ສປຊ ຂໍທຶນ ເພື່ອນຳໄປຊ່ວຍ ເກົາຫຼີເໜືອ

ຮູບພາບນີ້ໄດ້ຖືກເຜິຍແຜ່ໂດຍໂຄງການອາຫານໂລກ ເດັກນ້ອຍເກົາຫລີເໜືອ ກໍາລັງກິນອາຫານທີ່ໂຮງຮຽນອະນຸບານ ທີ່ເມືອງ Hyangsan, ພາກເໜືອຂອງເກົາຫລີເໜືອ ວັນທີ່ 12 ຕຸລາ 2006. ບັນດາເດັກນ້ອຍເກົາຫລີເໜືອຫຼາຍລ້ານຄົນ ກໍາລັງປະເຊີໜ້າກັບຄວາມ ອຶດຢາກອັນຮ້າຍ ແຮງທີ່ ສຸດ.

ອົງ​ການສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ປະ​ຊາ​ຄົມນາໆ​ຊາດ ຈົ່ງ​ປະ​ເລື້ອງຄວາມ​ແຕກຕ່າງ
ທາງ​ດ້ານ​ການ​ເມືອງນັ້ນ ​ໄວ້​ຕ່າງຫາກ ​ແລະ​ຫັນໄປໃຫ້ການ​ຊ່ວຍ​ເຫຼືອ​ແກ່​ກອງ​ທຶນ ​ສຳ​ຫຼັບ
​ແກ້​ໄຂ​ໃນ​ອັນທີ່ເອີ້ນວ່າຄວາມ​ຕ້ອງການ​ທາງ​ດ້ານ​ມະນຸດສະ ທຳ​ທີ່​ຮ້າຍ​ແຮງ​ສຸດຂອງຊາວ​
ເກົາຫລີ​ເໜືອ.

​ອົງການສະຫະປະຊາ​ຊາດກ່າວ​ໃນ​ວັນ​ອັງຄານ​ນີ້​ວ່າ ຄວາມ​ພະຍາຍາມ​ໃນ​ການ​ຊ່ວຍ​ເຫລືອ
ເກົາຫລີ​ເໜືອ ແມ່ນຍັງບໍ່​ໄດ້​ຮັບ​ເງິນ​ພຽງພໍ​ຢ່າງ​ຫຼວງຫຼາຍ ​ເຖິງ​ແມ່ນ ວ່າ​ໃນ​ຂະນະ​ທີ່​ພວມ​ມີ​
ການ​ເປີດ​ເຜີຍ​ນີ້ ກອງທືນດັ່ງກ່າວ ກໍຍັງ​ຕ້ອງການໆ​ຊ່ວຍ​ເຫລື​ອ​ເພີ້ມ​ເຕີ​ມ ຈໍາ​ນວນ 198
ລ້ານ​ໂດ​ລາ ​ເພື່ອ​ເປັນ​ການຮັບ​ມື​ ກັບ​ບັນຫາ​ຮີບ ດ່ວນ​ຕ່າງໆດ້ານ​ມະນຸດສະ​ທໍາໃນ​ປະ​ເທດ
​ຄອມ​ມີ​ວນິສ​ເກົາຫຼີ​ເໜືອທີ່​ທຸກ​ຍາກ​ໃນ​ປີ 2012 ນີ້.

​ປະຊາ​ຄົມນາໆ​ຊາດທີ່​ໃຫ້​ການ​ຊ່ວຍ​ເຫລືອ ໄດ້​ບໍລິຈາກ ​ຫຼາຍກວ່ານຶ່ງ​ສ່ວນ​ສາມຂອງຈໍາ
ນວນ 218 ລ້ານ​ໂດ​ລາ ທີ່ອົງການ​ສະຫະ​ປະຊາ​ຊາດ ໄດ້​ຂໍ​ຮ້ອງການຊ່ອຍ​ເຫຼືອສຳ​ຫຼັບ
ເກົາຫລີເໜືອ​ໃນ​ປີ 2011. ​ຍ້ອນ​ການ​ຂາດ​ເຂີນ​ເງິນ​ຊ່ວຍ​ເຫຼື​ອ ອົງການ​ສະຫະ​ປະຊາ​ຊາດ
ກ່າວ​ວ່າ ຕົນຈຶ່ງບໍ່​ສາມາດຮັບ​ມື​ໄດ້​ຢ່າງ​ມີ​ປະສິດທິ​ຜົນ ​ຕໍ່ຄວາມ​ຕ້ອງການ​ດ້ານ​ມະນຸດ​ສະ
​ທໍາ​ ​ຢູ່​ທີ່​ນັ້ນ. ​

ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ຢູ່​ໃນ​ລາຍ​ງານກ່ຽວ​ກັບສະພາບການດ້ານ​ມະນຸດສະ​
ທໍາ ຢູ່​ໃນ​ເກົາຫລີ​ເໜືອ ​ໂດຍ​ເວົ້າວ່າ 16 ລ້ານ​ຄົນ​ຍັງ​ສືບ​ຕໍ່​ປະ​ເຊີນ​ກັບ​ສະພາບ​ການຂາດ
ແຄນ​ອາຫານ​ແບບ​ຊໍາ​ເຮື້ອ ສະພາວະການ​ຂາດ​ແຄນໂພຊະ​ນາ​ການ​ໃນ​ອັດຕາ​ສູງ ​ແລະ​
ບັນຫາ​ທີ່​ຝັງ​ເລິກທາງ​ດ້ານ​ເສດຖະກິດ​.

ລາຍງານ​ກ່າວອີກ​ວ່າ ພວກ​ເດັກນ້ອຍ​ທີ່​ຂາດແຄນອາຫານ ​ແມ່ນ​ມີ​ຄວາມ​ສ່ຽງ​ເປັນ​ພິ​ເສດ ​ຄືພວກເດັກນ້ອຍເກືອບ​ນຶ່ງ​ສ່ວນສາມ ທີ່​ຕໍ່າ​ກວ່າ​ອາ​ຍຸ 5 ປີໄດ້​ສະ​ແດງ​ໃຫ້​ເຫັນ​ຮ່ອງ​ຮອຍ
ໃນ​ການບໍ່​ເຕີບ​ໂຕ ​ແລະ​ອີກ​ຫລາຍ​ຮ້ອຍ​ຄົນພາກັນ​ເສຍ ຊີວິດຈາກ​ສະພາບ​ທີ່​ປ້ອງ​ກັນ​ໄດ້​ ​
ເຊັ່ນວ່າ ພະ​ຍາດ​ຖອກທ້ອງ​ເປັນຕົ້ນ.

ຮູບກຣ໊າຟຟິກສະແດງເຖິງການລຸດນ້ອຍລົງເລື້ອຍໆ ໃນການຊ່ວຍເຫລືອດ້ານອາຫານ
ແກ່ເກົາຫລີເໜືອ: