ສປຊ ເພີ້ມການຊ່ວຍເຫຼືອ ແກ່ຜູ້ເຄາະຮ້າຍ ຈາກໄພນຳ້ຖ້ວມ ໃນມຽນມາ

ເດັກນ້ອຍຄົນນຶ່ງ ກຳລັງຮັບເອົາອາຫານ ແລະຜູ້ຊາຍຄົນນຶ່ງ ທີ່ ຢັ່ງນຳ້ໄດ້ສູງເຖິງພຽງແອວ ທີ່ ເມືອງ Nyaung Tone ເຂດປາກແມ່ນຳ້ ອີຣະວາດີ.

ສະຫະ​ປະຊາ​ຊາດ ກຳລັງເພີ້​ມການໃຫ້ຄວາມ​ຊ່ວຍ​ເຫລືອ​ສຸກ
​ເສີນ​ແກ່​ມຽນນາ ​ທີ່​ເກີດ​ນຳ້​ຖ້ວມໜັກ ​ເຮັດ​ໃຫ້​ຢ່າງ​ໜ້ອຍ 88 ຄົນ
ເສຍ​ຊີວິດຢູ່​ໃນ​ເຂດ​ສາມ​ຫລ່ຽມ​ປາກ​ແມ່​ນຳ້ອີຣະວາ​ດີ.

ນອກນັ້ນ ຫລາຍ​ຮ້ອຍ​ພັນ​ຄົນຍັງບໍ່​ມີ​ທີ່ຢູ່​ອາ​ໄສໃນ​ຂະນະ​ບັນດາ​
ແມ່​ນຳ້ຕ່າງໆສືບ ຕໍ່ມີລະດັບສູງ​ຂື້ນ ຖ້ວມ​ບ້ານ​ເຮືອນ ແລະກໍ່ໃຫ້
ເກີດ​ວິ​ກິດ​ການມະນຸດສະທຳ​ຢູ່​ໃນ​ປະ​ເທດ​ມຽນມາ ທີ່​ທຸກ​ຍາກນັ້ນ.

ການ​ຊ່ວຍ​ເຫລືອ​ນາໆ​ຊາດ ​ໄດ້​ຫລັ່ງ​ໄຫລເຂົ້າ​ໄປ. ສະຫະ​ປະຊາ​
ຊາດ ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ຕົນຈະໃຫ້ການຊ່ວຍເຫລືອ 9
ລ້ານ​ໂດ​ລາ​ ຈາກກອງ​ທຶນຮັບ ມື​ສຸ​ກເສີນ ​ເພື່ອ​ໃຫ້ບັນດາ​ອົງການ
​ຕ່າງໆສະໜອງ​ການ​ຊ່ວຍ​ເຫລືອ​ຢູ່​ໃນ​ຂົງ​ເຂດ.

ຖະ​ແຫລ​ງການຂອງສະຫະ​ປະຊາ​ຊາດ​ກ່າວວ່າ “ທຶນ​ເຫລົ່າ​ນີ້ ຈະ​ຊ່ວຍຜູ້ຄົນດ້ານ​ທີ່ພັກ​ພາ​
ອາ​ໄສ​ສຸກ​ເສີນ ນຳ້​ໃຊ້​ທີ່​ປອດ​ໄພ ສຸຂະພິບານ ອາຫານ ການ​ປິ່ນປົວ ສຸກ​ເສີນ ​ແລະ​ການ​
ຊ່ວຍ​ເຫລືອ​ອື່ນໆ ​ໃນ​ເວລາ​ທີ່​ເຂົາ​ເຈົ້າ​ມີ​ຄວາມ​ຕ້ອງການ​ທີ່​ສຸດນັ້ນ”

ອົງການສະຫະ​ປະຊາຊາດ ກະປະມານວ່າ ຕົນຕ້ອງການເງິນຢ່າງ​ໜ້ອຍ 47 ລ້ານໂດ​ລາ
ເພື່ອ​ໃຫ້​ການ​ຊ່ວຍ​ເຫລືອ​ສຸກ​ເສີນ​ຢ່າງເປັນ​ທີ່​ພຽງພໍ.

ປະມານ 6 ລ້ານ 2 ແສນ​ຄົນ​ຢູ່​ໃນ​ຂົງ​ເຂດ ​ບ່ອນ​ທີ່​ແມ່​ນຳ້ອີຣະວາ​ດີ​ແລະ​ສາຂາ ​ອື່ນໆໄຫຼ​
ໄປບັນຈົບກັນ​ທີ່ສາມ​ຫລ່ຽມປາກ​ແມ່​ນຳ້ກ່ອນຕົກລົງ​ສູ່​ທ​ະ​ເລ. ສີ່​ຂົງ​ເຂດ​ ໄດ້​ຖືກ​ປະກາດ​ໃຫ້
​ເປັນ​ບ່ອນ​ທີ່​ໄດ້ປະສົບກັບຄວາມເສຍຫາຍຮ້າຍແຮງ.

Your browser doesn’t support HTML5

Myanma Floods UN