ນາຍ ໄນ ຊາວມຽນມາ ໄວ 25 ປີ ເຂົ້າມາຢູ່ປະເທດໄທໄດ້ຫົກປີແລ້ວ ເພື່ອພະຍາຍາມ
ທໍາງານຫາເງິນ ໄປໃຊ້ໜີ້ທຸລະກິດຄ້າຂາຍກຸ້ງທີ່ຂາດທຶນຂອງລາວໃນທາງພາກໃຕ້ຂອງ ມຽນມາ.
ຄືກັນກັບຊາວມຽນມາອື່ນຫລາຍໆຄົນ ນາຍໄນໄດ້ເລືອກເອົາພວກແກ໊ງ ອາຊະຍາກໍາໃຫ້ຊ່ວຍຊອກວຽກໃຫ້ລາວເຮັດ. ແກ໊ງພວກນີ້ໄດ້ລັກລອບ ເອົາຊາວມຽນມາຫລາຍພັນຄົນເຂົ້າມາໃນໄທ ເພື່ອເອົາໄປເຮັດວຽກຢູ່ຕາມໂຮງຈັກໂຮງງານ ເຮັດວຽກໃນພາກສ່ວນການກະເສດ ເປັນຄົນຮັບໃຊ້ຕາມບ້ານຄົນ ຫລືບໍ່ກໍເປັນໂສເພນີ ຄ້າປະເວນີ ເປັນຕົ້ນ.
ນາຍໄນຕ້ອງໄດ້ຈ້າງພວກນາຍໜ້າ ຫາວຽກໃຫ້ລາວຢູ່ທີ່ໂຮງງານແຫ່ງນຶ່ງຂອງໄທ. ພວກນາຍໜ້າໄດ້ເອົາເງິນໃຫ້ນາຍໄນຍືມກ່ອນປະມານ 300 ໂດລາ ເປັນຄ່າໃຊ້ຈ່າຍລ່ວງໜ້າ ຊຶ່ງຕາມທີ່ນາຍໄນເວົ້ານັ້ນ ມັນເປັນເງິນ ກູ້ຢືມທີ່ຕ້ອງຈ່າຍຄືນໃຫ້ພວກນາຍໜ້າໄວໆ ພາຍໃນບໍ່ເທົ່າໃດເດືອນ ຊຶ່ງຈະຫລາຍກວ່າຈໍານວນກູ້ຢືມນັ້ນ ເປັນສອງ ຫລື ສາມເທົ່າຕົວ.
ນາຍໄນເວົ້າວ່າ ສະພາບການຢູ່ໂຮງງານ ບ່ອນລາວເຮັດວຽກແມ່ນຂີ້ຮ້າຍຫລາຍທີ່ສຸດ ນອກ ນັ້ນແລ້ວ ກໍຍັງມີບັນຫາການຈ່າຍເງິນຄ່າຂົນສົ່ງຄືນ ໃນຈໍານວນຫລາຍກວ່າສອງເທົ່າຕົວ. ຫົວໜ້າຫລືຜູ້ຄຸມຄົນງານຈະພົກປືນ ແລະຖ້າຫາກວ່າຜູ້ກ່ຽວບໍ່ພໍໃຈໃນສິ່ງທີ່ຕົນເຫັນ ກໍຈະໃຊ້ຄວາມຮຸນແຮງຕໍ່ພວກຄົນງານ.
ນາຍໄນ ໄດ້ເອົາຕົວຫລົບໜີອອກມາໄດ້ ແລະບັດນີ້ລາວເປັນຜູ້ນຶ່ງໃນກຸ່ມຊາວມຽນມາຈໍານວນ 300,000 ກວ່າຄົນ ທີ່ທໍາງານຢູ່ໃນວົງການອຸດສາຫະກໍາອາຫານທະເລ ທີ່ຈັງຫວັດສະມຸດສາຄອນຂອງໄທ ໃນເຂດຊານເມືອງບາງກອກ. ມີປ້າຍຕ່າງໆເປັນພາສາມຽນມາຕິດຢູ່ຕາມຕະຫລາດ ຈັງຫວັດ ສະມຸດສາຄອນ ອັນເປັນຮ່ອງຮອຍສະແດງ ໃຫ້ເຫັນວ່າມີຊາວມຽນມາອາໃສຢູ່ໃນປະຊາຄົມນັ້ນ.
