການນໍາເຂົ້າສິນຄ້າຟຸມເຟືອຍ.

ບົດລາຍງານດັ່ງກ່າວ ຊຶ່ງເຮັດຂຶ້ນໂດຍຄະນະນັກຊ່ຽວຊານຂອງສະຫະປະຊາຊາດຍັງໄດ້
ເວົ້າວ່າ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຮຸ່ນ​ໃໝ່ KN-08 ທີ່ໄດ້ນຳອອກສະແດງໃນການສວນສະ
ໜາມຂອງທະຫານ ໃນເດືອນເມສາຜ່ານມານັ້ນ ອາດເປັນຂອງປອມ.

ການສວນສະໜາມດັ່ງກ່າວ ແມ່ນສ່ວນນຶ່ງໃນການສະເຫລີມສະຫລອງວັນຄ້າຍວັນເກີດ ຄົບຮອບຮ້ອຍປີຂອງຜູ້ກໍ່ຕັ້ງເກົາຫລີເໜືອ ທ່ານ ກິມອິນ ຊຸງ.

ພ້ອມດຽວກັນນັ້ນ ບົດລາຍງານທີ່ມີ 74 ໜ້າດັ່ງກ່າວ ຍັງໄດ້ກ່າວວ່າບໍ່ມີການລະເມີດທີ່
ກ່ຽວຂ້ອງກັບອາວຸດນີວເຄລຍ, ອາວຸດເຄມີ ຫລືອາວຸດຊີວະພາບ ຫລືລູກ​ສອນ​ໄຟ​ຂີ​ປະ
​ນາ​ວຸດ ແຕ່ຢ່າງໃດ.

ບົດລາຍງານທີ່ໄດ້ຍື່ນໃຫ້ຄະນະກໍາມະການຂອງສະພາຄວາມໝັ້ນຄົງຂອງສະຫະປະຊາ
ຊາດ ທີ່ຕິດຕາມເບິ່ງການລົງໂທດ ໄດ້ຖືກພິມເຜີຍແຜ່ໃນວັນສຸກຜ່ານມານີ້. ອົງການຂ່າວ
​ເອພີ ໄດ້ອ້າງຄໍາເວົ້າຂອງນັກການທູດຜູ້ນຶ່ງ ຢູ່ໃນຄະນະປະຕິບັດງານສະຫະປະຊາຊາດ
ຂອງເກົາຫລີເໜືອ ທີ່ປະຕິເສດການຄົ້ນພົບດັ່ງກ່າວ.

ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ໄດ້ທໍາການລົງໂທດຕໍ່ເກົາຫລີ ເໜືອລຸນຫລັງ
ທີ່ປະເທດດັ່ງກ່າວ ໄດ້ທໍາການທົດລອງນີວເຄລຍຄັ້ງທໍາອິດໃນປີ 2006 ແລະກໍໄດ້ເພີ້ມ
ການລົງໂທດຂຶ້ນ ພາຍຫລັງທີ່ປະເທດນີ້ ໄດ້ທໍາການທົດລອງນີວເຄລຍຄັ້ງທີສອງໃນປີ
2009. ມາດຕະການດັ່ງກ່າວ ແມ່ນແນໃສ່ ປ້ອງກັນບໍ່ໃຫ້ລັດຖະບານນະຄອນພຽງຢາງ ໄດ້ຮັບວັດຖຸທີ່ຕ້ອງການສຳ​ຫຼັບ ໂຄງການອາວຸດນີວເຄລຍ ແລະລູກ​ສອນ​ໄຟ​ຂີປະ​ນາ​ວຸດ ​ຂອງ​ຕົນ​ນັ້ນ.