ສະຫະປະຊາຊາດ ໄດ້ສະໜັບສະໜູນມະຕິທີ່ບໍ່ມີຂໍ້ຜູກມັດ ກ່ຽວກັບ ປາແລັສໄຕນ໌ ໃນວັນພຸດຜ່ານມານີ້

Your browser doesn’t support HTML5

ມະຕິດັ່ງກ່າວ ຍັງຮຽກຮ້ອງໃຫ້ ອິສຣາແອລ ຖອນກຳລັງຂອງຕົນ ແລະຍົກຍ້າຍພວກຕັ້ງຖິ່ນຖານໃໝ່ ອອກໄປຈາກດິນແດນຂອງປາແລສໄຕນ໌ ທີ່ຖືກປົກຄອງຢູ່ນັ້ນ “ໂດຍບໍ່ມີການຊັກຊ້າໃດໆ”

ກອງປະຊຸມສະ​ມັດ​ຊ​າໃຫຍ່ອົງການສະຫະປະຊາຊາດ ໄດ້ສະໜັບສະໜູນມະຕິທີ່ບໍ່ມີຂໍ້ ຜູກມັດ ກ່​ຽວ​ກັບ ປາແລັສໄຕນ໌ ໃນວັນພຸດວານນີ້ ໂດຍຮຽກຮ້ອງໃຫ້ ອິສຣາແອລ ຍຸຕິ “ການມີໜ້າທີ່ຜິດກົດໝາຍ” ຂອງຕົນ ຢູ່ໃນເຂດກາຊາ ແລະການຍຶດຄອງເຂດແວັສແບ້ັງ ພາຍໃນນຶ່ງປີ.

ມະຕິດັ່ງກ່າວ ຍັງຮຽກຮ້ອງໃຫ້ ອິສຣາແອລ ຖອນກຳລັງຂອງຕົນ ແລະຍົກຍ້າຍພວກຕັ້ງຖິ່ນຖານໃໝ່ ອອກໄປຈາກດິນແດນຂອງປາແລສໄຕນ໌ ທີ່ຖືກປົກຄອງຢູ່ນັ້ນ “ໂດຍບໍ່ມີການຊັກຊ້າໃດໆ.”

ການລົງຄະແນນສຽງໃນບັນດາສະມາຊິກຈຳນວນ 193 ປະ​ເທດຂອງອົງການຈັດຕັ້ງ ຂອງໂລກ ໃນວັນພຸດວານນີ້ ​ແມ່​ນ 124 ຕໍ່ 14 ສຽງ ໂດຍມີ 43 ​ປະ​ເທດບໍ່ອອກສຽງ.

ເອກອັກຄະລັດຖະທູດຂອງປາແລສໄຕນ໌ ປະຈຳສະຫະປະຊາຊາດ ໄດ້ຍິນດີນຳການລົງ ຄະແນນສຽງ ໂດຍກ່າວວ່າ “ມະຕິນີ້ ເປັນນິມິດໝາຍຂອງຈຸດຫັນປ່ຽນ ໃນການສູ້ຊົນ ຂອງພວກເຮົາເພື່ອ ເສລີພາບ ແລະຄວາມເປັນທຳ.”

ແຕ່ເອກອັກຄະລັດຖະທູດຂອງອິສຣາແອລ ປະຈຳສະຫະປະຊາຊາດ ໄດ້ເອີ້ນການລົງ ຄະແນນສຽງວ່າ “ເປັນການຕັດສິນທີ່ໜ້າອັບອາຍ ທີ່ໜູນຫຼັງການ​ທູດ​ລັດ​ທິກໍ່ການຮ້າຍ ຂອງອຳນາດການປົກຄອງ ປາແລສໄຕນ໌” ແລະບໍ່ໄດ້ປະນາມ “ພວກຄາດຕະກອນກຸ່ມຮາມາສ” ຜູ້ທີ່ໄດ້ໂຈມຕີ ອິສຣາແອລ ເມື່ອວັນທີ 7 ຕຸລາ.