ລັດຖະບານໄທກ່າວວ່າ ເທົ່າເຖິງປັດຈຸບັນນີ້ ມີພວກຄົນງານຊາວຕ່າງດ້າວ ປະມານນຶ່ງລ້ານຄົນ ທີ່ໄດ້ມາຈົດທະບຽນກັບໂຄງການດັ່ງກ່າວຂອງລັດຖະບານ ທີ່ໄດ້ເລີ່ມຕົ້ນມາຕັ້ງແຕ່ເດືອນມິຖຸນາຜ່ານມາ. ກໍາໜົດວັນໝົດອາຍຸການ ຈົດທະບຽນທີ່ບົ່ງໄວ້ໃນຕອນຕົ້ນໆ ນັ້ນແມ່ນເດືອນກໍລະກົດ ແຕ່ລັດຖະບານໄດ້ຕໍ່ອາຍຸມື້ໝົດກໍານົດຈົດທະບຽນຮອບສຸດທ້າຍ ສໍາລັບພວກຄົນງານໃນອຸດສາຫະກໍາການປະມົງໄປຈົນເຖິງວັນເສົາທີ 13 ສິງຫາທີ່ຜ່ານມານີ້.
ຫລັງຈາກກາຍມື້ໝົດອາຍຸແລ້ວ ພວກນາຍຈ້າງທັງຫລາຍທີ່ວ່າຈ້າງພວກຄົນງານທີ່ບໍ່ໄດ້ລົງທະບຽນນັ້ນ ຈະຖືກປັບໃໝ ແລະພວກຄົນງານເຂົ້າເມືອງຜິດກົດໝາຍ ກໍອາດຈະຖືກປັບໃໝ ແລະຕິດຄຸກໄດ້.
ລາຍງານວ່າດ້ວຍການລັກລອບຄ້າມະນຸດຂອງກະຊວງຕ່າງປະເທດສະຫະລັດ ທີ່ນໍາອອກເປີດເຜີຍໃນປີນີ້ ໄດ້ຈັດປະເທດໄທຢູ່ໃນກຸ່ມທີສອງ ຫລື tier 2 ໃນຖານະເປັນປະເທດທີ່ມີສ່ວນພົວພັນກັບການລັກລອບຄ້າແລະຂົນສົ່ງມະນຸດ ຄຽງຂ້າງກັບ ອັຟການີສຖານ ກໍາປູເຈຍ ລາວ ຈີນ ລັດເຊຍ ແລະແຊມເບຍ.
ອົງການສະຫະປະຊາຊາດກໍກ່າວວ່າ ມີປະຊາຊົນປະມານ 2.5 ລ້ານຄົນ ຈາກ 127 ປະເທດທີ່ຖືກລັກລອບຂົນສົ່ງເຂົ້າໄປໃນຫລາຍກວ່າ 130 ປະເທດໃນແຕ່ລະປີ ຊຶ່ງອົງການແຮງງານສາກົນປະເມີນວ່າ ການລັກລອບຄ້າມະນຸດທີ່ວ່ານີ້ ສ້າງລາຍໄດ້ ຫລາຍກວ່າ 30 ພັນລ້ານໂດລາຕໍ່ປີ ໃຫ້ແກ່ພວກແກ໊ງອາຊະຍາກໍາ.
ທ່ານນາງ Joy Ezeilo ຜູ້ຂຽນລາຍງານພິເສດກ່ຽວກັບການລັກລອບຄ້າ ມະນຸດ ຂອງອົງການສະຫະປະຊາຊາດ ໄດ້ໄປຢ້ຽມຢາມປະເທດໄທເມື່ອອາທິດຜ່ານມາ ເພື່ອສັ່ງຊາຕີລາຄາເບິ່ງຄວາມພະຍາຍາມ ໃນການຮັບມື ກັບການລັກລອບເຂົ້າເມືອງຜິດກົດໝາຍ ແລະການຄ້າມະນຸດນັ້ນ. ທ່ານນາງກ່າວວ່າ ການຮ່ວມໄມ້ຮ່ວມມືທີ່ດີຂຶ້ນກວ່າເກົ່າໃນ ລະຫວ່າງຊາດແມ່ນຈໍາເປັນ ເພື່ອປາບປາມການລັກລອບຄ້າມະນຸດ ແຕ່ການທີ່ວ່າ ບັນຫານີ້ເປັນ ບັນຫາ ທີ່ໂຕ້ແຍ້ງ ກັນໄດ້ນັ້ນ ເຮັດໃຫ້ເປັນການຍາກທີ່ຈະປັບປຸງການຮ່ວມໄມ້ຮ່ວມມືກັນໃຫ້ດີຂຶ້ນກ່ວາເກົ່າ ຊື່ງທ່ານນາງກ່າວວ່າ:
“ເປັນທີ່ໜ້າເສຍໃຈ ທີ່ວ່າສິ່ງເຫລົ່ານີ້ບາງຢ່າງ ກໍາລັງກາຍເປັນເລຶ່ອງການ ເມືອງຢ່າງສູງໃນຫລາຍໆປະເທດຂອງໂລກ ແລະນອກນັ້ນແລ້ວ ກໍຍັງກໍ່ໃຫ້ເກີດຄວາມເຄັ່ງຕຶງ ແລະວິທີການຮັບມືກັບບັນຫາຂອງພວກຄົນງານ ຕ່າງດ້າວ ທີ່ສະແດງເຖິງກຽດຊັງຊາວຕ່າງປະເທດສາລະພັດຢ່າງ. ນອກນີ້ແລ້ວ ພວກເຮົາກໍຄວນຮູ້ດີຢູ່ແລ້ວວ່າ ພວກຄົນງານຕ່າງດ້າວນັ້ນ ມີສ່ວນ ປະກອບໃນການພັດທະນາ ໃຫ້ແກ່ທັງປະເທດທີ່ຮັບເອົາ ແລະປະເທດເດີມທີ່ພວກເຂົາເຈົ້າມາຈາກ ດັ່ງນັ້ນພວກເຮົາຄວນຈະມອງເບິ່ງເລຶ່ອງນີ້ໃນຮູບການທີ່ກວມກວ້າງໄປກວ່ານັ້ນ.”
