ຫົວໜ້າດ້ານສິດທິມະນຸດຂອງອົງການສະປະຊາຊາດກ່າວວ່າ ທ່ານນາງຈະເດີນ ທາງໄປຢ້ຽມຢາມປະເທດຈີນ ເຊິ່ງລວມມີແຂວງ ຊິນຈຽງ ໃນເດືອນພຶດສະພາທີ່ຈະມາເຖິງນີ້.
ທ່ານນາງ ມິເຊລ ບາເຊີເລັດທ໌ (Michelle Bachelet), ໄດ້ບອກກັບສະພາສິດທິມະນຸດແຫ່ງອົງການສະຫະປະຊາຊາດ ໃນມື້ວັນອັງຄານວານນີ້ວ່າ ການເດີນທາງທີ່ໄດ້ມີການຫຼ້າຊ້າມາເປັນເວລາດົນນານແລ້ວນັ້ນ ອາດຈະເກີດຂຶ້ນໄດ້.
ທ່ານນາງກ່າວວ່າ “ຂ້າພະເຈົ້າມີຄວາມຍິນດີທີ່ຈະປະກາດວ່າ ນະເວລານີ້ ພວກເຮົາໄດ້ບັນລຸຂໍ້ຕົກລົງ ໃນການເດີນທາງໄປຢ້ຽມຢາມກັບລັດຖະບານຈີນແລ້ວ.”
ປະເທດຕາເວັນຕົກຫຼາຍໆປະເທດ ໄດ້ກ່າວຫາປະເທດຈີນ ໃນການຂ້າລ້າງເຊື້ອຊາດເຜົ່າພັນຊາວວີເກີ ຢູ່ໃນແຂວງຊິນຈຽງ ປະມານ 1 ລ້ານຄົນ. ກຸ່ມປົກປ້ອງ ສິດທິມະນຸດ ໄດ້ກ່າວຫາລັດຖະບານປັກກິ່ງວ່າ ດໍາເນີນສູນກັກຂັງ, ບັງຄັບໃຊ້ແຮງງານ ແລະບັງຄັບໃຫ້ພວກເຂົາເຈົ້າເຮັດໝັນ.
ຈີນ ໄດ້ປະຕິເສດຕໍ່ຂໍ້ກ່າວຫາເຫຼົ່ານັ້ນ ໂດຍກ່າວວ່າ ສູນສຳມະນາຊາວວີເກີ ດັ່ງກ່າວ ແມ່ນມີໄວ້ສໍາລັບປາບປາມພວກຫົວຮຸນແຮງຈັດພາຍໃນກຸ່ມມຸສລິມດັ່ງກ່າວ.
ແຟ້ມຮູບ-ປະຊາຊົນຜູ້ທີ່ອາໄສຢູ່ໃນຂົງເຂດນັ້ນ ຍ່າງຜ່ານປ້າຍການໂຄສະນາຊວນເຊື່ອຂອງລັດຖະບານ, ເຊິ່ງມີບາງສ່ວນອ່ານວ່າ “ຄຸນຄ່າຕ່າງໆ ແມ່ນພື້ນຖານຂອງສັງຄົມນິຍົມ,” ໃນເມືອງ ໂຮຕັນ (Hotan) ຢູ່ທາງທິດຕາເວັນຕົກສຽງເໜືອຂອງຈີນ ຂົງເຂດປົກຄອງຕົນເອງຊີນຈຽງ ຂອງຊາວມຸສລິມ ວີເກີ, ວັນທີ 22 ມີນາ 2021.
ຈີນໄດ້ກ່າວມາດົນແລ້ວວ່າ ຍິນດີຕ້ອນຮັບການມາຢ້ຽມຢາມຂອງທ່ານນາງ ບາເຊີເລັດທ໌, ແຕ່ເບິ່ງຄືວ່າ ຂັດຂວາງຕໍ່ຄວາມຕ້ອງການຂອງທ່ານນາງໃນ “ການເຂົ້າເຖິງທີ່ມີຄວາມໝາຍ ແລະເປັນອິດສະຫຼະ.”
ທ່ານນາງ ບາເຊີເລັດທ໌ ກ່າວຕໍ່ສະພາ ໃນວັນອັງຄານວານນີ້ວ່າ ຄະນະປະຕິບັດງານລ່ວງໜ້າ ຈາກ OHCHR ຈະເດີນທາງໄປປະເທດຈີນໃນເດືອນໜ້ານີ້.