ສປຊ ລາຍງານເຖິງ ການປຸກລະດົມ ເພື່ອຂ້າລ້າງເຜົ່າພັນ ຊາວຢາຊີດີ ໂດຍກຸ່ມລັດອິສລາມ

ກອງກະດູກ ທີ່ຄາດກັນວ່າ ເປັນຂອງສະມາຊິກ ປະຊາຄົມຊາວ Yazidi ຂອງອີຣັກ, ໄດ້ພົບເຫັນ ຢູ່ໃນຂຸມຝັງສົບໝູ່ ຢູ່ນອກ ຊານເມືອງ Sinjar, ວັນທີ 30 ພະຈິກ 2015.

ບັນດານັກສືບສວນ ຂອງອົງການສະຫະປະຊາຊາດ ກ່າວວ່າ ການຂົ່ມຂືນສຳ​ເລົາ​ ການຈັບ​ຜູ້​ຄົນ​ໄປເປັນຂ້າທາດ ແລະ ການເຂັ່ນຂ້າ ຢ່າງ​ເປັນ​ລະບົບ ໂດຍພວກຫົວ ຮຸນແຮງລັດອິສລາມ ຕໍ່ຊາວ Yazidis ນັ້ນ ​ແມ່ນ​ເທົ່າ​ກັບເປັນການຂ້າລ້າງເຜົ່າພັນ ການກໍ່ອາຊະຍາກຳສົງຄາມ ແລະ ການກໍ່ອາຊະກຳຕໍ່ມະນຸດຊາດ.

ພວກຄົນຊົນເຜົ່າກຸ່ມນ້ອຍ ຊາວ Yazidi ທີ່ໄດ້ຖືກພັດພາກຈາກບ້ານເກີດເມືອງນອນ, ກຳລັງພາກັນລົບໜີຄວາມຮຸນແຮງ ຈາກກອງກຳລັງທີ່ພັກດີຕໍ່ກຸ່ມລັດອິສລາມ ຢູ່ໃນເມືອງ Sinjar, ຍ່າງໄປຫາຊາຍແດນຂອງຊີເຣຍ ຢູ່ນອກຊານເມືອງຟາກພູ Sinjar ໃກ້ກັບເມືອງ Elierbeh ເຂດປົກຄອງຂອງ Al-Hasakah ຢູ່ຊາຍແດນຂອງຊີເຣຍ ໃນພາບຖ່າຍນີ້ ໃນວັນທີ 11 ກັນຍາ 2014.

ຄະນະກຳມາທິການສືບສວນ​ຂອງອົງການສະຫະປະຊາຊາດ ໄດ້ເປີດເຜີຍລາຍ ງານສະບັບໜຶ່ງ ໃນວັນພະຫັດມື້ນີ້ ທີ່ໄດ້​ໃຫ້ລາຍລະອຽດ ​ໃນ​ການ​ປຸກລະດົມ​ໂດຍເຈດຕະນາ ຂອງກຸ່ມລັດອິສລາມ ເພື່ອກຳຈັດພົນລະເມືອງ ຊາວ Yazidis ສ່ວນໃຫຍ່ຂອງໂລກ ທີ່ຕັ້ງຖິ່ນຖານຢູ່ອ້ອມແອ້ມ​ເມືອງ Sinjar ຂອງອີຣັກ.

ປະທານຄະນະກຳມາທິການ ທ່ານ Paulo Pinheiro ໄດ້ກ່າວວ່າ “ການຂ້າ ລ້າງເຜົ່າພັນໄດ້ເກີດຂຶ້ນ ແລະ ຍັງມີຢູ່ຕໍ່ມາ ​ໂດຍກຸ່ມ ISIS ທີ່ໄດ້ກະທຳ​ ຕໍ່ ພວກແມ່ຍິງຊາວ Yazidis ເດັກນ້ອຍແລະ ຜູ້ຊາຍ ທີ່ຕົນຈັບ​ໄດ້ນັ້ນ ດ້ວຍ​ ການ​ກໍ່​ໂທດ​ກຳ​ ທີ່​ໂຫດ​ຫ້ຽມທີ່​ສຸດ​ນັ້ນ.”

ພວກ​ນັກ​ລົບ​ກຸ່ມ​ລັດ​ອິສລາມ​ໄດ້​ບຸກ​ເຂົ້າ​ໄປ​ໃນເມືອງ Sinjar ​ໃນ​ເດືອນສິງຫາ ​ປີ 2014 ໂດຍ​ໄດ້​ສັງຫານ​ຊາ​ວ Yazidis ຫລາຍ​ຮ້ອຍ​ຄົນ​ຮວມທັງ ​ການ​ປະຫານ ​ຊີວິດແບບ​ຮວບ​ຮັດ​ຕັດ​ຕອນ ພວກ​ຜູ້​ຊາຍ ​ແລະ​ເດັກ​ຜູ້ຊາຍ ທີ່​ປະຕິ​ເສດ​ບໍ່​ຍອມ ​ປ່ຽນໄປນັບຖື​ສາສະໜາ​ອິສລາມ.​ ພວກ​ທີ່ຫຼົບ ໜີ​ຄວາມ​ຮຸນ​ແຮງ​ໃນ​ຂັ້ນຕົ້ນ​ ​ໄດ້ ​ຂຶ້ນ​ໄປໂຮມ​ກັນ​ຢູ່​ພູ Sinjar ​ແລະ ຫລັງ​ຈາກ​ນັ້ນກໍ​ຖືກ​ພວກ​ຫົວ​ຮຸນ​ແຮງ​ປິດ​ລອມ ​ແລະ​ຫາ​ທາງ​ເອົາ​ຊີວິດ ລອດ​ຍ້ອນ​ການ​ຂາດ​ແຄນ​ອາຫານ ນ້ຳ ​ແລະ​ຢາ​ປົວ ​ພະຍາດ.

ການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ໄດ້​ຊຸກຍູ້​ໃຫ້​ສະຫະລັດ​ລິ​ເລີ້ມການ​ໂຈ​ມຕີ​ທາງ​ອາກາດ ​ຂອງ​ແນວ​ໂຮມ ຕໍ່​ເປົ້າໝາຍ​ກຸ່ມ​ລັດ​ອິສລາມ ຊຶ່ງ​ບູລິ​ມະ​ສິດ​ໃນ​ຂັ້ນຕົ້ນ​ແມ່ນ​ເພື່ອ ​ຊ່ອຍ​ໃຫ້ຊາວ Yazidis ທີ່​ຖືກ​ປິດ​ລ້ອມ​ຢູ່​ນັ້ນຫລົບໜີ​ໄປ​ໄດ້.

ອົງການ​ສະຫະ​ປະຊາ​ຊາດ ​ກ່າວ​ວ່າ ກຸ່ມ​ລັດ​ອິສລາມ ​ຍັງ​ສືບ​ຕໍ່​ຈັບ​ໂຕ​ພວກ​ແມ່ຍິງ ແລະ​ເດັກນ້ອຍຊາວ Yazidis ​ໄວ້ ຫລາຍ​ກວ່າ 3,200 ຄົນ ​ໂດຍ​ທີ່​ພວກ​ແມ່ຍິງ ​ຖືກ​ໃຊ້​ເປັນ​ຂ້າ​ທາດ​ທາງ​ເພດ ໃນ​ຂະນະ​ທີ່​ພວກ ​ເດັກນ້ອຍ​ຖືກ​ອົບຮົມ​ສັ່ງສອນ ​ໃຫ້​ເປັນ​ພວກ​ນັກ​ລົບ​ຂອງ​ກຸ່ມ.​ ລາຍ​ງານ​ໄດ້​ອ້າງ​ຫລາຍໆ ​ກໍລະນີ​ທີ່​ວ່າ​ພວກ​ຍິງ ​ສາວ​ໄດ້​ພາກັນ​ຂ້າ​ໂຕ​ຕາຍ ຍ້ອນ ຢາກ​ຫລີກ​ລ່ຽງບໍ່​ໃຫ້​ຖືກ​ຂາຍ​ໄປໃຫ້​ກຸ່ມ​ລັດ ​ອິສລາມ ​ແລະ​ກ່າວ​ວ່າ ພວກ ທີ່​ພະຍາຍາມ​ຫລົບໜີ​ແມ່ນ​ໄດ້​ຖືກ​ທໍລະມານ​ຢ່າງ ​ໜັກທີ່​ຮວມທັງ​ການ​ທຸບ​ຕີ ​ແລະການ​ຂົ່ມຂືນ​ເປັນ​ໝູ່​ຄະນະ ​ຫຼື​ລຽນ​ຄິວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