ທ່ານນາງ ອີເຊໂລ ໄດ້ພົບປະກັບພວກເຈົ້າໜ້າທີ່ລັດຖະບານໄທ ຕະຫລອດທັງພວກກຸ່ມຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະກຸ່ມຄົນງານຊາວຕ່າງດ້າວເພື່ອປຶກສາຫາລືກ່ຽວກັບໂຄງການ ການຈົດທະບຽນພວກຄົນຕ່າງດ້າວ ແລະບັນຫາອື່ນໆ.
ນາຍ ສົມພົງ ສະແຄຣ້ວ ຜູ້ອໍານວຍການມູນນິທີເຄືອຂ່າຍສົ່ງເສີມສິດທິແຮງງານໃນປະເທດໄທ ກ່າວວ່າ ເຖິງແມ່ນວ່າ ຜ່ານມາ ລັດຖະບານໄທໄດ້ເອົາຫລາຍບາດກ້າວເພື່ອລົດຜ່ອນຄວາມລໍາ ບາກຍາກແຄ້ນຕ່າງໆ ທີ່ປະເຊີນໜ້າພວກຄົນງານຜິດກົດໝາຍນັ້ນກໍຕາມ ແຕ່ມັນກໍຍັງບໍ່ໄດ້ຕາມເປົ້າໝາຍ ທີ່ຕັ້ງໄວ້ໂດຍພວກອົງການທີ່ບໍ່ຂຶ້ນກັບລັດຖະບານນັ້ນເທື່ອ
“ໃນໄລຍະສອງປີຜ່ານມານີ້ ລັດຖະບານໄທໄດ້ສະແດງຄວາມເປັນຫ່ວງນໍາເລຶ່ອງ ແຮງງານເດັກ ຄືກັນ ແລະກະຊວງແຮງງານກໍໄດ້ປະຕິບັດງານຢ່າງໃກ້ຊິດ ກັບອົງການ ແຮງງານສາກົນ ກ່ຽວກັບບັນຫາແຮງງານເດັກນັ້ນ. ແຕ່ ໃນຂະນະດຽວກັນ ກະຊວງແຮງງານໄທພະຍາຍາມປະຕິເສດວ່າ ບໍ່ມີແຮງງານເດັກຢູ່ໃນໂຮງຈັກໂຮງງານໃນໄທ.ແຕ່ວ່າ ສະຖານະການແລະຂໍ້ມູນທີ່ໄດ້ຮັບນັ້ນ ແມ່ນແຕກຕ່າງ ກັນລະ ຫວ່າງລັດຖະບານໄທ ແລະກຸ່ມທີ່ບໍ່ຂຶ້ນກັບລັດຖະບານ ຄືກັນກັບກຸ່ມຂອງຂ້າພະເຈົ້ານີ້.”
ກຸ່ມແຮງງານຄົນຕ່າງດ້າວ ສະແດງຄວາມຍິນດີຕໍ່ການມາຢ້ຽມຢາມຂອງທ່ານນາງ ອີເຊໂລ ແຕ່ກໍກ່າວວ່າບັນຫານີ້ເປັນບັນຫາລະດັບຂົງເຂດ ແລະມີຄວາມຈໍາເປັນທີ່ຈະຕ້ອງເພ່ງເລັງ ຄວາມເອົາໃຈໃສ່ ໄປຍັງພວກແກ໊ງອາຊະຍາກໍາ ທີ່ຄວບຄຸມການຄ້າມະນຸດໃນຂົງເຂດນີ້.