ສະຫະປະຊາຊາດ ຮັບຜ່ານມະຕິ ສົ່ງທະຫານ ໄປຍັງມາລີ

ແຜນທີ່ ປະເທດມາລີ

ແຜນທີ່ ປະເທດມາລີ

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຮັບຮອງເອົາ
ມະຕິສະບັບນຶ່ງ ເພື່ອແຜ້ວທາງໃຫ້ມີການສົ່ງກຳລັງທະຫານຕ່າງ
ປະເທດ ໄປຍັງເຂດທີ່ເກີດບັນຫາໃນປະເທດມາລີ.

ມະຕິທີ່ໄດ້ຮັບຄະແນນສຽງເປັນເອກກະສັນໄດ້ໃຫ້ເວລາ 45 ມື້
ແກ່ບັນດາປະເທດໃນເຂດອາຟຣິກາຕາເວັນຕົກນຳສະເໜີລາຍ ລະອຽດກ່ຽວກັບແຜນການເພື່ອສົ່ງທະ ຫານໄປຍັງມາລີ.

ລັດຖະບານ ຊົ່ວຄາວຂອງມາລີ ໄດ້ຮ້ອງຂໍກຳລັງທະຫານ ເພື່ອ
ຊ່ອຍຂັບໄລ່ພວກມຸສລິມຫົວຮຸນແຮງທີ່ເຂົ້າຄວບຄຸມພາກເໜືອ
ຂອງມາລີໃນຕົ້ນປີນີ້ ຫຼັງຈາກໄດ້ເກີດການກໍ່ລັດຖະປະຫານຂຶ້ນ
ທີ່ນະຄອນຫຼວງ Bamaco.

ນອກນັ້ນແລ້ວມະຕິທີ່ມີການຮັບຮອງເອົາໃນວັນສຸກວານນີ້ຍັງໄດ້ປະນາມໃນອັນທີ່ເອີ້ນວ່າ ການບຸກຢຶດຕັ້ງໝັ້ນຂອງພວກກໍ່ການຮ້າຍ ທີ່ມີເພີ້ມຂຶ້ນ ຢູ່ໃນພາກເໜືອຂອງປະເທດມາລີ ແລະຕະຫຼອດທັງວິກິດການດ້ານມະນຸດສະທໍາໃນເຂດດັ່ງກ່າວ.

ມະຕິສະບັບນີ້ ໄດ້ຮ້ອງຂໍໃຫ້ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-
moon ສົ່ງພວກວາງແຜນທາງດ້ານທະຫານແລະຄວາມໝັ້ນຄົງ ໄປຊ່ອຍປະຊາຄົມເສດ ຖະກິດບັນດາລັດອາຟຣິກາຕາເວັນຕົກຫຼື ECOWAS ແລະສະຫະພາບອາຟຣິກາຈັດຕັ້ງ ກອງກຳລັງທີ່ມີການສະເໜີດັ່ງກ່າວ. ສະພາຄວາມໝັ້ນຄົງ ຫຼັງຈາກນັ້ນ ກໍຈະໃຫ້ການອະນຸ ມັດກ່ຽວກັບແຜນການທີ່ມີລາຍລະອຽດເພີ້ມຂຶ້ນ ຢູ່ໃນຍັດຕິສະບັບທີສອງ.