ຄະນະ ເຈລະຈາ ຕົກລົງກັນ ທີ່ກອງປະຊຸມ ເລື່ອງອາກາດ ຢູ່ໂປແລນ (ວີດີໂອ)

ທ່ານTodd Stern (ຂວາ) ທູດພິເສດ ສຫລ ເລຶ່ອງດິນຟ້າອາກາດ ຂະນະທີ່ໂອ້ລົມກັບ ທ່ານ Marcin Korolec ລມຕ ສະພາບແວດລ້ອມ Poland

​ເຈົ້າໜ້າ​ທີ່​ເຈລະຈາ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້ຫຼີກຫຼ່ຽງ​ບໍ່​ໃຫ້​ມີການພັງທະລາ​ຍ​ລົງ ໃນ​ນາທີ​ສຸດ​ທ້າຍ ຂອງ​ການ​ເຈລະ​ຈາ ​ເລຶ່ອງດິນ​ຟ້າ​ອາ​ກາດ ທີ່ ນະຄອນຫຼວງ Warsaw ປະ​ເທດ​ໂປ​ແລນ​ ໂດຍ​ໃຫ້ການ​ອະນຸມັດ​ຕໍ່ຂໍ້​ຕົກ ລົງລະດັບ​ປານ​ກາງ​ເພື່ອແຜ້ວ​ທາງໃຫ້​ແກ່​ສັນຍາ​ປີ 2015 ສຳລັບ​ຮັບ​ມື​ກັບ​ບັນຫາ​ສະພາບ​ອາກາດ​ຮ້​ອນ​ເອົ້າ​ຂອງ​ໂລກນັ້ນ.

ຫຼັງຈາກ​ການ​ເຈ​ລະຈາ​ກັນ​ເປັນ​ເວລາ​ສອງ​ອາທິດ ຢູ່​ທີ່​ກອງ​ປະຊຸມເ​ລຶ່ອງດິນ​ຟ້າ​ອາກາດ​ປ່ຽນ​ແປງ​ ຂອງ​ຢູ​ເອັນ ​ໂດຍ​ມີ​ຜູ້​ແທນ​ຈາກຫຼາຍກວ່າ 190 ປະ​ເທດ​ເຂົ້າຮ່ວມ ​ເມື່ອ​ວັນ​ເສົາ​ວານ​ນີ້​ໄດ້ເຫັນ​ພ້ອມ​ໃນ​ການ​ຕົກລົງກ່ຽວກັບ​ເປົ້າ ໝາຍ ໃນການ​ແບ່ງ​ສັນ​ປັນ​ສ່ວນ​ເພື່ອ​ຕັດການ​ປ່ອຍ​ແກັສຄາບ​ອນໄດ​ອັອກ ໄຊ ລະຫວ່າງບັນດາປະ​ເທດຮັ່ງ​ມີແລະປະ​ເທດ​ທຸກ​ຍາກ. ຂໍ້​ຕົກລົງດັ່ງກ່າວ ຍັງ​ກວມ​ເອົາ​ການ​ໃຫ້ງົບປະມານ​ແກ່​ປະ​ເທດທີ່​ມີ​ຄວາມ​ຫຼໍ່​ແຫຼມຕໍ່​ຜົນ​ກະທົບ​ຕ່າງ​ໆຂອງ​ຂອງ​ອາກາດ​ປ່ຽນ​ແປງ​ນັ້ນ​ນໍາ.

​ການ​ເຈລະຈາ​ກັນ ​ໄດ້​ຍືດເວລາ​ອອກ​ໄປ​ອີກ​ນຶ່ງ​ມື້​ແລະໄດ້​ມີ​ຄວາມ​ກ້າວໜ້າ ​ເກີດ​ຂຶ້ນ ຫຼັງຈາກເຈົ້າໜ້າ​ທີ່​ເຈລະຈາ​ໄດ້​ປ່ຽນ​ຄໍາວ່າ “ພັນທະ” ຢູ່​ໃນ​ບົດ​ຂໍ້​ຕົກລົງ ມາ​ເປັນ “ການ​ຊ່ວຍ​ເຫຼືອກັນ”. ຈີນ ​ແລະ​ອິນ​ເດຍ​ເວົ້າ ວ່າ​ການ​ປ່ຽນ​ຄໍາ​ເວົ້າ​ດັ່ງກ່າວ​ນີ້ ​ແມ່ນ​ໄດ້​ຂະ ຫຍາ​ຍຄວາມ​ສາມ​າດ​ໃຫ້​ກວ້າງອອກ​ໄປ​ອີກ ​ເວລາ​ສະ​ເໜີ​ຂໍ້​ຄິດ ໃນເລຶ່ອງການ​ປ່ອຍອາຍ​ພິດ​ນັ້ນ.

ກຸ່ມ​ປະ​ເທດ​ພວມ​ພັດທະນາ ​ເຊັ່ນ​ຈີນ ​ແລະ​ອິນ​ເດຍ ຢືນ​ຢັດ​ວ່າ ພວກ​ປະ ​ເທດ​ທີ່​ຮັ່ງມີ ຕ້ອງ​ນໍາ​ໃຊ້​ມາດ​ຕະການ​ທີ່​ເຄັ່ງ​ຄັດ​ກວ່າ​ເກົ່າ ຫຼາຍກວ່າ​ທີ່​ພວກ ​ເຂົາ​ເຈົ້າ​ເຮັດ. ກຸ່ມ​ປະ​ເທດ​ຕາ​ເວັນ​ຕົກ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າຫວັງ​ວ່າ ປະ ​ເທດ​ທີ່​ເສດຖະກິດ​ທີ່​ກໍາລັງໂຜ່​ໂຕ​ນັ້ນ ​ໃຫ້​ເຮັດ​ໃນ​ພາກສ່ວນ​ຂອງ​ພວກ​ຕົນ ​ເພື່ອ​ລົດ​ມົນ​ລະ​ພິດ​ຂອງ​ໂລກ​ລົງ.

ຂໍ້​ຕົກລົງ​ປີ 2015 ຈະ​ເປັນ​ຂໍ້​ຕົກລົ​ງ​ເທື່ອ​ທໍາ​ອິດ ທີ່​ຜູກ​ມັດ​ທຸກໆ​ປະ​ເທດ ​ເພື່ອ​ຫຼຸດການ​ປ່ອຍ​ອາຍ​ພິດ​ອັນຕະລາຍ ທີ່​ມາ​ຈາກ​ການ​ຈູດ​ເຜົາ​ຖ່ານ​ຫິນ ​ແກັສ ທໍາ​ມະ​ຊາດ ​ແລະ​ນໍ້າມັນ ​ເປັນ​ຕົ້ນ.

Your browser doesn’t support HTML5

UN Climate Change